*ເມື່ອຫວນຄືນອະດີດ 60 ກວ່າປີຄືນຫລັງ, ໄດ້ມີເຫດການ ປະຫວັດສາດ ທີ່ປວງຊົນລາວ ທັງຊາດບໍ່ອາດ ຫລົງລືມໄດ້ ນັ້ນກໍ່ຄື: ວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ແລະ ພະນັກງານ ແນວລາວຮັກຊາດ ໃນຂ້ອນຄືນ ຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີ ຂອງວັນທີ 24 ພຶດສະພາ 1960. ພາຍຫລັງທີ່ ບັນດາຜູ້ນຳ ແລະ ພະນັກງານ ແນວລາວຮັກຊາດ ຖືກຈັບກຸມຄຸມຂັງ ໃນ ວັນທີ 28 ກໍລະກົດ 1959.
ບັນດາຜູ້ນຳ (ຜູ້ແທນແນວລາວຮັກຊາດ) ທີ່ຖືກຈັບ ລວມ ມີ 7 ສະຫາຍຄື: ສະຫາຍ ສຸພານຸວົງ, ສະຫາຍ ໝູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະຫານ ແນວລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມ ເປັນຂ້າລາຊະການ ໃນກົງຈັກລັດຖະບານປະສົມ ກໍ່ຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ, ສະຫາຍ ມາ ໄຂຄຳພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ.ໃນໄລຍະເກືອບ 10 ເດືອນ ທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳ ຂອງ ບັນດາຜູ້ນຳ ແລະ ພະນັກງານ ແນວລາວຮັກຊາດ ທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍ ບໍ່ຕ່າງຫຍັງກັບ ເສັ້ນດ້າຍທີ່ຖືກດຶງ ໃກ້ຈະຂາດ, ເພາະວ່າຝ່າຍສັດຕູ ຄາດໝາຍໄວ້ ໃນຈຳນວນບັນດາ ຜູ້ນຳບຸກຄົນສຳຄັນໆ ປະມານ 8 - 9 ຄົນ ຈະໄດ້ຖືກ ປະຫານຊີວິດ. ນອກນັ້ນຈະໄດ້ ຖືກຕັດສິນ ຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີ ແຜນຕັ້ງສານພິເສດ ສະເພາະ ເພື່ອເອົາບັນດາ ຜູ້ນຳແນວລາວຮັກຊາດ ອອກຕັດສິນ ບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ ມື້ຄະນະລັດຖະບານຫຸ່ນ ໄດ້ຕົກລົງເປັນເອກະພາບກັນ.
ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກ ໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳ ອອກຈາກຄຸກ ບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີ ໂອກາດອຳນວຍ ແລະ ຮັບປະກັນ ແມ່ນເປັນມື້ຕັດສິນ ການໂຕນຄຸກ”. ສຳລັບບັນດາຜູ້ນຳ ເຖິງວ່າເພິ່ນຈະຖືກກັກຂັັງກໍຕາມ ແຕ່ບໍ່ໄດ້ລົດລະ ຄວາມພະຍາຍາມ ໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດພົ້ນ ອອກຈາກການກະທຳ ອັນຜະເດັດ ການທີ່ສຸດນີ້ ໂດຍພວກເພິ່ນ ໄດ້ເອົາໃຈ ໃສ່ ຢ່າງສຸດຂີດ ຄວາມສາມາດ ໃນການສຶກສາອົບຮົມແກ່ ສາລະວັດຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງ ຕໍ່ແນວທາງ ອັນຖືກຕ້ອງເປັນທຳ ຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງ ໃຫ້ເຫັນເຖິງທາດແທ້ ຄວາມໂຫດຮ້າຍສາມານ ຂອງລັດທິຈັກ ກະພັດແບບໃໝ່ ຈົນໃນທີ່ສຸດ ສາລະວັດ ດັ່ງກ່າວກໍຍອມ ເຂົ້າຮ່ວມການຕໍ່ສູ້ ກັບຝ່າຍກຳລັງຮັກຊາດ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນ ໃນການຕິດຕໍ່ພົວພັນ ທາງລັບລະຫວ່າງ ນອກ ແລະ ໃນຄຸກ ຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກ ອອກໄປສູ່ເຂດທີ່ໝັ້ນ ຂອງ ການປະຕິວັດ. ເມື່ອແຜນການ ເປັນໄປຕາມເປົ້າໝາຍ ທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ໂຕນໜີ ອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ ດ້ວຍຄວາມປອດໄພທຸກປະການ.
ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະ ທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ ເຖິງວ່າ ຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດ ອັນນີ້ ກໍຍ້ອນບັນດາຜູ້ນຳເຮົາ ຖືປະເທດຊາດ ສູງກວ່າຊີວິດຂອງ ຕົນ ຊຶ່ງຈະຫາສິ່ງໃດ ມາປຽບປານກໍບໍ່ໄດ້. ໄຊຊະນະ ອັນພິລະອາດຫານ ໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນ ໄດ້ກາຍເປັນບາດລ້ຽວ ອັນສຳຄັນ ຂອງປະເທດຊາດ ແລະ ເປັນໝາກຜົນ ແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງ ສາລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນ ຊ່ວຍເຫລືອ ເຮັດໃຫ້ບັນດາທ່ານຜູ້ນຳ ໂຕນໜີອອກຈາກຄຸກ ໄດ້ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະ ຂອງການປະຕິວັດ ທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ.
ຍ້ອນມີທ່ານຜູ້ນຳເສຍສະຫລະໃນວັນນັ້ນ ຈຶ່ງມີປະເທດຊາດໃນວັນນີ້ ! ປວງຊົນລາວທັງຊາດຂໍຈາລຶກບຸນຄຸນ !.
ເນື້ອໃນ: ຂປລ