
ໃນປັດຈຸບັນ, ເຕັກໂນໂລຊີ ກໍາລັງຂະຫຍາຍຕົວຢ່າງກວ້າງຂວາງ ຮອບດ້ານ ບໍ່ວ່າຈະດ້ານ ເສດຖະກິດສັງຄົມ, ສິລະປະ, ວັດທະນາທໍາ ໂດຍສະເພາະວົງການເພງ ການນໍາສະເໜີບົດເພງ ຂອງສິລະປິນ ກໍມີຄວາມຫລາກຫລາຍຂຶ້ນ ບໍ່ແມ່ນແຕ່ຊ່ອງທາງ ຢູທູບພຽງຢ່າງດຽວແລ້ວ ແຕ່ປັດຈຸບັນນີ້ ບີໄລ (Believe) ໄດ້ເປີດຊ່ອງທາງໃໝ່ ໃຫ້ສິລະປິນທົ່ວໂລກ ທີ່ຈະນໍາສະເໜີ ບົດເພງຂອງໂຕເອງ ລົງໃນແອັບ ທີ່ຫລາກຫລາຍ ເຊັ່ນ: Spotify, JOOX ຫລື Apple Music ແລະ ອື່ນໆອີກ.
ທ່ານ ຖະນາກອນ ທຳມະວັດວິມົນ ຫົວໜ້າຝ່າຍຈັດຈຳໜ່າຍ ປະຈຳປະເທດໄທ ຂອງບໍລິສັດ Believe ເວົ້າສູ່ຟັງວ່າ: ບໍລິສັດ Believe ມີສຳນັກງານໃຫຍ່ ຢູ່ທີ່ປະເທດຝຣັ່ງ ເປັນຕົວແທນຈຳໜ່າຍ ເພງແບບດີຈິຕອນ ທີ່ຊ່ວຍນຳເອົາເພງ ຂອງສິລະປິນ ໄປຈຳໜ່າຍຫລາກຫລາຍ ກວ່າ 200 ແຫ່ງ ເຊິ່ງ ລາຍໄດ້ ຈາກການກະຈາຍເພງ ລົງໃນບໍລິການ Streaming ຈະກັບມາສູ່ ຕົວສິລະປິນເອງ ເວົ້າລວມ ເວົ້າສະເພາະໜ້າ ວຽກຫລັກ ຂອງ Believe ໃນ ສປປລາວ ແມ່ນການຂະຫຍາຍ ຕະຫລາດເພງລາວ ໃຫ້ໃຫຍ່ຂຶ້ນ ແລະ ໄປໄດ້ໄກເຖິງ ຕ່າງປະເທດ ແລະ ທາງ Believe ເຊື່ອວ່າເຮັດໄດ້ ແລະ ເປັນໄປໄດ້ ສິ່ງທີ່ ຢາກແນະນຳ ໃຫ້ກັບສິລະປິນລາວ ກໍຄື ໃຫ້ຫາຊ່ອງທາງທີ່ເໝາະສົມ ໃນການສື່ສານ ກັບແຟນເພງ ໃຫ້ຫລາຍຂຶ້ນ, ຫາຊ່ອງທາງທີ່ສິລະປິນ ສາມາດເອົາຜົນງານ ໄປນໍາສະເໜີ ໄດ້ໂດຍໃຫ້ຖືກກັບ ຖານແຟນເພງ ຂອງສິລະປິນ ແລະ ພະຍາຍາມ ໃຫ້ສິລະປິນ ເຂົ້າໃຈວ່າ ຕອນນີ້ມີເຄື່ອງມື ທີ່ທັນສະໄໝຫລາຍຢ່າງ ສາ ມາດຊ່ວຍໄດ້ ສິລະປິນລາວ ໃນ Believe ມີປະມານ 100 ແອັກເຄົາ (accounts) ແຕ່ຖ້າລວມສິລະປິນເກົ່າ ແລະ ຄ້າຍເພງເກົ່າໆ ທີ່ເລີ່ມຕິດຕໍ່ມາ ແລະ ກຳລັງລົມກັນ ມີປະມານ 200 accounts. ອີກຢ່າງໜຶ່ງ ຢາກໃຫ້ສິລະປິນລາວ ຜະລິດເພງ ມີຄວາມເປັນເອກະລັກ ໃຫ້ຫລາຍທີ່ສຸດ ບໍ່ຕ້ອງຄືໃຜ, ບໍ່ຕ້ອງ ຄື ສິລະປິນດັງ ຂອງຕ່າງປະເທດ ເຊັ່ນ: T-Pop, K-Pop ແຕ່ໃຫ້ມີຄວາມເປັນລາວ, ນຳສະເໜີເອກະລັກລາວ ໃຫ້ຫລາຍທີ່ສຸດ ຫລື ເອີ້ນວ່າ L-Pop ທີ່ຄົນເຫັນແລ້ວສາມາດຮູ້ໄດ້ວ່ານີ້ຄືຄົນລາວ.
ປັດຈຸບັນີ້ທຸກຄົນສາມາດມີລາຍຮັບຈາກ Music Streaming, ຢາກໃຫ້ທຸກຄົນ ໄດ້ຮຽນຮູ້ກ່ຽວກັບ ການສ້າງລາຍຮັບຈາກເພງ, ນັກດົນຕີສາມາດເປັນອາຊີບ ທີ່ສາມາດລ້ຽງຄອບຄົວໄດ້ Believe ເຊື່ອ ແລະ ຫວັງວ່າວົງການດົນຕີລາວ ຈະໄປໄດ້ໄກ ແລະ ໄປໄດ້ດີ ຊຶ່ງທາງ Believe ເອງກໍຢາກເຫັນ ຄວາມສຳເລັດ ໃນວົງການດົນຕີລາວເຊັ່ນກັນ./.
ໂດຍ: ລູກສາວຫລ້າ
ເນື້ອໃນ: ຂປລ