
ຂປລ.ຕາມຂ່າວຈາກ ຊີອາໄອຂອງຈີນ,ເມື່ອບໍ່ດົນມານີ້,ທ່ານ ເຊີ້ງລາຍຢູ້ນ, ຮອງຫົວໜ້າ ອົງການ ສະຖິຕິ ແຫ່ງຊາດຈີນ ເປີດເຜີຍວ່າ: ຍອດມູນຄ່າ ເສດຖະກິດ ຂອງຈີນ ໄດ້ບັນລຸ ຫລາຍກວ່າ 1 ແສນຕື້ຢວນ, ລວມຍອດ ຜະລິດຕະພັນ ພາຍໃນ ຫລື GDP ສະເລ່ຍ ຕໍ່ຫົວຄົນ ຂອງຈີນ ບັນລຸ ຫລາຍກວ່າ 10.000 ໂດລາ ສະຫະລັດ ເປັນເວລາສອງປີ ຕິດຕໍ່ກັນ. ໃນໄລຍະ“ແຜນການ 5 ປີຄັ້ງທີ 13”, GDP ຂອງຈີນໄດ້ເພີ່ມຂຶ້ນ 6.500 ຕື້ຢວນ ສະເລ່ຍຕໍ່ປີ. ລາຍໄດ້ປະຊາຊົນ ແລະເສດຖະກິດ ໄດ້ເພີ່ມຂຶ້ນ ຢ່າງພ້ອມກັນ, ປະຊາກອນ ຜູ້ທຸກຍາກ ຢູ່ຊົນນະບົດ ຕາມມາດຕະຖານ ໃນປັດຈຸບັນ ໄດ້ຫລຸດພົ້ນ ອອກຈາກ ຄວາມທຸກຍາກ ທັງໝົດ. ລາຍໄດ້ທີ່ສາມາດຈັບຈ່າຍ ໄດ້ສະເລ່ຍ ຕໍ່ຫົວຄົນ ຂອງຂອງປະຊາຊົນຈີນ ເພີ່ມຂຶ້ນ 2.045 ຢວນສະເລ່ຍຕໍ່ປີ ເຊິ່ງເພີ່ມຂຶ້ນ 156 ຢວນເມື່ອທຽບກັບ ໄລຍະ“ແຜນການ 5 ປີຄັ້ງທີ 12”; ປະຊາກອນ ຜູ້ທຸກຍາກ ຂອງຊົນນະບົດ 55,75 ລ້ານຄົນ ໄດ້ຫລຸດພົ້ນ ອອກຈາກ ຄວາມທຸກຍາກ, ປະຊາກອນ ຜູ້ທຸກຍາກ ໄດ້ຫລຸດພົ້ນ ອອກຈາກ ຄວາມທຸກຍາກ 11,15 ລ້ານຄົນຕໍ່ປີ./.
ຮຽບຮຽງຂ່າວໂດຍ ສະໄຫວ