
ຂປລ.ຕາມຂ່າວຈາກ ນະຄອນຫລວງ ມະນິລາ, ວັນທີ22ກຸມພານີ້, ສຳນັກງານ ຄະນະກຳມະການ ອາຫານ ແລະ ຢາຂອງ ຟີລິບປິນ ຖະແຫລງ ກ່ຽວກັບ ການອະນຸມັດ ການໃຊ້ງານ ເປັນກໍລະນີ ສຸກເສີນ ໃຫ້ກັບ ວັກຊິນ ປ້ອງກັນ ໂຄວິດ-19 ຜະລິດໂດຍ ບໍລິສັດ ຊີໂນແວັກ ຂອງຈີນ ເຊິ່ງຂັ້ນຕອນ ການພິຈາລະນາ ໃຊ້ເວລາດົນກວ່າ ປົກກະຕິ ເມື່ອທຽບກັບການຂຶ້ນທະບຽນ ໃຫ້ກັບ ວັກຊິນຂອງ ໄຟເຊີ/ໄບໂອເອັນເທັກ ແລະ ແອສຕຣາເຊເນກາ/ອ໋ອກຟອດ ເນື່ອງຈາກ ບໍລິສັດ ຊີໂນແວັກ ສົ່ງເອກກະສານ ກ່ຽວກັບ ຜົນການທົດລອງ ທາງຄລີນິກ ໄລຍະທີ່ 3 ບໍ່ຄົບຕາມເກນ ມາດຕະຖານ ຂອງລັດຖະບານ ຟີລິບປິນ ຈຶ່ງເຮັດໃຫ້ຊັກຊ້າ./.
ຮຽບຮຽງຂ່າວໂດຍ ສະໄຫວ