
ຂປລ. ມາຮອດປັດຈຸບັນ ແຂວງຊຽງຂວາງ ໄດ້ມີຄວາມພ້ອມ 70% ໃນການເປັນເຈົ້າພາບຈັດງານກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ເຊິ່ງລັດຖະບານ ກໍຄື ແຂວງຊຽງຂວາງ ໄດ້ກໍານົດເອົາວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ເປັນມື້ເປີດ-ປິດ.
ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ລາຍງານໃຫ້ຮູ້ ໃນວັນທີ 16 ພຶດສະພາ 2022 ນີ້ວ່າ: ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ຈະຈັດຂຶ້ນ ໃນຕົ້ນເດືອນທັນວາ 2022 ພາຍໃຕ້ຄໍາຂວັນ: “ເປັນເຈົ້າພາບຮ່ວມກັນທີ່ດີ” ໂດຍໄດ້ກໍານົດເອົາວັນທີ 13 ທັນວາ ເຊິ່ງເປັນວັນຄ້າຍ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ເປັນມື້ເປີດງານ ກິລາແຫ່ງຊາດ ຄັ້ງທີ 11 ແລະ ວັນທີ 22 ທັນວາ 2022 ເປັນມື້ປິດງານ. ມາຮອດປັດຈຸບັນ, ພວມກະກຽມບຸກຄະລາກອນຄືນໃໝ່ ພາຍຫລັງທີ່ໄດ້ມີ ການຍົກເລີກມາຫລາຍຄັ້ງ ໂດຍໄດ້ປັບປຸງບຸກຄະລາກອນ ຜູ້ທີ່ຈະຮັບຜິດ ຊອບ ໃນ 10 ອະນຸກໍາມະການໃຫຍ່, ສ່ວນທາງດ້ານພື້ນຖານໂຄງລ່າງ ແມ່ນໄດ້ມອບໃຫ້ ກອງເລຂາພະແນກ ສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກວດກາຄືນໃໝ່ ສະໜາມແຂ່ງຂັນກິລາ, ບານເຕະ, ປິ່ງປ່ອງ ແລະ ອື່ນໆ ພ້ອມທັງຂຶ້ນແຜນ ສ້ອມແປງຈຸດທີ່ຍັງຄົງຄ້າງ ໃຫ້ຮັບປະກັນ ໃນການຈັດງານ ມະຫາກໍາກິລາຄັ້ງນີ້.
ທ່ານ ບົວເງິນ ຫຸມໄຊຍະພົມ ຍັງໃຫ້ຮູ້ອີກວ່າ: ສຳລັບການແຂ່ງຂັນກິລາ ປະເພດຕ່າງໆ ຈະເລີ່ມແຕ່ວັນທີ 9 ພະຈິກ ເປັນຕົ້ນໄປ ແລະ ບາງປະເພດກິລາ ແມ່ນຈະຈັດການແຂ່ງຂັນ ຢູ່ນະຄອນຫລວງວຽງຈັນ. ສ່ວນດ້ານງົບປະມານ ແມ່ນໄດ້ກວດສອບຄືນໃໝ່ ເພື່ອຈະນໍາສະເໜີ ລັດຖະບານ ຊອກຫາວິທີແກ້ໄຂ.
ຂໍ້ມູນ-ພາບຈາກ: ຊີອາໄອ
ເນື້ອໃນ: ຂປລ