ຂປລ. ຕາມການລາຍງານຈາກ ທ່ານ ດຣ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ, ກະຊວງສາທາລະນະສຸກ ໃນວັນທີ 2 ພະຈິກ 2021 ນີ້ວ່າ: ສະພາບການລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາຍັງໜ້າເປັນຫ່ວງ ມື້ດຽວກວດພົບ ກໍລະນີຕິດເຊື້ອ 873 ຄົນ, ໃນນີ້ ຕິດເຊື້ອນຳເຂົ້າມີ 2 ຄົນ ແລະ ຕິດເຊື້ອ ພາຍໃນປະເທດ 871 ຄົນ ແລະ ເສຍຊີວິດໃໝ່ 3 ຄົນ.
ກໍລະນີຕິດເຊື້ອພາຍໃນ 871 ຄົນ ນັ້ນ, ຢູ່ນະຄອນຫລວງວຽງຈັນ 427 ຄົນ, ເຊິ່ງກວດພົບຜູ້ຕິດເຊື້ອ 144 ບ້ານ, ໃນ 7 ເມືອງ; ແຂວງຫລວງພະບາງ 58 ຄົນ ໃນ 15 ບ້ານ, 4 ເມືອງ; ບໍ່ແກ້ວ 40 ຄົນ ໃນ 11 ບ້ານ, 2 ເມືອງ; ແຂວງວຽງຈັນ 105 ຄົນ ໃນ 21 ບ້ານ, 5 ເມືອງ; ອຸດົມໄຊ 16 ຄົນ ໃນ 6 ບ້ານ, 1 ເມືອງ; ບໍລິຄໍາໄຊ 12 ຄົນ ໃນ 4 ບ້ານ, 1 ເມືອງ; ໄຊສົມບູນ 4 ຄົນ ໃນ 1 ບ້ານ, 1 ເມືອງ; ຄໍາມ່ວນ 15 ຄົນ ໃນ2 ບ້ານ, 1 ເມືອງ; ສາລະວັນ 3 ຄົນ ໃນ 3 ບ້ານ, 2 ເມືອງ; ສະຫວັນນະເຂດ 6 ຄົນ ໃນ 5 ບ້ານ, 3 ເມືອງ; ຈໍາປາສັກ 5 ຄົນ ໃນ 2 ບ້ານ, 2 ເມືອງ; ເຊກອງ 7 ຄົນໃນ 5 ບ້ານ, 2 ເມືອງ; ຫລວງນ້ຳທາ 172 ຄົນ ໃນ 35 ບ້ານ, 4 ເມືອງ ແລະ ແຂວງຊຽງຂວາງ 1 ຄົນ.
ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປັດຈຸບັນ 41.829 ຄົນ, ເສຍຊີວິດສະສົມ 70 ຄົນ, ສາມາດປິ່ນປົວຫາຍດີ ກັບບ້ານໃນມື້ວານນີ້ 572 ຄົນ ແລະ ຍັງສືບຕໍ່ປິ່ນປົວ 7.695 ຄົນ, ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 86 ສູນ ແລະ 55 ໂຮງແຮມ ມີຜູ້ຈຳກັດບໍລິເວນ 5.115 ຄົນ (ສູນ 3.238 ຄົນ ແລະ ໂຮງແຮມ 1.877 ຄົນ), ທຸກຄົນທີ່ເຂົ້າມາສູນ ດັ່ງກ່າວແມ່ນ ໄດ້ເກັບຕົວຢ່າງ ມາກວດວິເຄາະຫາເຊື້ອ ພະຍາດ ໂຄວິດ-19.
ສຳລັບຜູ້ເສຍຊີວິດນັ້ນ, ຜູ້ທີ 1: ເພດຊາຍ, ອາຍຸ 23 ປີ, ສັນຊາດ ລາວ, ບ້ານໂນນແຕ້ ເມືອງໄຊທານີ ນະຄອນຫລວງວຽງຈັນ, ຢູ່ສະຖານທີ່ຄຸມຂັງຊົ່ວຄາວ ເມືອງໄຊເສດຖາ, ມາຮອດວັນທີ 29 ຕຸລາ 2021 ຜູ້ກ່ຽວມີອາການລ່ອຍ, ຈ່ອຍຜ່ອມ ແລະ ຈືດມ້ານ ໄດ້ເກັບຕົວຢ່າງ ແລະ ຜົນກວດພົບເຊື້ອ ພະຍາດໂຄວິດ-19, ໄດ້ຮັບການປິ່ນປົ່ວ ນັບແຕ່ວັນທີ 29 ຕຸລາ-1 ພະຈິກ 2021 ເປັນເວລາ 4 ມື້, ຈົນມາຮອດວັນທີ 1 ພະຈິກ 2021 ເວລາ 16:00 ໂມງ ຜູ້ກ່ຽວໄດ້ເສຍຊີວິດ; ຜູ້ທີ 2: ເພດຊາຍ, ອາຍຸ 73 ປີ, ບ້ານພູຄຳ ເມືອງກາສີ ແຂວງວຽງຈັນ, ມີພະຍາດປະຈໍາຕົວເບົາຫວານ, ຄວາມດັນເລືອດສູງ (ເຄີຍເສັ້ນເລືອດ ໃນສະໝອງແຕກ ຫາກໍ່ພັກຟຶ້ນ ແລະ ເລີ່ມຊ່ວຍເຫລືອຕົນເອງໄດ້ 3 ເດືອນ) ຜ່ານມາບໍ່ໄດ້ຮັບການ ສັກວັກຊິນກັນ ໂຄວິດ-19. ໃນວັນທີ 1 ພະຈິກ 2021 ຜູ້ກ່ຽວມາໂຮງໝໍເມືອງກາສີ ດ້ວຍອາການອິດເມື່ອຍ, ແຂນຂາອ່ອນແຮງ ເປັນໄດ້ 3 ມື້ ແລະ ໄອເລັກນ້ອຍ ຈຶ່ງໄດ້ກວດຊອກ ຫາເຊື້ອ ແລະ ຜົນກວດພົບເຊື້ອ ໂຄວິດ-19, ເວລາ 21:00 ໂມງ ຄົນເຈັບມີອາການຊ໋ອກ, ແພດໝໍໄດ້ພະຍາຍາມ ຊ່ວຍເຫລືອຄົນເຈັບ ແລະ ນຳສົ່ງໄປຍັງ ສູນໂຄວິດໂພນໂຮງ, ໄລຍະເຄື່ອນຍ້າຍ ຄົນເຈັບຂື້ນລົດ ໄດ້ເຊີດຊູອີກ 1 ຄັ້ງ ໃນລົດ, ແຕ່ເວລາ 23:45 ໂມງ ມາຮອດສູນໂຄວິດໂພນໂຮງ ຄົນເຈັບໄດ້ເສຍຊີວິດລົງ ແລະ ຜູ້ທີ 3 ເພດຊາຍ, ອາຍຸ 82 ປີ, ອາຊີບ: ປະຊາຊົນ ບ້ານດົງປ່າແຫລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ວັນທີ 2 ພະຈິກ 2021 ຜູ້ກ່ຽວເຂົ້າມາກວດ ຢູ່ໂຮງໝໍມິດຕະພາບ ດ້ວຍອາການບໍ່ໄດ້ສະຕິ ພ້ອມທັງ ເກັບຕົວຢ່າງ ມາກວດພະຍາດ ໂຄວິດ-19 ແລະ ໃຫ້ຜົນບວກ ແລະ ເວລາ 1:30 ໂມງເຊົ້າ ຂອງວັນທີ 02 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ (ຜູ້ກ່ຽວເສຍຊີວິດ ກ່ອນມາໂຮງໝໍ).
ຂ່າວ: ສຸກສະຫວັດ ສົມສະໜິດ
ເນື້ອໃນ: ຂປລ