
ພິທີເຊັນສັນຍາຮ່ວມມືລະຫວ່າງສອງສໍານັກຂ່າວສານ ປະເທດລາວ ແລະ ຂ່າວສານຫວຽດນາມ ໃນວັນທີ 29/5/1981.
(ເນື່ອງໃນໂອກາດສະຫລອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວຄົບຮອບ 54 ປີ 06/01/1968-06/01/2022)’
ສໍານັກຂ່າວສານປະເທດລາວ (ຂປລ ຫລື KPL) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 6 ມັງກອນ 1968 ເພື່ອເຮັດໜ້າທີ່ໂຄສະນາ ຖະແຫລງຂ່າວຢູ່ພາຍໃນ ແລະ ຕໍ່ຕ່າງປະເທດ ກ່ຽວກັບຂະບວນການ ຕໍ່ສູ້ຢ່າງພິລາດອາດຫານ ຂອງປະຊາຊົນລາວບັນດາເຜົ່າ ຕ້ານກັບຈັກກະພັດ ແລະ ລູກ ແຫລ້ງຕີນມື ຂອງພວກເຂົາທີ່ມີຕໍ່ປະຊາຊົນລາວ ແລະ ຖືເປັນມື້ຈັດພິມໃບຂ່າວ ສະບັບທຳອິດຢ່າງເປັນທາງການ ໂດຍໄດ້ໂຮມເອົາ ເຊ 2 ກອງບັນນາທິການຂ່າວ ກອງຖ່າຍ ຜະລິດຮູບ ວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ແລະ ກອງບັນນາທິການ ໜັງສືພິມແນວລາວຮັກຊາດ ຈາກພະ ແນກຖະແຫລງຂ່າວໂຄສະນາເຂົ້າກັນ ຊຶ່ງເປັນຂີດໝາຍ ປະຫວັດສາດແຫ່ງ ການກຳເນີດຂອງ ສຳນັກຂ່າວສານປະເທດນ້ອຍໆ ປະເທດໜຶ່ງທີ່ຢູ່ໃນໄລຍະຕໍ່ສູ້ ຕ້ານຈັກກະພັດຜູ້ຮຸກຮານ ພ້ອມນັ້ນກໍຍັງເປັນ ຫລັກໝາຍ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ.
ໃນໄລຍະທີ່ ພວກຈັກກະພັດ ແລະ ລູກມື ໄດ້ເພີ່ມທະວີສົງຄາມຕີເຂົ້າເຂດປົດປ່ອຍ ນັບມື້ຮຸນແຮງດຸເດືອດຂຶ້ນ, ເພື່ອຄວາມປອດໄພ ແລະ ຮັກສາກ້ອນກຳລັງ ສຳນັກຂ່າວສານປະເທດລາວ ຈຶ່ງໄດ້ແບ່ງອອກເປັນສອງພາກສ່ວນ ຄື: ເບ1 ໄດ້ໄປຕັ້ງຢູ່ຫວຽດນາມ ເອີ້ນວ່າແນວຫລັງ, ສ່ວນ ເບ2 ປະຈຳຢູ່ທີ່ພູແຄ ທົ່ງນາໄກ ເອີ້ນວ່າ ແນວໜ້າ. ປີ 1970 ພາຍຫລັງບັ້ນຮົມກູ້ກຽດ ຢູ່ແຂວງຊຽງຂວາງ ສໍານັກວິທະຍຸ ຂອງກໍາລັງເປັນກາງຮັກຊາດ ຢູ່ຄັງໄຂ ໄດ້ໄປເຕົ້າໂຮມ ກັນຢູ່ສູນກາງ ແລະ ໄດ້ສົມທົບຢູ່ຮ່ວມກັບ ຂ່າວສານປະ ເທດລາວ ທີ່ຕັ້ງຢູ່ພູແຄ ອັນໄດ້ເຮັດໃຫ້ສຳນັກຂ່າວສານ ໃນເວລາ ນັ້ນມີຈຳນວນຫລາຍຂຶ້ນ ແລະ ເຂັ້ມແຂງເປັນກ້າວໆ ຮັບປະກັນກັບການອອກຂ່າວທັນກັບເວລາ.
ການນໍາສໍານັກຂ່າວສານປະເທດລາວ ນໍາຄະນະຜູ້ແທນຂ່າວສານ ຫວຽດນາມ ໄປເບິ່ງ
ພື້ນຖານເຕັກນິກຂອງຂ່າວສານປະເທດລາວ ທີ່ຊໍາເໜືອແຂວງຫົວພັນ ໃນວັນທີ 2/4/1962.
ໃນບັ້ນຮັບໃຊ້ໃຫ້ແກ່ສະໜາມຮົບນ້ຳບາກ ບັ້ນຮົບຜາຖີ່ ບັ້ນຮົບທົ່ງໄຫຫີນ ແລະ ບັ້ນຮົບລາມເຊິນ 719 ຊຶ່ງແມ່ນບັ້ນຮົບໃຫຍ່ ດຸເດືອດແຮງທີ່ສຸດນັ້ນ ນັກຂ່າວ ນັກຖ່າຍຮູບ ລ້ວນແຕ່ໄດ້ເຂົ້າຮ່ວມ ແລະ ບັນທຶກຮູບພາບການຕໍ່ສູ້ຂອງ ກອງທັບປົດປ່ອຍ ປະຊາ ຊົນລາວ ແລະ ໂທດກຳຂອງ ພວກ ຈັກກະພັດຜູ້ຮຸກຮານ. ຍ້ອນສຳນັກມີສອງບ່ອນຕັ້ງ ຢູ່ຄົນລະປະເທດ ຜູ້ຂຽນບົດ, ຂຽນຂ່າວ ແມ່ນຢູ່ພູແຄ ແຕ່ໂຄສົກອ່ານຂ່າວອອກວິທະຍຸ ຊ້ຳພັດຢູ່ຫວຽດນາມ ເຖິງວ່າໄດ້ມີອຸ ປະສັກ ຕໍ່ການປະຕິບັດໜ້າທີ່ວຽກງານ ໂດຍເຮືອບິນ ມາຖິ້ມລະເບີດໃສ່ ບໍ່ເວັ້ນແຕ່ລະວັນ, ສະພາບອາກາດ ທີ່ມີທັງຝົນຕົກ, ອາກາດໜາວຈົນເຂົ້າກະດູກ ການດຳລົງຊີວິດແຕ່ລະວັນ ກໍພົບຄວາມຫຍຸ້ງຍາກຂາດເຂີນ ນານາປະການ ອຸປະກອນຮັບໃຊ້ບໍ່ພຽງພໍ ແຕ່ພະນັກງານຂ່າວສານທຸກຄົນ ກໍຮັກແພງສາມັກຄີຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດຫລ້ອນໜ້າທີ່ ທີ່ຖືກມອບ ໝາຍໃຫ້ເປັນຢ່າງດີ ແລະ ທັນກັບສະພາບການ.
ພິທີມອບຮັບ ໂຄງການຊ່ວຍເຫລືອລ້າ ຫ້ອງສະຕູດິໂອ ແລະ ຖານຂໍ້ມູນ ຂອງຂ່າວສານຫວຽດນາມ
ໃຫ້ຂ່າວສານປະເທດລາວ ໃນວັນທີ 25-11-2018
ຈາກຈຸດກໍາເນີດຂອງສຳນັກຂ່າວສານປະເທດລາວ ສູ່ເສັ້ນທາງແຫ່ງການ ເຕີບໃຫຍ່ຂະຫຍາຍຕົວນັ້ນ ບໍ່ອາດປະຕິເສດການອູ້ມຊູ ຊ່ວຍເຫລືອຂອງສໍານັກຂ່າວສານຫວຽດນາມ ເພື່ອນມິດຜູ້ສະໜິດສະໜົມ, ເຂົ້າອົກເຂົ້າໃຈ ແລະ ເຕັມ ໄປດ້ວຍຄວາມເສຍສະລະ. ພາຍໃຕ້ການຊີ້ນໍາໂດຍກົງ ຂອງ ພັກ-ລັດ, ຂ່າວສານຫວຽດນາມອ້າຍນ້ອງ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ນໍາໜ້າໃນສະໜາມຮົບ ແນວຄິດການເມືອງ, ປະຕິບັດໜ້າທີ່ການເມືອງອັນມີ ກຽດສະຫງ່າໃນ ການເປັນແຫລ່ງຂ່າວ ທີ່ສໍາຄັນຕົ້ນຕໍຢ່າງແທ້ຈິງ. ມາເຖິງປັດຈຸບັນ ສອງສຳນັກຂ່າວສານປະເທດ ລາວ-ຫວຽດນາມ ພວມ ຮ່າງແຜນສັນສືບຕໍ່ຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ປະຈຳປີ ບົນພື້ນຖານອານຸສັນຍາ 5 ປີ ໂດຍສະເພາະການຊ່ວຍເຫລືອ ທາງດ້ານຍົກລະດັບວິຊາການ, ອຸປະກອນເຕັກນິກ ພ້ອມນີ້ຂ່າວສານ ຫວຽດນາມ ຍັງໄດ້ຊ່ວຍສຳນັກຂ່າວສານປະເທດລາວ ສ້າງຫ້ອງສະຕູດິໂອ ທີ່ທັນສະໄໝ ເພື່ອ ຜະລິດລາຍການ, ຕິດຕັ້ງລະບົບເຄືອຂ່າຍ ແລະ ລະບົບເຊີເວີ ໃນຖານໃຊ້ເກັບກໍາຂໍ້ມູນຂ່າວສານ ເພື່ອບໍລິການໃຫ້ສັງຄົມໄດ້ສະດວກ ແລະ ວ່ອງໄວທັນການຍິ່ງຂຶ້ນ.

ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວຄົນປັດຈຸບັນ ໄດ້ມີຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບການພົວພັນຮ່ວມມື ລະຫວ່າງສອງສໍານັກຂ່າວສານ ລາວ-ຫວຽດນາມ ວ່າ: “ຂ້າພະເຈົ້າບໍ່ອາດ ຕີລາຄາໄດ້ໝົດ ບັນດາເມັດຈິດເມັດໃຈ ແຫ່ງການພົວພັນຂອງສອງ ສໍານັກຂ່າວສານ ລາວ-ຫວຽດນາມ, ເປັນສາຍພົວພັນຮ່ວມມື ທີ່ແສນຫາຍາກໃນໂລກ. ຄໍາວ່າ: “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງປັນກັນກິນ” ມັນກໍ່ມີແຕ່ເກີດຢູ່ໃນສາຍພົວພັນ ຂອງ ສອງປະເທດ ແລະ ຄົນຂອງຊາດ ກໍ່ເວົ້າໄດ້ເຕັມ ປາກຕະຫລອດເວລາ. ຄໍາເວົ້າດັ່ງກ່າວມັນສະທ້ອນໃຫ້ເຫັນເຖິງ ຄວາມຮັກແພງ ອັນສະໜິດສະໜົມທີ່ສຸດ, ຍາມທຸກຍາກບໍ່ເຄີຍປະຖິ້ມກັນ ນັ້ນແມ່ນຈິດໃຈອັນປະເສີດທີ່ສຸດ. ບົນເສັ້ນ ທາງແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ຂອງສໍານັກຂ່າວສານປະເທດລາວ ແມ່ນບໍ່ອາດ ປະຕິເສດ ເຖິງການອູ້ມຊູຊ່ວຍເຫລືອ ຂອງສໍານັກຂ່າວສານຫວຽດນາມ ທີ່ຍາມໃດ ກໍ່ມີຄວາມ ຈິງໃຈ, ເສຍສະລະ ຜ່ານຮຸ່ນຄົນຕ່າງໆຈົນ ມາເຖິງປັດ ຈຸບັນ. ໃນຖານະຜູ້ອໍານວຍໃຫຍ່ ສໍານັກຂ່າວສານປັດຈຸບັນ ກໍ່ພ້ອມສືບຕໍ່ປະກອບສ່ວນ ຕັ້ງໜ້າເຂົ້າໃນການເສີມຂະ ຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ ຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມື ລະຫວ່າງສອງສໍານັກຂ່າວສານ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ຈະເລີນງອກງາມໄປເລື້ອຍໆ”.

ທ່ານ ຟ້າມວັນກຽນ ຕາງໜ້າສຳນັກຂ່າວສານຫວຽດນາມ ປະຈຳຢູ່ປະເທດລາວ ໄດ້ມີຄຳເຫັນວ່າ: “ມິດຕະພາບ ແລະ ການພົວພັນຮ່ວມມື ຂອງສໍານັກຂ່າວສານຫວຽດນາມ ແລະ ສໍານັກຂ່າວສານປະເທດລາວ ຍາມໃດກໍ່ໄດ້ຮັບ ການເສີມຂະຫຍາຍ ແລະ ເຊີດຊູ ຈາກຮຸ່ນສູ່ຮຸ່ນຄົນ, ຈະເລີນ ງອກງາມຕາມການເວລາ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາສອງປະເທດ. ໃນທ່າມກາງສະພາບລະບາດ ຂອງພະຍາດໂຄວິດ19 ທີ່ມີຄວາມ ຫຍຸ້ງຍາກໃນເວລານີ້, ສອງສໍານັກຂ່າວພວກເຮົາ ຍິ່ງຕ້ອງ ເຊີດຊູບົດບາດ ໃນການເປັນສໍານັກຂ່າວແຫ່ງຊາດ ໃນການເຜີຍ ແຜ່ຂໍ້ມູນຂ່າວ ທີ່ຖືກຕ້ອງເຊື່ອຖືໄດ້ ເພື່ອປຸກລະດົມນໍ້າໃຈ ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ລໍາບາກນີ້ໃຫ້ຜ່ານພົ້ນໄປ ໄດ້ນໍາກັນດ້ວຍດີ, ພ້ອມກັນເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ໃຫ້ນັບມື້ມຸ່ງສູ່ອະ ນາຄົດທີ່ສົດໃສ”.

ສາຍພົວພັນຮ່ວມມືຂອງສຳນັກຂ່າວສານ ລາວ-ຫວຽດນາມ ແມ່ນສາຍພົວພັນທີ່ສະໜິດສະໜົມ, ອົບອຸ່ນ ແລະ ຈິງໃຈ ເພາະໄດ້ສ້າງຕັ້ງຂຶ້ນ ໃນເວລາທີ່ຫຍຸ້ງຍາກ ແລະ ອຸປະສັກຜ່ານມາ ຖືເປັນບົດທົດສອບທີ່ສຳຄັນ, ສາຍພົວພັນນີ້ ເປັນສ່ວນໜຶ່ງຂອງຈິດໃຈ ມິດຕະພາບ ລາວ-ຫວຽດນາມ ທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ພິເສດທີ່ສຸດ.
ໂດຍ: ສ. ສີວັນໄຊ
ເນື້ອໃນ: ຂປລ