
ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ຄັ້ງທີ VIII ວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ໃນໄລຍະຜ່ານມາ, ສະມາຄົມນັກທຸລະກິດ ໜຸ່ມແຫ່ງຊາດ ໄດ້ປະກອບສ່ວນຫລາຍດ້ານເຂົ້າໃນວຽກງານຊາວໜຸ່ມ ເປັນຕົ້ນ ເຂົ້າຮ່ວມຂະບວນການ ຂອງສູນກາງຊາວໜຸ່ມ, ການລົງຮາກຖານຕ່າງໆ, ການເຂົ້າຮ່ວມທຸກໆ ກອງປະຊຸມທີ່ປິ່ນອ້ອມ ຂອງສູນກາງຊາວໜຸ່ມ.
ນອກຈາກນີ້ ສະມາຄົມນັກທຸລະກິດ ໜຸ່ມແຫ່ງຊາດ ຍັງມີສ່ວນຮ່ວມໃນການລົງ ຊ່ວຍເຫລືອບັນດາແຂວງ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ແລະ ຊ່ວຍເຫລືອຜູ້ດ້ອຍໂອກາດ, ພ້ອມທັງມີສ່ວນຮ່ວມ ໃນຫລາຍກິດຈະກໍາ ເປັນຕົ້ນ ສິລະປະກິລາ, ການປົກປັກຮັກສາສິ່ງແວດລ້ອມ, ກິດຈະກໍາຕ່າງໆ ເພື່ອຕ້ອນຮັບວັນ ປະຫວັດສາດທີ່ສໍາຄັນຂອງຊາດ ໂດຍສະເພາະ ແມ່ນໃນໂອກາດ ວັນສະຖາປະນາ ສປປ ລາວ ຄົຍຮອບ 45 ປີ ແລະ ວັນສຳຄັນອື່ນໆ, ໄດ້ລະດົມທຶນຊ່ວຍເຫລືອ ໃນທຸກໆເຫດການເຊັ່ນ: ອຸທົກກະໄພ, ນໍ້າຖ້ວມ ແລະ ອື່ນໆ ເປັນວັດຖຸ ປັດໃຈ ແລະ ງົບປະມານເງິນສົດລວມ ມູນຄ່າຫລາຍຕື້ກີບ.
ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຍັງໃຫ້ຮູ້ອີກວ່າ: ໃນນາມເປັນຜູ້ແທນ ຂອງສະມາຄົມນັກທຸລະກິດ ໜຸ່ມ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄັດເລືອກເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດໃນຄັ້ງນີ້ ແລະ ຖືວ່າເປັນນິມິດໝາຍອັນດີ ທີ່ນັກທຸລະກິດໜຸ່ມພວກເຮົາ ໄດ້ຮັບການເຊື່ອມຊຶມ ນະໂຍບາຍຂອງພັກເຮົາ, ປຸກລະດົມໃຫ້ນັກທຸລະກິດໜຸ່ມ ຂອງພວກເຮົາມີນ້ຳໃຈຮັກຊາດ, ມີຄວາມສາມັກຄີ ຮູ້ຈັກນະໂຍບາຍຂອງພັກ-ລັດ ເພື່ອເສີມຂະຫຍາຍສືບຕໍ່ນຳພາ ວຽກງານຊາວໜຸ່ມ ໃຫ້ມີຄວາມເຂັ້ມແຂງ.
ຂ່າວ: ສົມຫວັງ
ພາບ: ຂັນໄຊ
ເນື້ອໃນ: ຂປລ