
ຂປລ. ໃນວັນທີ 18 ມັງກອນ 2022, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໂດຍມີ ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ແລະ ຄະນະກົມຂອງກະຊວງ ການຕ່າງປະເທດຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍທະຫານຢູ່ ກອງພົນທະຫານຮາບ ທີ 3 ເມືອງຮຸນ ແຂວງອຸດົມໄຊ, ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ, ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ສະຫາຍ ພົ.ວ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ, ຫົວໜ້າການທະຫານກອງທະຫານຮາບ ທີ 3, ພ້ອມດ້ວຍ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ ແຂວງອຸດົມໄຊ ເຈົ້າແຂວງອຸດົມໄຊ, ໂດຍມີບັນດາຄະນະການນຳແຂວງ, ຄະນະນໍາກອງພົນ ແລະ ບັນດາພະນັກງານຫລັກແຫ່ງ ກົມກອງກ່ຽວຂ້ອງຂອງ ກອງພົນທະຫານຮາບ ທີ 3 ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຮັບຟັງການລາຍງານ ສະພາບການໂດຍຫຍໍ້ ກ່ຽວກັບ ການເຄື່ອນໄຫວປະຕິບັດໜ້າທີ່ ການເມືອງຂອງກົມກອງ ໃນໄລຍະຜ່ານມາ ຈາກ ສະຫາຍ ພົ.ວ ໄຊຍະວົງ ໄຊນາມທິລາດ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງທະຫານຮາບ ທີ 3, ໂດຍສະເພາະ ແມ່ນການປະຕິບັດແນວທາງ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນຂອງພັກ, ເຖິງວ່າໄລຍະຜ່ານມາ ສະພາບການພາກພື້ນ ແລະ ສາກົນ ລວມທັງ ສະພາບການພາຍໃນປະເທດ ກໍ່ຄື ກອງທັບ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານກໍ່ຕາມ ແຕ່ບັນດາສະຫາຍ ຄະນະພັກ-ຄະນະບັນຊາ, ພະນັກງານຫລັກແຫລ່ງ ກໍ່ໄດ້ຕັ້ງໜ້າສູ້ຊົນ ບຸກບືນຜ່ານຜ່າ ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເກີດດອກອອກຜົນ ຢ່າງມີຄວາມຮັບຜິດຊອບສູງ, ປະກອບສ່ວນອັນສຳຄັນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຮັບປະກັນເອກະລາດແຫ່ງຊາດ ໄດ້ຮັບການປົກປ້ອງຢ່າງໝັ້ນຄົງ, ການເມືອງສືບຕໍ່ມີສະຖຽນລະພາບ, ປະບອບປະຊາ ທິປະໄຕປະຊາຊົນ ໄດ້ຮັບການເສີມຂະຫຍາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ສ້າງສະພາບແວດລ້ອມ ທີ່ສະຫງົບສັນຕິ ໃຫ້ແກ່ປະຊາຊົນໃນການດຳລົງຊີວິດ , ທຳມາຫາກິນ ແລະ ສ້າງສາພັດທະນາ.

ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດພົບປະໂອ້ລົມນາຍ ແລະ ພົນທະຫານ, ໂດຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ ແຫ່ງການປະຕິບັດ ພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ບັນດາກຳລັງປະກອບອາວຸດ ປະຊາຊົນລາວໄດ້ເຮັດສຳເລັດ ພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ ພັກ-ລັດ ມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານອັນພົ້ນເດັ່ນ, ວິລະກຳອັນລໍ້າເລີດປະດັບໄວ້ ໃນໜ້າປະຫວັດສາດຂອງຊາດ ຢ່າງສົມກຽດ, ສົມແລ້ວທີ່ເປັນກອງທັບ ວິລະຊົນແຫ່ງຊາດ ທີ່ໄດ້ຮັບຄໍາສັນລະເສີນຈາກ ພັກ ແລະ ລັດ ວ່າ: “ກອງທັບຍາມໃດ ກໍ່ນໍາໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານ ທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫລມຄົມຂອງພັກ”, ສືບຕໍ່ມີຜົນງານໃນໄລຍະຕໍ່ສູ້ ປົດປ່ອຍຊາດຢ່າງອົງອາດມີໄຊ ກໍ່ຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຄຽງຄູ່ກັບການຮັບໃຊ້ສັງຄົມ ກໍ່ຄືຮັບໃຊ້ປະຊາຊົນ, ໂດຍໄດ້ຈັດຕັ້ງປະຕິບັດ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ຖືກທິດ, ສອດຄ່ອງກັບເງື່ອນໄຂ ສະພາບການຕົວຈິງ, ແມ່ນໝາກຜົນຈາກ ຄວາມບາກບັ່ນບຸກບືນແລະ ຄວາມສາມັກຄີ ເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກົມກອງທີ່ທຸ້ມເທເຫື່ອແຮງ ກໍຄື ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ເສີມຂະຫຍາຍມູນເຊື້ອ ຂອງກອງທັບປະຕິວັດ, ຍາມໃດກໍ່ຕອບສະ ໜອງຕໍ່ ຄວາມຮຽກຮ້ອງຕ້ອງການຂອງ ພັກ-ລັດ ແລະ ປະຊາຊົນດ້ວຍ ຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ ແລະເດັດດ່ຽວໜຽວ ແໜ້ນກ້າວເດີນຕາມອຸດົມການຂອງພັກ. ພ້ອມດຽວກັນນີ້, ກໍ່ໄດ້ແຈ້ງສະພາບການໃນພາກພື້ນ ແລະ ສາກົນ ພ້ອມກັບສະພາບ ກ່ຽວກັບ ການປັກຫລັກໝາຍຊາຍແດນ ກັບ 5 ປະເທດໃກ້ຄຽງ, ໃນນີ້ ຍັງມີ 2 ປະເທດ ທີ່ຍັງບໍ່ທັນສຳເລັດ, ຊຶ່ງຈະໄດ້ສືບຕໍ່ເຈລະຈາ ເພື່ອປັກຫລັກໝາຍຊາຍແດນ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ໃຫ້ແກ່ ນາຍ ແລະ ພົນທະຫານຮັບຊາບ.
ໃນໂອກາດອັນທີ່ມີ ຄວາມໝາຍສຳຄັນນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ກໍ່ໄດ້ມອບເງິນສົດຈໍານວນໜຶ່ງ, ເຄື່ອງອຸປະໂພກ-ບໍລິໂພກ, ຄອມພິວເຕີ, ໜ້າກາກອະນາໄມ, ເຈວລ້າງມືຂ້າເຊື້ອ, ອຸປະກອນວັດແທກ ອຸນຫະພູມກວດໂຄວິດ-19 ແລະ ອຸປະກອນເຄື່ອງຮັບໃຊ້ ຫ້ອງການຈໍານວນໜຶ່ງ ໃຫ້ແກ່ກອງພົນທະຫານຮາບ ທີ 3 ເພື່ອນໍາໄປຫມູນໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດວຽກງານ, ທັງນີ້ກໍ່ເພື່ອເປັນການຊຸກຍູ້ ສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ແລະ ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ກອງພັນນ້ອຍ 612/ຊໍ3, ໂດຍຮັບຟັງການລາຍງານຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ ຂອງກອງພັນນ້ອຍ 612/ຊໍ3, ການປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ໄດ້ພົບປະໃຫ້ກຳລັງໃຈ ແກ່ອ້າຍນ້ອງທະຫານ.
ເນື້ອໃນ: ຂປລ