
ຂປລ. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (ADB) ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການປັບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດ ໃນວັນທີ 23 ພຶດສະພາ 2022 ທີ່ ນະຄອນຫລວງວຽງຈັນ ໂດຍສຸມໃສ່ຜົນຂອງການສໍາຫລວດ ແລະ ການສະເໜີ ຂອງບົດລາຍງານຮ່ວມລະຫວ່າງ ສຄອຊ ແລະ ADB ທີ່ມີຊື່ວ່າ “ ບົດລາຍງານການສ້າງ ສິ່ງອໍານວຍຄວາມສະດວກ ດ້ານການຄ້າ ແລະ ການລົງທຶນ ຂັ້ນແຂວງ” ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຣາເມັດ ສຸບຣາມານຽມ ຫົວໜ້າກົມອາ ຊີຕາເວັນອອກສ່ຽງໃຕ້ຂອງ ADB, ມີຜູ້ຕາງໜ້າຈາກພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາຕ່າງໆ ເຂົ້າຮ່ວມ ທັງໃນຮູບແບບເຊິ່ງໜ້າ ແລະ ແບບອອນລາຍ.
ທ່ານ ມະໂນທອງ ວົງໄຊ ໄດ້ກ່າວວ່າ: ການຫາລືຢ່າງຈິງຈັງ ລະຫວ່າງພາກລັດ ແລະ ພາກສ່ວນກ່ຽວຂ້ອງ ໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ມີຄວາມສໍາຄັນຕໍ່ການປັບ ປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ແລະ ສາມາດຊ່ວຍຊຸກຍູ້ ການນໍາເຂົ້າ ແລະ ການເພີ່ມຂຶ້ນຂອງ ຈໍານວນວິສາຫະກິດ ຢ່າງມີປະສິດທິພາບ ເພື່ອເປັນການເລັ່ງລັດການຟື້ນຕົວ ທາງດ້ານເສດຖະກິດຂອງ ສປປ ລາວ ຈາກການລະບາດຂອງ ພະຍາດໂຄວິດ-19 ເຊິ່ງກອງປະຊຸມ ໄດ້ລົງເລິກສົນທະນາ ບັນຫາຕ່າງໆ ທີ່ກະທົບຕໍ່ບັນດາ ຫົວໜ່ວຍທຸລະກິດຂອງ ພາກເອກະຊົນ, ໃນນັ້ນ ລວມມີສະພາບແວດລ້ອມ ທາງດ້ານລະບຽບການຄຸ້ມຄອງ, ພ້ອມທັງໄດ້ກໍານົດບັນດາ ມາດຕະການແກ້ໄຂບັນຫາຕົ້ນຕໍ ເພື່ອກ້າວສູ່ການປັບປຸງທີ່ດີຂຶ້ນ. ພ້ອມນີ້, ກອງປະຊຸມໄດ້ເນັ້ນໃສ່ ຫາລືການປັບປຸງນິຕິກໍາ ຂອງພາກລັດບາງດ້ານ ເປັນຕົ້ນ ການປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ 2018 ວ່າດ້ວຍການປັບປຸງ ການຂຶ້ນທະບຽນວິສາຫະກິດ ດ້ວຍການໃຫ້ເລກປະຈໍາຕົວ ຜູ້ເສຍອາກອນ ແລະ ໃບທະບຽນ ວິສາຫະກິດໄປພ້ອມໆກັນ.
ທ່ານນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາລາວ ໄດ້ມີຄໍາເຫັນວ່າ: ການ ມີກົນໄກທີ່ສອດຄ່ອງ ຈະນໍາໄປສູ່ການສ້າງນະໂຍບາຍ ແລະ ການຈັດຕັ້ງປະຕິບັດໂຄງ ການທີ່ມີຄຸນນະພາບ ມັນຈະຊ່ວຍເພີ່ມທະວີຄວາມໂປ່ງໃສ. ບົດລາຍງານຮ່ວມ ລະຫວ່າງ ສຄອຊ ແລະ ADB ທີ່ໄດ້ເຜີຍແຜ່ ໃນວັນທີ 31 ມີນາ 2022 ໄດ້ຮັບການສະໜັບສະໜູນ ຈາກກອງທຶນຫລຸດຜ່ອນ ຄວາມທຸກຍາກ ແລະ ການຮ່ວມ ມືພາກພື້ນຂອງ ສປ ຈີນ, ບົດລາຍງານໄດ້ສຸມໃສ່ 6 ດ້ານຕົ້ນຕໍຄື: ຄວາມງ່າຍຂອງ ການເລີ່ມຕົ້ນ ດໍາເນີນທຸລະກິດ, ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ, ພາລະດ້ານລະບຽບການ, ຄ່າບໍລິການທີ່ບໍ່ເປັນທາງການ, ຄວາມສອດຄ່ອງ ໃນການຈັດຕັ້ງປະຕິບັດ ນະໂຍບາຍ ແລະ ຄວາມເປັນມິດ ກັບພາກທຸລະກິດ ຂອງອໍານາດ ການປົກຄອງຂັ້ນແຂວງ ເຊິ່ງບົດລາຍງານ ໄດ້ແນະນໍາໃຫ້ຫລຸດຜ່ອນ ແລະ ປັບປຸງຂໍ້ກໍານົດຂອງລະບຽບການ ເພື່ອເຮັດໃຫ້ການລົງທະບຽນ ວິສາຫະກິດງ່າຍຂຶ້ນ, ເພີ່ມຄວາມໂປ່ງໃສ ແລະ ລົບລ້າງຄ່າບໍລິການ ທີ່ບໍ່ເປັນທາງການ ທີ່ຮຽກເກັບຈາກ ບັນດາວິສາຫະກິດ.
ຂະນະດຽວກັນ, ໃນບົດລາຍງານອີກສະບັບໜຶ່ງ ໄດ້ສຶກສາພົບວ່າ: ວິສາຫະກິດທີ່ນໍາພາໂດຍແມ່ຍິງໃນ ສປປ ລາວ ກຳລັງປະເຊີນສິ່ງທ້າທາຍ ຫລາຍຂຶ້ນກວ່າເກົ່າ ໃນການເຂົ້າເຖິງຂໍ້ມູນຂ່າວສານ ທາງດ້ານທຸລະກິດ ທີ່ສໍາຄັນປະມານ 30% ຂອງທຸລະກິດ ທີ່ດໍາເນີນໂດຍແມ່ຍິງ ພົບວ່າໄດ້ເຂົ້າເຖິງຂັ້ນຕອນ ແລະ ຮູບແບບການປະສານງານກັບລັດຖະບານ ຫລື ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບໂອກາດໃນການຈັດຊື້-ຈັດຈ້າງຂອງພາກລັດ ເຊິ່ງບົດລາຍງານໄດ້ຮຽກຮ້ອງໃຫ້ພາກລັດ ເພີ່ມທະວີການ ຝຶກອົບຮົມ ບຸກຄະລາກອນຂອງຕົນ ເພື່ອແກ້ໄຂຄວາມບໍສະເໝີ ພາບທາງເພດທີ່ເຊື່ອງຊ້ອນ ແລະ ເຮັດໃຫ້ແມ່ຍິງສາມາດສ້າງ ແລະ ດໍາເນີນທຸລະກິດ ໄດ້ງ່າຍຂຶ້ນ.
ຂ່າວ: ສຸພາສະຫວັນ
ພາບ: ຂັນໄຊ
ເນື້ອໃນ: ຂປລ