
ຂປລ. ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພັນເອກ ສີປະເສີດ ເຜີຍຄໍາສິງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມລາຍງານໂດຍຫຍໍ້ ສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ ຕະຫລອດໄລຍະຜ່ານມາ.
ກອງພົນທີ 5 ມີພາລະບົດບາດ ເປັນກຳລັງຫລວງເຄື່ອນທີ່, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານ ຂອງກະຊວງປ້ອງກັນປະເທດ, ເປັນກຳລັງຫລັກແຫລ່ງ ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຊ່ວຍໜູນ ໃຫ້ຂອບເຂດ 4 ແຂວງພາກໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງກຳລັງລົງ ກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຕັ້ງທັບ, ແບບທາງກວ້າງ ແລະ ທາງເລິກ, ປະສານສົມທົບກັບ ກອງບັນຊາການທະຫານ 4 ແຂວງ ພາກໃຕ້ ປົກປັກຮັກສາຊາຍແດນ ໃນພື້ນທີ່ 4 ແຂວງພາກໃຕ້ ເຮັດໃຫ້ສະພາບ ມີຄວາມສະຫງົບໂດຍພື້ນຖານ.

ຈາກນັ້ນ, ສະຫາຍ ຮອງປະທານປະເທດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກ, ຄະນະບັນຊາກອງພົນດັ່ງກ່າວ, ຈົ່ງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາ ແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນ ຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງ ສາພັດທະນາເສດຖະກິດ-ສັງຄົມ, ກອງທັບ ກໍຄື ກົມກອງ ຕ້ອງເປັນຫລັກແຫລ່ງ, ເປັນພາຫານະອັນແຫລມຄົມຂອງພັກ ໃນການນໍາພາທົ່ວປວງຊົນ, ຍົກສູງຄວາມເປັນເຈົ້າການ ໃນວຽກງານປົກປ້ອງອະທິປະໄຕ ເຂດນໍ້າແດນດິນໃຫ້ໝັ້ນຄົງ, ຊອກວິທີການສະກັດກັ້ນ ບັນດາການເຄື່ອນໄຫວ ກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ບໍລິເວນຊາຍແດນ ທີ່ມີປະສິດທິຜົນກວ່າເກົ່າ, ສໍາລັບວຽກງານ ປົກປັກຮັກສາຊາຍແດນ, ໃຫ້ເອົາໃຈໃສ່ດ້ານຕາເວັນຕົກ ແລະ ທິດໃຕ້ ໂດຍສະເພາະ ບັນດາຈຸດໃດທີ່ຍັງຄົງຄ້າງ ໂດຍໃຫ້ມີຄວາມອົດທົນອົດກັ້ນ ນໍາກັນຫລາຍທີ່ສຸດ, ແຕ່ກໍຄ່ອງແຄ້ວນິ້ມນວນ ໃນການແກ້ໄຂບັນຫາ, ໃຫ້ມີການປະສານສົມທົບກັນ ແໜ້ນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ກໍາລັງອາວຸດຂອງພວກເຮົາ ແມ່ນກໍາລັງຂອງພັກ, ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຂຶ້ນ ແລະ ກໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢູ່ໃນການ ອົບຮົມບົ່ມສອນ ຂອງພັກມາໂດຍຕະຫລອດ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍ່ຕ້ອງຮັບປະກັນ ຄວາມຈົ່ງຮັກພັກດີ ຕໍ່ພາລະກິດ ຂອງພັກ ແລະ ປະເທດຊາດ, ທົ່ວກອງທັບ ກໍຄື ກົມກອງ ຕ້ອງຢູ່ໃຕ້ ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບປຸງກໍາລັງ ໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງ ລະບອບ ຄຸ້ມຄອງ-ບັນຊາ, ປັບປຸງກໍາລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນຖືເອົາຄຸນນະພາບ ທາງດ້ານການເມືອງ ແນວຄິດ ເປັນກົກ, ເອົາຄວາມສາມາດ ດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາ ເປັນສິ່ງສໍາຄັນ, ຕ້ອງສຸມທຸກເງື່ອນໄຂ ຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງ ຮອບດ້ານ. ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູກອງທັບ ດ້ວຍການສ້າງ ພະລາທິການກັບ ທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງ ດ້ານຊີວິດການເປັນຢູ່ ໂດຍສຸມໃສ່ດ້ານກະສິກໍາ ທີ່ເປັນທ່າແຮງ, ປະຕິບັດແນວທາງ ການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີ ການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດ ນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາ ປະເທດສັງຄົມ ນິຍົມອ້າຍນ້ອງ ກໍ່ຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫລືອ ຈາກສາກົນ ປັບປຸງກໍ່ສ້າງກອງທັບ ພວກເຮົາໃຫ້ກ້າວໜ້າ ທັນສະໄໝສູ່ຄຸນນະພາບໃຫມ່, ເອົາໃຈໃສ່ວຽກງານການປ້ອງກັນ, ສະກັດກັ້ນ ແລະ ການຄວບຄຸມພະຍາດໂກ ວິດ-19 ພາຍໃນກົມກອງ ໃຫ້ມີປະສິດທິຜົນ. ໃນນັ້ນ, ໃຫ້ສືບຕໍ່ຍົກສູງສະຕິ ໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດ ໂຄວິດ-19 ຢ່າງເຂັ້ມງວດ, ໂດຍໃຫ້ປຸກລະດົມນາຍ ແລະ ພົນທະຫານທຸກກົມກອງ ເຂົ້າຮ່ວມຢ່າງຕັ້ງໜ້າ, ໂດຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ປັບປຸງແບບ ແຜນວິທີເຮັດວຽກ ໃນສະພາບປັດຈຸບັນ ກໍ່ຄື ການໃຊ້ຊີວິດປົກກະຕິແບບໃໝ່ (New Normal) ເຂົ້າໃນທຸກການເຄື່ອນໄຫວວຽກງານ ໂດຍສະເພາະ ການຝຶກແອບ, ການປະຊຸມ ຫລື ການຈັດງານຕ່າງໆ ຕ້ອງໃຫ້ກະທັດຮັດ ແລະ ປະຢັດມັດທະຍັດທີ່ສຸດ.
ເນື້ອໃນ: ຂປລ