ຂປລ. ຄະນະສະເພາະກິດ, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ກ່ຽວກັບ ສະພາບການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈຳວັນທີ 9 ມີນາ 2022 ວ່າ: ວັນທີ 8 ມີນາ 2022 ໄດ້ກວດວິເຄາະທັງໝົດ 1.726 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 208 ຄົນ (ຕິດເຊື້ອພາຍໃນ 185 ຄົນ ແລະ ນໍາເຂົ້າ 23 ຄົນ).
ສຳລັບການຕິດເຊືື້ອ ພາຍໃນໃໝ່ ທັງໝົດ 185 ຄົນ ຈາກ 13 ແຂວງ ແລະ ນະຄອນຫລວງວຽງຈັນ ມີລາຍລະອຽດ ຄື: ນະຄອນຫລວງ 102 ຄົນ, ສະຫວັນນະເຂດ 30 ຄົນ, ຈຳປາສັກ 3 ຄົນ, ສາລະວັນ 1 ຄົນ, ອັດຕະປື 3 ຄົນ, ບໍ່ແກ້ວ 1 ຄົນ, ແຂວງວຽງຈັນ 5 ຄົນ, ຫລວງພະບາງ 4 ຄົນ, ອຸດົມໄຊ 1 ຄົນ, ໄຊຍະບູລີ 5 ຄົນ, ຊຽງຂວາງ 5 ຄົນ, ບໍລິຄຳໄຊ 7 ຄົນ, ໄຊສົມບູນ 4 ຄົນ ແລະ ຫົວພັນ 14 ຄົນ. ສ່ວນການຕິດເຊື້ອນໍາເຂົ້າ ມີ 23 ຄົນ ຈາກ ສະຫວັນນະເຂດ 9 ຄົນ, ຈຳປາສັກ 8 ຄົນ, ນະຄອນຫລວງ 3 ຄົນ, ຫົວພັນ 2 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າ ຈຳກັດບໍລິເວນຕາມສະຖານທີ່ ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 144.759 ຄົນ, ອອກໂຮງໝໍທີ 8 ມີນານີ້ 81 ຄົນ, ກຳລັງປິ່ນປົວ 1.643 ຄົນ ແລະ ເສຍຊີວິດທັງໝົດ 635 ຄົນ (ເສຍຊິວິດໃໝ່ 1 ຄົນ ຈາກໄຊຍະບູລີ). ທົ່ວປະເທດລາວ ສາມາດສັກວັກຊີນ ທັງໝົດ: ເຂັມທີ 1 ໄດ້ 5.136.399 ຄົນ, (ກວມເອົາ 70%) ແລະ ທຸກເຂັມທີ່ແນະນໍາ 4.367.592 ຄົນ, (ກວມເອົາ 59.52%).
ເນື້ອໃນ: ຂປລ