
ຂປລ. ໃນວັນທີ 6 ເມສາ 2021 ທີ່ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ ນະຄອນ ຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ຮ່ວມກັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກິດຈະກຳ ສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ອິນເດຍ ຄົບຮອບ 65 ປີ ດ້ວຍການສາຍສາລະຄະດີຕ່າງໆ ກ່ຽວກັບຊີວິດ ຂອງພະພຸດທະເຈົ້າ ໃຫ້ແກ່ບັນດາ ພະນັກງານ, ຄູອາຈານ, ນັກສຶກສາ ແລະ ນັກຮົບທົ່ວວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຮ່ວມຊົມ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ທ່ານ ດິກາ ອັດທານາ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສ.ອິນເດຍ ປະຈຳ ສປປ ລາວ.

ທ່ານ ດິກາ ອັດທານາ ໄດ້ກ່າວວ່າ: ປະເທດອິນເດຍ ແລະ ປະເທດລາວ ໄດ້ຮ່ວມປະຫວັດ ສາດ ການເຊື່ອມໂຍງດ້ານສາສະໜາ, ວັດທະນາທຳ ແລະ ປະຊາຊົນ ກັບ ປະຊາຊົນທີ່ມີມາແຕ່ຍາວນານ. ສາຍພົວພັນດ້ານການທູດ ລະຫວ່າງ ປະເທດ, ການປົກຄອງປະເທດ ທີ່ທັນສະໄໝ ທີ່ສ້າງຕັ້ງຂຶ້ນໃນປີ 1956 ແລະ ປີນີ້ ກໍຄົບຮອບ 65 ປີ, ເຊິ່ງໄດ້ມີການພັດທະນາ ປ່ຽນແປງໃນຫລາຍໆດ້ານ ລວມເຖິງການຢ້ຽມຢາມ ຂອງບັນດາຜູ້ນຳຂັ້ນສູງ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ມີການພົວພັນທີ່ດີ ໃນການຮ່ວມມື ດ້ານການປ້ອງກັນຊາດ ໂດຍລັດຖະບານອິນເດຍ ໄດ້ຊ່ວຍເຫລືອໃນການ ພັດທະນາຊັບ ພະຍາກອນມະນຸດ ເປັນຕົ້ນ ໄດ້ໃຫ້ທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ບັນດາພະນັກ ງານ ແລະ ທະຫານລາວ.
ທ່ານ ພົນຕີ ຄຳຫລ້າ ພັນໄຊຍະສຸກ ຫົວຫນ້າການເມືອງ ວິທະຍາຄາປ້ອງກັນຊາດ ໄກສອນພົມວິຫານ ໄດ້ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພາະເປັນການເສີມສ້າງສາຍພົວພັນການທູດ ລະຫວ່າງສອງປະເທດພວກເຮົາ ທີ່ໄດ້ບັນຈົບຄົບຮອບ 65 ປີ ໃຫ້ນັບມື້ງອກງາມຂຶ້ນຕື່ມອີກບາດກ້າວໜຶ່ງ. ການສາຍຮູບເງົາ ກ່ຽວກັບພຸດທະປະຫວັດ ສາສະໜາພຸດຄັ້ງນີ້, ມີຊື່ວ່າ: ເລື່ອງຫົນທາງສູ່ ການເປັນພະພຸດທະເຈົ້າ ແລະ ເລື່ອງດິນແດນແຫ່ງພະພຸດທະເຈົ້າ, ເຊິ່ງເປັນເລື່ອງທີ່ມີຄວາມໝາຍສໍາຄັນ ທາງດ້ານປະຫວັດສາດ ສາສະໜາພຸດ, ທີ່ປະເທດຊາດລາວ ໄດ້ມີສັດທາເຫລື້ອມໃສ ເຊື່ອຖືມາຕັ້ງແຕ່ສະຕະວັດທີ່ 14 ຈົນເຖິງປັດຈຸບັນ.
ທ່ານ ພົນຕີ ຄຳຫລ້າ ພັນໄຊຍະສຸກ ກ່າວຕື່ມວ່າ: ການພົວພັນຮ່ວມມື ຂອງສອງຊາດລາວ-ອິນເດຍ, ອິນເດຍ-ລາວ ທີ່ບໍ່ອາດຫລົງລືມໄດ້ ກໍແມ່ນການພົວພັນລະຫວ່າງ ວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ ກັບ ກອງທັບ ສ.ອິນເດຍ ທີ່ມີມາແຕ່ດົນນານແລ້ວ ຄື ເລີ່ມແຕ່ປີ 1995 ເປັນຕົ້ນມາ ລວມເວລາໄດ້ 25 ປີ, ເຊິ່ງໃນໄລຍະຜ່ານມາສອງຝ່າຍ ກໍ່ໄດ້ສ້າງການພົວພັນ ທີ່ດີຕໍ່ກັນຕະຫລອດມາ ໃນນັ້ນຝ່າຍກອງທັບ ສ.ອິນເດຍ ກໍໄດ້ໃຫ້ການຊ່ວຍເຫລືອວິທະຍາຄານ ຂອງພວກເຮົາຫລາຍດ້ານ ເປັນຕົ້ນແມ່ນ ການແລກປ່ຽນຄະນະຜູ້ແທນ ແລະ ນັກວິຊາການຢ້ຽມຢາມເຊິ່ງກັນ ແລະ ກັນ, ໄດ້ສົ່ງຊ່ຽວຊານ ຄູສອນພາສາອັງກິດ ແລະ ໄອທີ, ຊ່ວຍເຫລືອດ້ານອຸປະກອນ ການຮຽນ-ການສອນໄອທີ, ຮັບເອົາພະນັກງານ, ຄູ-ອາຈານສອນພາສາອັງກິດ ຢູ່ວິທະຍາຄານໄປຝຶກຫັດ, ຝຶກອົບຮົມໄລຍະສັ້ນ ແລະ ຍາວ ຢູ່ອິນເດຍ. ບັນດາການຊ່ວຍເຫລືອນີ້, ເປັນການສະແດງເຖິງການເສີມສ້າງສາຍພົວພັນອັນດີງາມ ແລະ ແຕກດອກອອກຜົນງົດງາມຂຶ້ນຕື່ມ. ຂ້າພະເຈົ້າ ຕາງໜ້າຄະນະນຳວິ ທະຍາຄານດັ່ງກ່າວ, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ນໍ້າໃຈສາມັກຄີ ມິດຕະພາບ ແລະ ການຊ່ວຍເຫລືອ ໃນຫລາຍດ້ານ ຂອງລັດຖະບານອິນເດຍ ແລະ ເຊື່ອໝັ້ນວ່າຝ່າຍອິນເດຍ ຈະສືບຕໍ່ໃຫ້ການຊຸກຍູ້ ຊ່ວຍເຫລືອແກ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ອີກຕໍ່ໄປ.
ຂ່າວ-ພາບ: ມະນີທອນ
ເນື້ອໃນ: ຂປລ