
ຄະນະນັກກິລາທີມຊາດລາວຂະບວນໃຫຍ່ ອອກເດີນທາງເຂົ້າຮ່ວມງານມະຫະກຳກິລາຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມເປັນເຈົ້າພາບ ຢ່າງເປັນທາງການ ໃນວັນທີ 10 ພຶດສະພາ 2022 ນີ້, ພ້ອມທັງເດີນທາງ ຮອດຈຸດໝາຍ ດ້ວຍຄວາມ ສະຫວັດດີພາບ. ຂະນະທີ່ຈະສູ້ຊົນຍາດ ໃຫ້ໄດ້ຢ່າງໜ້ອຍ 5 ຫລຽນຄຳ ຈາກທັງໝົດ 29 ປະເພດກິລາ.
ການອອກເດີນທາງຄັ້ງນີ້ ນຳໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າ ຄະນະນັກກິລາລາວ ເຂົ້າຮ່ວມຊີເກມ, ມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາ ລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານຄະນະກຳມະການ ໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະນຳ ຈາກສະຫະພັນ ກິລາແຫ່ງຊາດ, ນັກກິລາບາງປະເພດ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ຕາມການໃຫ້ຮູ້ຂອງ ທ່ານ ແສງພອນ ພົນອາມາດ ໃຫ້ຮູ້ວ່າ: ຄະນະນັກກິລາລາວ ຂະບວນໃຫຍ່ຂອງລາວເຮົາ ໄດ້ອອກເດີນທາງ ເຂົ້າຮ່ວມງານມະຫະກຳ ກິລາຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າ ພາບຄັ້ງນີ້, ສປປ ລາວເຮົາ ສົ່ງ ຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 487 ທ່ານ, ແບ່ງເປັນນັກກິລາ 280 ຄົນ ຈາກ 29 ປະເພດກິລາ, ແບ່ງອອກເປັນ 2 ພາກສ່ວນຄື: ປະເພດທີ່ນໍາໃຊ້ງົບປະມານ ຂອງລັດຖະບານ ມີ 18 ປະເພດຄື: ເປຕັງ, ບິນລຽດ-ສະນຸກເກີ້, ຄິກບ໋ອກ ຊິ້ງ, ມວຍລາວ, ວູຊູ, ລົດຖີບ, ເທຄວັນໂດ, ມວຍສາກົນ, ກະຕໍ້, ປັນຈັກສີລັດ, ຄາຣາເຕໂດ, ຢູໂດ, ມວຍປໍ້າ, ຍິງທະນູ, ແລ່ນ-ລານ, ຍົກນໍ້າໜັກ, ໂວວີນາມ ແລະ ລອຍນໍ້າ. ຂະນະທີ່ອີກພາກສ່ວນໜຶ່ງ ແມ່ນກິລາທີ່ກຸ້ມຕົນເອງ ດ້ານງົບປະ ມານມີ 11 ປະເພດຄື: ບານເຕະຍິງ-ຊາຍ, ດອກປີກໄກ່, ເທັນນິດ, ບານສົ່ງຫາດຊາຍ, ກ໊ອຟ, ຢິມນາດສະຕິກ, ອີສະປອດ, ຍິງປືນ, ປິ່ງປ໋ອງ, ເພາະກາຍ ແລະ ແດ້ນສະປອດ.
ທ່ານກ່າວອີກ ວ່າ: ຜ່ານການເກັບຕົວຝຶກຊ້ອມ ຂອງແຕ່ລະປະເພດກິລາ ຂອງລາວເຮົາ ເຫັນວ່າທຸກປະເພດ ມີຄວາມພ້ອມຢ່າງຮອບດ້ານ ແລະ ກິລາບາງປະເພດ ທີ່ທາງເຈົ້າພາບ ບັນຈຸແຂ່ງຂັນ ຖືເປັນກິລາພື້ນຖານ ທີ່ນັກກິລາລາວເຮົາ ເຄີຍໄດ້ຫລຽນຄຳທີ່ ສປປ ລາວ ເປັນເຈົ້າພາບ. ສະນັ້ນ, ພວກເຮົາຈຶ່ງຕັ້ງ ເປົ້າຈະພະຍາຍາມ ສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫລຽນຄຳ ໃນການເຂົ້າຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ລະຫວ່າງວັນທີ 12- 22 ພຶດສະພາ 2022 ນີ້. (ຂໍ້ມູນຈາກໜັງສືພິມສຶກສາ ແລະ ກິລາລາຍວັນ).
ເນື້ອໃນ: ຂປລ