ຂປລ.ສຳນັກຂ່າວ ຊິນຮວາ,ວັນທີ13 ພຶດສະພານີ້, ກ້ອງສ່ອງ ທາງໄກ (telescope) ຂອງຈີນ ທີ່ຕິດຕັ້ງ ຢູ່ທະວີບ ແອນຕາຕິກາ (Antarctica) ເລີ່ມປະຕິບັດ ການສຳຫລວດ ຫາດາວເຄາະ ນອກລະບົບ ສຸລິຍະ ຈັກກະວານ ຫລື ດາວເຄາະ ທີ່ມີລັກສະນະ ຄ້າຍຄືໂລກ. ສຳລັບ ກ້ອງຊ່ອງ ທາງໄກ ປະກອບດ້ວຍ ກ້ອງໃຊ້ແສງ 4ໂຕ ແລະ ກ້ອງອິນຟຣາເຣດ ໄລຍະໄກ ອີກ 1ໂຕ ຖືກຕິດຕັ້ງ ຢູ່ສະຖານີ ຄົ້ນຄວ້າ ຈົງຊານ(Zhongshan) ຂອງຈີນ ຊຶ່ງຖືເປັນ ສ່ວນໜຶ່ງ ຂອງກິດຈະການ ສຳຫລວດ ແອນຕາຕິກ(Antarctic) ຄັ້ງທີ 38 ຂອງປະເທດ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ