
ຂປລ. ໂຮງຮຽນນາໆຊາດ ຮີດຟິວ ວຽງຈັນ ເປັນໂຮງຮຽນທຳອິດໃນ ສປປ ລາວ ກຽມໃຊ້ຫລັກ ສູດການຮຽນ-ການສອນ ອ໊ອກຟ໊ອດ (Oxford) ໃນສົກຮຽນປີ 2020-2021, ເຊິ່ງໂຮງຮຽນດັ່ງກ່າວໄດ້ຮັບຄັດເລືອກ ຈາກມະຫາວິທະຍາໄລອ໊ອກຟ໊ອດ (Oxford) ໂດຍອ໊ອກຟ໊ອດ ເອດູເຄຊັ້ນ (Oxford Education) ໃນການນໍາໃຊ້ຫລັກສູດສາກົນ ເຂົ້າໃນການຮຽນ-ການສອນ.
ທ່ານ Micheal Anderson ຜູ້ອຳນວຍການໃຫຍ່ໂຮງຮຽນນາໆຊາດ ຮີດຟິວ ວຽງຈັນ, ໄດ້ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການນຳໃຊ້ຫລັກສູດດັ່ງກ່າວ, ຈະເຮັດໃຫ້ຄຸນນະພາບ ໃນການຮຽນ-ການສອນດີຂຶ້ນ ແມ່ນແນໃສ່ຄວາມເປັນເລີດ ທາງການສຶກສາ, ເຊິ່ງຫລັກສູດດັ່ງກ່າວ ໄດ້ພັດທະນາຂຶ້ນ ໃຫ້ແທດເໝາະ ກັບຍຸກສະຕະວັດທີ 21 ຍຸກໂລກາພິວັດ ທີ່ໂລກມີແຕ່ຄວາມຜັນຜວນ ແລະ ປ່ຽນແປງຢູ່ຕະຫລອດເວລາເຊິ່ງຈະນໍາພານັກຮຽນໃນຍຸກໃໝ່ ໄດ້ຮັບການພັດທະນາແບບອົງລວມ ແລະ ຮອບດ້ານ ລວມໄປເຖິງທັກສະການໃຊ້ຊີວິດ ແລະ ອື່ນໆ.
ເພື່ອຮອງຮັບການເພີ່ມຂຶ້ນຂອງນັກຮຽນ ໃນສົກຮຽນ 2020-2021 ໂຮງຮຽນນາໆຊາດ ຮີດຟິວ ວຽງຈັນ ໄດ້ນຳໃຊ້ອາຄານຮຽນຫລັງໃໝ່, ເດີ່ນເທັນນິສ, ເດີ່ນບານເຕະ, ສະລອຍນໍ້າ, ເດີ່ນກິລາໃນຫົ່ມ ເພື່ອສ້າງ ຄວາມສະດວກສະບາຍ ພັດທະນາສັກກະຍະພາບນັກຮຽນ ທາງດ້ານສຸຂະພາບ ແລະ ກິລາ.
ເນື້ອໃນ: ຂປລ