ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ມີມາແຕ່ເຫິງນານ ໂດຍແມ່ນປະທານໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ສ້າງຂຶ້ນ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ຕ້ານສັດຕູໂຕດຽວກັນ ຈົນເຖິງວັນທີ່ສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນ.
ສາຍພົວພັນ ລາວ-ຫວຽດນາມ ແມ່ນສາຍພົວພັນພິເສດ ບໍລິສຸດ ເປັນຄວາມຮັກແພງ ໃກ້ຊິດສະໜິດສະໜົມ ຫາສິ່ງປຽບບໍ່ໄດ້ ກາຍເປັນແບບຢ່າງທີ່ຫາຍາກ, ການຮ່ວມມື ລາວ-ຫວຽດນາມ ບົນພື້ນຖານຄວາມຮັກແພງ ແລະ ຈິງໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ ນັບມື້ແໜ້ນແກ່ນ ກ້າວສູ່ລວງເລິກຍິ່ງຂຶ້ນ ແລະ ມີຜົນສຳເລັດຫລາຍດ້ານ.
ຜ່ານມາ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນ ທັງການຊ່ວຍເຫລືອ ປົກກະຕິປະຈໍາປີ ກໍຄື ການຊ່ວຍ ເຫລືອໃນຍາມໄພພິບັດຕ່າງໆ ພິເສດແມ່ນການຮັບມື ກັບພະຍາດໂຄວິດ-19 ຊຶ່ງ ສສ ຫວຽດນາມ ເປັນປະເທດທຳອິດ ທີ່ເຂົ້າມາໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ອັນນີ້ສະແດງໃຫ້ເຫັນ ລັກສະນະ ພິເສດ ຂອງການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ໄດ້ກາຍເປັນປັດໄຈ ຊ່ວຍໜູນທີ່ສໍາຄັນໃຫ້ແກ່ ການພັດທະນາປະເທດຊາດຂອງພວກເຮົາ.
ປັດຈຸບັນ ຫວຽດນາມ ແມ່ນປະເທດຄູ່ຮ່ວມມືເສດຖະກິດ, ການລົງທຶນ, ການຄ້າໃຫຍ່ຂອງລາວ, ການຄ້າລະຫວ່າງລາວ-ຫວຽດນາມ ມີທ່າຂະຫຍາຍຕົວ ຢ່າງກ້າວກະໂດດ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍ ຊຶ່ງຫວຽດນາມ ເປັນອັນດັບ3 ທີ່ລົງທຶນຢູ່ລາວ ໂດຍມີ 2 ໂຄງການພົ້ນເດັ່ນ ຂອງວິສາຫະກິດຫວຽດນາມ ເປັນຕົ້ນ ໂຄງການເຂື່ອນໄຟຟ້າເຊຂະໝານ 1 ແລະ ເຊຂະໝານຊານໄຊ (ການກໍ່ສ້າງຂຶ້ນກັບໂຄງການຮ່ວມມື ພະລັງງານລະຫວ່າງ ລັດຖະບານສອງປະເທດ) ນອກຈາກນີ້, ກໍ່ມີການຮ່ວມມື ລະຫວ່າງປະເທດ ເຊັ່ນ: ໂຄງການພັດທະນາທ່າເຮືອຫວຸ້ງອ່າງ 1,2 ແລະ 3 ແລະ ຂໍ້ຕົກລົງຊື້-ຂາຍໄຟຟ້າ ທີ່ຈະເຮັດໃຫ້ສອງປະເທດ ໄດ້ຮັບຜົນປະໂຫຍດ.
ການນໍາຂັ້ນສູງທັງສອງພັກສອງລັດ ໄດ້ເພີ່ມທະວີການໄປມາຢ້ຽມກັນເປັນປະຈໍາ ແລະ ໃນລະຫວ່າງວັນທີ 28–29 ມິຖຸນາ 2021 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ສັນຖະວະໄມຕີ ທີ່ສາທາລະນະລັດ ສັງຄົມນິ ຍົມ ຫວຽດນາມ ຢ່າງເປັນທາງການ ເຊິ່ງການຢ້ຽມຢາມໃນຄັ້ງນີ້ ເປັນການເຄື່ອນໄຫວ ຢູ່ຕ່າງປະເທດຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບ ການເລືອກຕັ້ງເປັນ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ- ຫວຽດນາມ. ໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ຫງວຽນ ຊວັນ ຟຸກ ໄດ້ດໍາເນີນການພົບປະທາງການສອງຝ່າຍ ຈາກ, ທ່ານເລຂາທິການໃຫຍ່,ປະທານປະເທດ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ທ່ານເລຂາທິການໃຫຍ ຫງວຽນຟູຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ແລະ ເຊື້ອເຊີນບັນດາສະຫາຍ ການນຳຂັ້ນສູງພັກ, ລັດ ແຫ່ງ ສສ ຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ.

ໃນລະຫວ່າງ ວັນທີ 9-10 ສິງຫາ 2021 ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ ຕໍ່ກອງປະຊຸມສະໄໝ ວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດລາວ. ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ຮ່ວມກັບສະຫາຍ ຫງວຽນ ຊວັນ ຟຸກ ເຂົ້າຮ່ວມພິທີເປີດນໍາໃຊ້ ແລະ ມອບຮັບຫໍສະພາແຫ່ງຊາດ ຢ່າງເປັນທາງການ ໂດຍມີການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງທັງສອງພັກ, ສອງລັດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະຈໍາສະພາ ແຫ່ງຊາດຊຸດທີ VIII ແລະ ອະດີດການນໍາຂອງສະພາແຫ່ງຊາດຊຸດຕ່າງໆເຂົ້າຮ່ວມ.

ສອງການນຳຂ້ັນສູງ ລາວ-ຫວຽດນາມ ຮ່ວມພິທີເປີດນໍາໃຊ້ ແລະ ມອບ-ຮັບ ຫໍສະພາແຫ່ງຊາດຫລັງໃໝ່ ຂອງຂວັນຈາກ ພັກ,ລັດ ແລະ ປະຊາຊົນຫວຽດນາມ ໃນວັນທີ 10 ສິງຫາ 2021.

ຜ່ານການຢ້ຽມຢາມ ແລະ ເຮັດວຽກຂອງການນຳຂັ້ນສູງ ແລະ ຄະນະນຳທ້ອງຖິ່ນລາວ-ຫວຽດນາມ ເປັນການຢືນຢັນການສືບຕໍ່ ເພີ່ມທະວີຍົກສູງສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນສະພາບການໃໝ່ ເໝາະສົມກັບສະພາບ ຂອງແຕ່ລະປະເທດ, ລັດຖະບານສອງປະເທດ ໄດ້ຊຸກຍູ້ສາຍພົວພັ ນຮ່ວມມືໂດຍກົງຮອບດ້ານ, ແຮກ ສ່ຽວແຕ່ຂັ້ນສູນກາງ ຮອດທ້ອງຖິ່ນໃຫ້ໄປຢ້ຽມຢາ ມກັນເປັນປົກກະຕິໃນທຸກຂົງເຂດ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ເບື້ອງຂວາ) ຕ້ອນຮັບ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງ ສປປ ລາວ
ໃນໂອກາດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 9 ສິງຫາ 2021 ທີ່ສນຍ
ມິດຕະພາບອັນຍິ່ງໃຫຍ່, ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງພັກ-ລັດ ແລະ ປະຊາຊົນລາວ ກັບ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຄືສາຍພົວພັນຕົວແບບ ບໍ່ມີ ວັນ ຈາງຫາຍ ໃນການພົວພັນສາກົນ, ແມ່ນກໍາລັງແຮງ, ກົດເກນຄົງຕົວ ແມ່ນໜຶ່ງໃນບັນດາ ອົງປະກອບຕັດສິນທຸກໄຊຊະນະ ຂອງການປະຕິວັດແຕ່ລະປະເທດ.
ໂດຍ: ສ. ສີວັນໄຊ