
ຂປລ. ໃນວັນທີ 25 ມັງກອນ 2021 ທີ່ກະຊວງສາທາລະນະສຸກ, ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ຢູ່ ສປປ ລາວເຮົາ ໄດ້ກວດພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ 1 ຄົນ, ເຮັດໃຫ້ຕົວເລກສະສົມ ຜູ້ຕິດເຊື້ອພະຍາດດັ່ງກ່າວ ຢູ່ປະເທດເຮົາ ລວມມີທັງໝົດ 44 ຄົນ.
ທ່ານ ດຣ. ພູທອນ ເມືອງປາກ ແຈ້ງໃຫ້ຮູ້ວ່າ: ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 44 ເປັນເພດຍິງ, ອາຍຸ 29 ປີ ສັນຊາດລາວ ເປັນແຮງງານ ຕົກຄ້າງ ຢູ່ປະເທດມາເລເຊຍ, ໃນໄລຍະວັນທີ 5-6 ມັງກອນ 2021 ແມ່ນຍັງຢູ່ປະເທດມາເລເຊຍ ໄດ້ມີອາການເປັນໄຂ້, ໄອ, ແຕ່ບໍ່ໄດ້ໄປ ກວດຢູ່ໂຮງໝໍ ແລະ ໄດ້ຊື້ຢາມາກິນເອງ ໄດ້ສອງຫາສາມວັນ ອາການໄດ້ດີຂຶ້ນ ແລະ ອາການກໍຫາຍໄປ. ກ່ອນຈະເດີນທາງມາ ນະຄອນ ຫລວງວຽງຈັນ ໃນວັນທີ 22 ມັງກອນ 2021 ແມ່ນໄດ້ກວດຕົວຢ່າງ ຊອກຫາເຊື້ອໂຄວິດ-19 ດ້ວຍເຄື່ອງພີຊີອາ ຢູ່ນະຄອນ ຫລວງກົວລາລໍາເປີ, ປະເທດມາເລເຊຍ, ເຊິ່ງຜົນອອກມາບໍ່ພົບເຊື້ອ ແລະ ຜູ້ກ່ຽວໄດ້ອະນຸຍາດ ໃຫ້ເດີນທາງນໍາຖ້ຽວບິນ ມະນຸດສະທຳ ແລະ ມາຮອດ ສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 8:20 ໂມງ ຂອງວັນທີ 24 ມັງກອນ 2021 ແລະ ເກັບຕົວຢ່າງ ເພື່ອກວດຫາເຊື້ອຢູ່ສະໜາມບິນ ພ້ອມທັງນຳສົ່ງ ໄປສູນກັກບໍລິເວນ ຢູ່ຫລັກ 27 ດ້ວຍລົດເມ, ເຊິ່ງຕອນແລງຂອງມື້ດຽວກັນນັ້ນ ຜົນກວດອອກມາເປັນບວກ. ດັ່ງນັ້ນ, ຄະນະຮັບຜິດຊອບ ຈຶ່ງໄດ້ນຳສົ່ງ ຜູ້ກ່ຽວ ເຂົ້າມາແຍກປ່ຽວ ແລະ ນອນຕິດຕາມປິ່ນປົວ ຢູ່ໂຮງໝໍມິດຕະພາບ. ມາຮອດປັດຈຸບັນ ຜູ້ກ່ຽວຍັງບໍ່ທັນມີ ອາການຫຍັງສະແດງອອກ ບໍ່ມີອາການ ໄຂ້ ແລະ ອາການຜິດປົກກະຕິທາງລະບົບຫາຍໃຈ.
ທ່ານ ດຣ. ພູທອນ ເມືອງປາກ ແຈ້ງໃຫ້ຮູ້ຕື່ມວ່າ: ສຳລັບຜູ້ໃກ້ຊິດ ແລະ ສຳພັດກັບກໍລະນີທີ 44, ເຊິ່ງພວກເຮົາໄດ້ຕິດຕາມ ລວມທັງໝົດມີ 58 ຄົນ ທີ່ໄດ້ນັ່ງຖ້ຽວບິນມານຳກັນ, ແຕ່ຜູ້ໃກ້ຊິດແທ້ໆມີພຽງ 26 ຄົນ, ນັ່ງລົດເມຮ່ວມກັນ ໄປສູນກັກບໍລິ ເວນ 32 ຄົນ, ເຊິ່ງທັງໝົດແມ່ນ ໄດ້ເກັບຕົວຢ່າງ ມາກວດຫາເຊື້ອ ແຕ່ຜົນອອກມາເປັນລົບ. ເຖິງຢ່າງ ໃດກໍຕາມ ພວກເຮົາກໍຍັງສືບຕໍ່ ເຝົ້າລະວັງ ຕິດຕາມອາການ ຜູ້ຖືກຈຳກັດ ບໍລິເວນຢູ່ສູນ ຈົນກວ່າຈະຄົບກຳນົດ 14 ວັນ, ກ່ອນຈະອອກສູນ ກໍຕ້ອງໄດ້ກວດຫາ ເຊື້ອໂຄວິດ-19 ອີກ ໝັ້ນໃຈຖ້າຫາກ ບໍ່ພົບເຊື້ອແລ້ວຈຶ່ງ ໃຫ້ກັບໄປ ຕິດຕາມ ອາການຕໍ່ຢູ່ບ້ານຢູ່ ເຮືອນຂອງເຂົາເຈົ້າ. ສຳລັບກໍລະນີທີ 42, 43 ທີ່ກຳລັງປິ່ນປົວຢູ່ໂຮງໝໍ ແມ່ນມີອາການປົກກະຕິ ທາງດ້ານລະບົບຫາຍໃຈ ແລະ ບໍ່ມີອາການໄຂ້ ແຕ່ກໍຍັງສືບຕໍ່ແຍກປ່ຽວ ເພື່ອຕິດຕາມອາການຕໍ່ໄປ ຈົນກວ່າຈະມີຜົນກວດ ອອກມາເປັນລົບສອງຄັ້ງ ຕິດຕໍ່ກັນແລ້ວ ຈຶ່ງໃຫ້ອອກໂຮງໝໍ.
ເນື້ອໃນ: ຂປລ