
(ຂປລ) ພາຍຫຼັງທີ່ມີການກະກຽມເປັນເວລາຫຼາຍເດືອນ ໂຮງຮຽນນາໆຊາດຈີນ ມິນຊິນ ກຽມເປີດການຮຽນການສອນສຳລັບລູກຫຼານຊາວຈີນໃນ ສປປ. ລາວ, ນັກຮຽນລາວ ແລະ ຄົນຕ່າງປະເທດທີ່ອາໃສຢູ່ ສປປ.ລາວ ໃນເດືອນກັນຍາທີ່ຈະມາເຖິງໂດຍໃຊ້ຫຼັກສູດການສຶກສາທີ່ມີຊື່ສຽງຈາກຮົງກົງ, ສປ.ຈີນ.
ເພື່ອໃຫ້ພໍ່ແມ່ຜູ້ປົກຄອງໄດ້ທຳຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໂຮງຮຽນດັ່ງກ່າວ ໃນວັນທີ 27 ມິຖຸນາ 2020 ເວລາ 14 ໂມງ ທາງໂຮງງຮຽນນາໆຊາດມິນຊິນຈີນຈະຈັດການເຜີຍແຜ່ກ່ຽວກັບລາຍລະອຽດ ແລະ ກິດຈະກຳຕ່າງໆຂອງໂຮງງຮຽນນາໆຊາດມິນຊິນຈີນຂຶ້ນທີ່ໂຮງແຮມແລນມາກແມ່ຂອງຣີເວີໄຊ, ນະຄອນຫຼວງວຽງຈັນ ຜ່ານລະບົບອິນເຕີເນັດ ເພື່ອເປັນການປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ສາຍພັນໃໝ່. ຜູ້ບໍລິຫານໂຮງຮຽນນາໆຊາດມິນຊິນຈີນຢູ່ຮົງກົງ ຈະໃຫ້ການໂອ້ລົມໂດຍກົງ.
ຜູ້ສົນໃຈສາມາດຕິດຕໍ່ລົງຖະບຽນເຂົ້າຮັບຟັງການເຜີຍແຜ່ໄດ້ທີ່ 030 5169 464 ຫຼື ເຂົ້າໄປເວັບໄຊເພື່ອປະກອບແບບຟອມລົງທະບຽນທີ່່ admission@minxinlaos.org.
ເນື້ອໃນ: ຂປລ