
ພາບ “ລົດໄຟລາວ-ຈີນ ຂະບວນລ້ານຊ້າງ ຈອດຮຽງຄູ່ ລົດໄຟລາວ-ຈີນຂະບວນແຄນລາວ” ທີ່ເຜີຍແພ່ຜ່ານສື່ຕ່າງໆ ເຮັດໃຫ້ປະຊາຊົນລາວ ຕ່າງກໍມີຄວາມປິຕິຊົມຊື່ນ, ດີອົກດີໃຈ ແລະ ພາກພູມໃຈທີ່ສຸດ ຖືເປັນຂອງຂວັນອັນລ້ຳຄ່າທີ່ມີຄວາມໝາຍ ທາງປະຫວັດສາດຂອງຊາດລາວ ທັງເປັນການສະແດງໃຫ້ເຫັນເຖິງ ອີກໜຶ່ງຄວາມກ້າວໜ້າຂອງ ເຕັກໂນໂລຊີການຄົມມະນາຄົມ ລະຫວ່າງປະເທດໃນເຂດອາຊຽນ ແລະ ຈີນ.
ລົດໄຟທັງສອງຂະບວນນີ້ ຄະນະຊ່ຽວຊານອອກແບບ ໄດ້ຮັບແຮງບັນດານ ໃຈຈາກທຸງຊາດລາວ ປະກອບມີ 3 ສີຄື: ສີແດງ, ຟ້າ ແລະ ສີຂາວ ຊຶ່ງສີແດງໝາຍເຖິງເລືອດເນື້ອ ຂອງນັກຮົບປະຕິວັດລາວ, ສີຟ້າໝາຍເຖິງ ຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທຳມະຊາດ ແລະ ສີຂາວໝາຍເຖິງ ຄວາມສາມັກຄີຂອງຄົນລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິດລາວຄືດັ່ງດວງເດືອນ.

ສຳລັບຊື່ຂອງລົດໄຟ ໄດ້ຖືກຮັບຮອງຢ່າງເປັນທາງການ ໂດຍມີຄຳສັ່ງຈາກຫ້ອງການ ສຳນັກງານນາຍົກລັດຖະມົນຕີ ເລກທີ 1292/ຫສນຍ ວ່າດ້ວຍການຮັບຮອງການຕັ້ງຊື່ ຂະບວນລົດໄຟໂດຍສານສາຍດ່ວນ ຂະບວນທຳອິດ ມາຮັບໃຊ້ບໍລິການເອີ້ນວ່າ: “ຂະບວນລ້ານຊ້າງ” ແລະ “ຂະບວນແຄນລາວ” ສາເຫດທີ່ຕັ້ງຊື່ຂະບວນລ້ານຊ້າງ ເນື່ອງຈາກເປັນຊື່ອານາຈັກລ້ານຊ້າງຂອງລາວ ໃນອະດີດ ທີ່ເຄີຍເປັນອານາຈັກ ທີ່ມີເຈົ້າຊີວິດປົກຄອງ, ອີກຄວາມໝາຍໜຶ່ງແມ່ນ ຊື່ແມ່ນ້ຳຂອງທີ່ໄຫລ ຜ່ານດິນແດນຈີນ ແລະ ລາວ, ສະແດງເຖິງ ຄວາມເປັນບ້ານໃກ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ (ທິດ 4 ດີລາວ-ຈີນ: ຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານ).
ສ່ວນລົດໄຟສາຍດ່ວນ ທີ່ຊື່ວ່າ: “ຂະບວນແຄນລາວ” ຊຶ່ງແຄນແມ່ນ ສັນຍະລັກຂອງເຄື່ອງດົນຕີລາວປະເພດໜຶ່ງ ໄດ້ຮາມນາມມະຍົດ ຈາກອົງການອຸຍແນັດສະໂກໃຫ້ ແຄນລາວ ເປັນມໍລະດົກໂລກດ້ານນາມມະທຳ.
ໂດຍ: ສ. ສີວັນໄຊ
ເນື້ອໃນ: ຂປລ