
ປ່ອຍວິດີໂອເພງ 4 ວັນຜ່ານ YouTube ຍອດວິວຂຶ້ນ 4 ແສນກວ່າຄັ້ງ, ສຳລັບເພງ “ພຽງຮູ້ສຶກເສຍດາຍ” ຂອງສິລະປິນສາວໄຟແຮງ ນັດດາວ (Nutdao) ແລະ ສິລະປິນຫລາກຫລາຍ ຄວາມສາມາດ ບ່າວ ກູດ(GX2) ທີ່ໄດ້ກະແສຕອບຮັບ ຈາກແຟນເພງ ເປັນຢ່າງດີ ນອກຈາກສຽງຮ້ອງ, ເນື້ອເພງ ແລະ ສຽງດົນຕີ ທີ່ມ່ວນແມ້ງແລ້ວ, ມິວສິກວິດີໂອ ທີ່ໜ້າສົນໃຈ ຖ່າຍທອດອາລົມ ຂອງນັກສະແດງໄດ້ດີ ກໍເປັນອີກປັດໄຈໜຶ່ງ ເຮັດໃຫ້ເພງດັ່ງກ່າວ ກຳລັງເປັນທີ່ນິຍົມໃນໄລຍະເວລາອັນສັ້ນ.
ຄໍລຳ ເປີດກັບບັນເທີງ ໜັງສືພິມປະເທດລາວ ສະບັບນີ້ ບໍ່ລໍຖ້າໃຫ້ເສຍເວລາ ຕີສາຍສໍາພາດ ແອນນີ້ Black Modeling ອີກໜຶ່ງນັກສະແດງທີ່ມາ ຮ່ວມຖ່າຍທອດອາລົມຄວາມຮູ້ສຶກ ຈົນເພງນີ້ອອກມາສົມບູນແບບ ຊຶ່ງແອນນີ້ Black Modeling ເຜີຍຄວາມຮູ້ສຶກ ວ່າ: ຮູ້ສຶກດີໃຈຫລາຍທີ່ໄດ້ຮ່ວມງານກັບນັດດາວ ແລະ Gx2 ພ້ອມທີມງາມທຸກຄົນ, ປົກກະຕິແລ້ວ ແອນນີ້ເອງ ກໍເປັນແຟນເພງຂອງທີມງານສ້າງ ຢາກເປັນລູກເຂີຍ, ໃສ່ໃຈໄດ້ແຕ່ມອງ ແລະ ເພງ ແພງອ້າຍ ຢູ່ແລ້ວ; ຕອນທໍາອິດ ທີ່ອ້າຍ ໂສພະນາ ຕິດຕໍ່ມາ ແມ່ນດີ ໃຈສຸດໆໄປເລີຍ ແລະ ທີມງານທຸກຄົນ ກໍ່ໜ້າຮັກເປັນກັນເອງຫລາຍ ຢູ່ໃນກອງຖ່າຍທຳ ກໍຮູ້ສຶກມ່ວນບໍ່ກົດດັນເລີຍ, ສໍາລັບຕົວລະຄອນທີ່ແອນນີ້ ໄດ້ຮັບສະແດງແມ່ນເປັນແມ່ຍິງຄົນໜຶ່ງ ທີ່ເສຍຊີວິດໄປແລ້ວ ແຕ່ດ້ວຍຄວາມທີ່ຮັກ ແລະ ຄວາມເປັນຫ່ວງແຟນຫລາຍ ຈຶ່ງເຮັດໃຫ້ວິນຍານຂອງລາວ ໄປໃສບໍ່ໄດ້ ເຊິ່ງສາເຫດທີ່ລາວ ເສຍຊີວິດຍ້ອນຫຍັງນັ້ນ ໃຫ້ທຸກຄົນໄປຕິດຕາມເບິ່ງຢູ່ MV ໄດ້ເລີຍ.
ແອນນີ້ ເຜີຍຕື່ມວ່າ: ຜົນງານໄວໆນີ້ແອນນີ້ຈະມີໂປຣເຈັກໃໝ່ ເຊິ່ງເປັນ Mini Series ທີ່ຈະໄດ້ສະແດງຮ່ວມກັບອ້າຍໆ ໃນສັງກັດ Black Modeling ເຊິ່ງຕອນນີ້ ຢູ່ໃນຂັ້ນຕອນຝຶກອົບຮົມ ຫລື workshop ແລະ ກຽມເປີດການຖ່າຍທຳໃນເດືອນມັງກອນນີ້. ໃນໄວໆນີ້ ກໍອາດຈະໄດ້ເຊັນສັນຍາເປັນພຣີເຊັນເຕີ ໃຫ້ສິນຄ້າຊະນິດໜຶ່ງ ເຊິ່ງຢູ່ໃນຂັ້ນຕອນລົມ ຂໍ້ຕົກລົງກັນ ແລະ ເປັນພຣີເຊັນເຕີ Lao Telecom ຂໍຝາກໃຫ້ຕິດຕາມເປັນກຳລັງໃຈໃຫ້ດ້ວຍ.
ສ່ວນຜົນງານຫລ້າສຸດຂອງແອນນີ້ນັ້ນ ກໍຄື ເອັມວີເພງ “ພຽງຮູ້ສຶກເສຍດາຍ” ທີ່ແອນນີ້ເອງໄດ້ຮ່ວມສະແດງນໍາ ແນວໃດກໍຝາກທຸກຄົນ ເຂົ້າໄປຟັງກັນຫລາຍໆເດີ້ ເພາະຜົນງານນີ້ແອນນີ້ ແລະ ທີມງານທຸກຄົນຕັ້ງໃຈທຸ້ມເທກັນສຸດໆ.

ເອົາເປັນວ່າໃຜຢາກຕິດຕາມຜົນງານນ້ອງແອນນີ້ ກໍຕິດຕາມໄດ້ທາງ Facebook page official : Anny Lattanakone ແລະ Black Modeling, Instagram : upretty__ Tiktok : upretty_19 ແລະ ໃຜທີ່ຍັງບໍ່ໄດ້ທັນຟັງເພງນີ້ເທື່ອ ກໍຮີບໄປຄົ້ນໃນຢູທູບຟັງ ກ່ອນຍອດວິວ ຈະຂຶ້ນເປັນຫລັກລ້ານ ແລະ ຫລາຍສິບລ້ານ ! ຊ່ວຍສົ່ງເສີມເພງລາວ ໃຫ້ດັງໄກໄປຕ່າງແດນ...ຄົນລາວເກັ່ງ ມີເລືອດສິລະປະວັນນະຄະດີຕັ້ງແຕ່ເຄົ້າແຕ່ເດີມຢູ່ແລ້ວ.
ໂດຍ: ມາລີດາ
ເນື້ອໃນ: ຂປລ