
ຂປລ. ໃນວັນທີ 20 ມັງກອນ 2022 ທີ່ສະໂມສອນຫລັກ 4 ແຂວງຈໍາປາສັກ, ທ່ານ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດ ໄດ້ເຄື່ອນໄຫວ ໂອ້ລົມພະນັກງານການນຳຫລັກແຫລ່ງ ແຂວງຈໍາປາສັກ, ໂດຍການກ່າວຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ຮັບຟັງການໂອ້ລົມ ມີ ບັນດາທ່ານ ສະຫາຍ ຄະນະບໍລິຫານງານພັກແຂວງ, ຄະນະນຳທີ່ມາຈາກສູນກາງ, ຄະນະກຳລັງ ປກຊ-ປກສ ແຂວງ, ພະນັກງານຫລັກແຫລ່ງຂອງແຂວງຈຳປາສັກ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວຕ້ອນຮັບ, ພ້ອມທັງລາຍງານໃຫ້ຮູ້ວ່າ: ຕະຫລອດໄລຍະ 1 ປີຜ່ານມາ ອົງຄະນະພັກ, ອົງການປົກຄອງແຂວງ ໄດ້ສຸມໃສ່ນຳພາ-ຊີ້ນຳເຜີຍແຜ່ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, 2 ວາລະແຫ່ງຊາດ ແລະ ມະຕິຕ່າງໆຂອງພັກ; ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານປະຈຳປີ 2021 ຂອງແຂວງ ແລະ ວຽກງານຈຸດສຸມຕ່າງໆ, ພາຍໃຕ້ສະພາບການຂອງໂລກ ແລະ ພາກພື້ນຜັນແປ ໄປຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ສະພາບພາຍໃນປະເທດ ແລະ ແຂວງຍັງສືບຕໍ່ປະເຊີນໜ້າ ກັບສິ່ງທ້າທາຍຫລາຍຢ່າງ ບັນຫາຕົ້ນຕໍແມ່ນ ສືບເນື່ອງມາຈາກການລະບາດ ຂອງພະຍາດໂຄວິດ-19, ບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ໄພທຳມະຊາດທີ່ເກີດຂຶ້ນຕໍ່ເນື່ອງ. ສະເພາະດ້ານ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນ ປີ 2021 ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ການພັດທະນາເສດຖະກິດ-ສັງຄົມ ມີທ່ວງທ່າດີຂຶ້ນເປັນກ້າວໆ; ການດຸ່ນດ່ຽງ ເສດຖະກິດມະຫາພາກ ມູນຄ່າລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ທັງໝົດ 22.737,42 ຕື້ກີບ, ທຽບໃສ່ແຜນປີໄດ້ 97%, ອັດຕາການຂະຫຍາຍຕົວ GDP ຢູ່ໃນລະດັບ 3,58%, ສະເລັ່ຍຕໍ່ຫົວຄົນໄດ້ 29,93 ລ້ານກີບຕໍ່ຄົນ, ເທົ່າກັບ 3.050 ໂດລາສະຫະລັດຕໍ່ຄົນ.
ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ກໍ່ໄດ້ສະແດງຄວາມພາກພູມໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ແຫ່ງການນຳພາ-ຊີ້ນຳ ໝາກຜົນທີ່ພວກສະຫາຍຍາດມາໄດ້ ແລະໄດ້ຖືໂອ້ກາດນີ້, ນຳເອົາຄວາມຢື້ຢາມຖາມ ຊ່າວອັນອົບອຸ່ນ, ຄວາມສາມັກຄີ ຮັກແພງ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນ ຈາກກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ມາຍັງບັນດາ ສະຫາຍຄະນະພັກ ແລະ ພະນັກງານຫົວຈັກຫລັກແຫລ່ງ ຕະຫລອດເຖິງສະມາຊິກພັກ ແລະ ປະຊາຊົນບັນ ດາເຜົ່າ ແຂວງຈຳປາສັກ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ເຫັນວ່າມີບາງບັນຫາທີ່ ຄະນະພັກ-ຄະນະນຳ ແຂວງຈຳປາສັກ ຈະຕ້ອງໄດ້ເພີ່ມທະວີ ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສດ ຖະກິດ-ການເງິນ, ເພີ່ມທະວີວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາ ຢາເສບຕິດ ແລະ ບັນຫາຫຍໍ້ທໍ້ອື່ນໆໃນສັງຄົມ; ຍູ້ແຮງວຽກງານປັບປຸງພາຍໃນພັກ, ກໍ່ສ້າງພະນັກງານ, ວຽກງານກວດກາ ແລະ ວຽກງານມະຫາຊົນ ຂອງພັກໃຫ້ແຂງແຮງ, ຜັນຂະຫຍາຍຈິດໃຈ ຂອງກອງປະຊຸມວຽກງານ ຈັດຕັ້ງທົ່ວປະເທດ ຄັ້ງທີ XI ຜ່ານມາ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກພະນັກງານ; ສືບຕໍ່ເອົາໃຈໃສ່ວຽກງານ ກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງ; ເອົາໃຈໃສ່ວຽກງານ ການປ້ອງກັນ, ສະກັດກັ້ນ ແລະ ການຄວບຄຸມພະຍາດ ໂຄວິດ-19 ໃຫ້ມີປະສິດທິຜົນ.
ຂ່າວ-ພາບ: ທັດຊະນະ
ເນື້ອໃນ: ຂປລ