
ຂປລ. ກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ຂໍເຊີນຊວນບັນດາທ່ານ ສະໝັກເຂົ້າຮ່ວມແຂ່ງຂັນ ໂຄງການເວທີ ຂອງນັກວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໜຸ່ມນ້ອຍ ໂດຍຫົວຂໍ້ ການແຂ່ງຂັນໃນປີນີ້ ແມ່ນຢູ່ ພາຍໃນຫົວຂໍ້ ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນວຽກງານກະສິກໍາ ເພື່ອເພີ່ມປະສິດຕິພາບ ແລະ ສ້າງມູນຄ່າເພີ່ມ ຂອງການຜະລິດ, ເຊິ່ງປິດຮັບສະໝັກ ແບບຟອມອອນລາຍ: 18 ກຸມພາ 2021, ສາມາດດາວໂຫລດ ແບບຟອມສະໝັກ ໄດ້ທີ່: shorturl.at/mtwN1 ເຊິ່ງບັນດາທ່ານທີ່ ຖືກຄັດເລືອກຈາກ ເວທີແຂ່ງຂັນຄັ້ງນີ້, ຈະໄດ້ຖືກບົ່ມເພາະ ເພື່ອສ້າງທຸລະກິດ ເປັນຂອງໂຕເອງ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມສຳມະນາ ຮ່ວມກັບນັກວິທະ ຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໜຸ່ມນ້ອຍ ຈາກບັນດາປະເທດສະມາຊິກ ຂອງຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໄດ້ຮັບລາງວັນພິເສດ, ພ້ອມໄດ້ເຂົ້າຮ່ວມ ທັດສະນະສຶກສາ ຢູ່ຕ່າງປະເທດຕື່ມອີກ.
ສຳລັບເງື່ອນໄຂການສະໝັກ: ຕ້ອງເປັນນັກສຶກສາ ມະຫາວິທະຍາໄລ ຫລື ວິທະຍາໄລ ໃນຂອບເຂດທົ່ວປະເທດ, ມີແນວຄວາມຄິດ ດ້ານທຸລະກິດ ແບບໃໝ່ ທີ່ສາມາດແກ້ໄຂ ບັນຫາທຸລະກິດ ດ້ານກະສິກໍາໃນປະຈຸບັນ, ມີຄວາມສາມາດ ໃນການບໍລິຫານຈັດການ ແລະ ວາງແຜນ, ເປັນທຸລະກິດ ກ່ຽວຂ້ອງກັບກະສິກໍາ ໂດຍນໍາໃຊ້ເຕັກໂນໂລຊີ ເຂົ້າມາຊ່ວຍພັດທະນາ, ຮູບແບບທຸລະກິດ ຕ້ອງມີຄວາມກ່ຽວຂ້ອງກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ; ສອບຖາມຂໍ້ມູນເພີ່ມຕື່ມ ໂທ: 020-5441 1199, 020-2223-2665, 020-55393392, ເຟສບຸກ: Young Scientists Technology and Innovation Forums.
ຂ່າວ: ສົມຫວັງ
ເນື້ອໃນ: ຂປລ