
ຂປລ. ກອງປະຊຸມ ສຳມະນາສາກົນສັງຄົມນິຍົມ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ຍົກສູງບົດບາດຄວາມສາມາດ ນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໃນສະພາບການໃໝ່ ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 13-14 ກໍລະກົດ 2015 ທີ່ນະຄອນເຫວ້ ແຂວງກວາງຈິ ສສ ຫວຽດນາມ ເຊິ່ງຄັ້ງນີ້ ໄດ້ມີຄະນະຜູ້ແທນ ຈາກສະຖາບັນວິທະຍາສາດ ສັງຄົມແຫ່ງຊາດ ສປປ ລາວ, ສປ ຈີນ ແລະ ປະເທດເຈົ້າພາບ ສສ ຫວຽດນາມ ເຂົ້າຮ່ວມ. ກອງປະຊຸມສຳມະນາ ສາກົນສັງຄົມນິຍົມ ແມ່ນກອງປະຊຸມຄົ້ນຄວ້າ ວິທະຍາສາດ ທິດສະດີມາກ-ເລນິນ ທາງດ້ານການເມືອງ ປັດຊະຍາ ແລະ ເສດຖະສາດ ທີ່ຈັດຂຶ້ນ ໂດຍການຮ່ວມມືຂອງສະຖາບັນ ວິທະຍາສາດສັງຄົມ 5 ປະເທດສັງຄົມນິຍົມ ໄດ້ແກ່: ສສ ຫວຽດນາມ, ສປ ຈີນ, ສປປ ລາວ, ສປປ ເກົາຫລີ ແລະ ສ ກູບາ. ກອງປະຊຸມສຳມະນາສາກົນ ສັງຄົມນິຍົມ ຄັ້ງທີ 2 ທີ່ຜ່ານມາ ແມ່ນໄດ້ຈັດຂຶ້ນໃນເດືອນພະຈິກ 2014 ຢູ່ທີ່ນະຄອນຫລວງວຽງຈັນ, ສປປ ລາວ.
ໃນກອງປະຊຸມສຳມະນາສາກົນ ຄັ້ງທີ 3 ນີ້ ບັນດານັກຄົ້ນຄວ້າດ້ານທິດສະດີການເມືອງ ປັດຊະຍາ ແລະ ວິ ທະຍາສາດສັງຄົມ ຈາກ 3 ປະເທດສັງຄົມນິຍົມ ໄດ້ສຸມໃສ່ການແລກປ່ຽນຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໂດຍການນຳສະເໜີບົດຄົ້ນຄວ້າວິທະຍາສາດທາງດ້ານທິດສະດີ ກໍຄືພຶດຕິກຳ ໃນດ້ານການຍົກສູງຄວາມສາມາດນຳ ພາຂອງພັກ ແລະ ການເພີ່ມທະວີບົດບາດຄວາມສັກສິດການຄຸ້ມຄອງຂອງລັດໃນສະພາບການໃໝ່ ຂອງແຕ່ລະປະເທດ ໃນຍຸກສະໄໝເປີດກວ້າງເສດຖະກິດຕະຫລາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນປະຈຸບັນ.
ທ່ານ ດຣ. ຄຳພອນ ບຸນນະດີ ຮອງປະທານສະຖາບັນ ວິທະຍາສາດສັງຄົມແຫ່ງຊາດ ສປປ ລາວ, ທັງເປັນຫົວໜ້າຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ ໄດ້ກ່າວໃນພິທີໄຂກອງປະຊຸມ ສຳມະນາຢ່າງເປັນທາງການວ່າ: “ໃນເງື່ອນໄຂໂລກາພິວັດ ແລະ ການເຊື່ອມໂຍງເສດຖະກິດສາກົນ ທີ່ພວມຜັນແປໄປຢ່າງຂ້ຽວຂາດ ບັນດາອິດທິກຳລັງ ປໍລະປັກບໍ່ໄດ້ລົດລະ ການປະຕິບັດກົນອຸບາຍມ້າງເພທຳລາຍ ດ້ວຍຮູບແບບຕໍ່ປະເທດສັງຄົມນິຍົມ ພວກເຮົາອັນໄດ້ສົ່ງຜົນກະທົບເຮັດໃຫ້ເກີດ ມີປະກົດການຫຍໍ້ທໍ້ ຫລາຍຢ່າງຢູ່ພາຍໃນພັກ ກໍຄືໃນກົງຈັກລັດ ພວກເຮົາ ເຊັ່ນ: ປະກົດການອາດຍາສິດ ສໍ້ລາດບັງຫລວງ ເຫັນແກ່ຜົນປະໂຫຍດສ່ວນຕົວ ລະເມີດສິດເປັນເຈົ້າຂອງປະຊາຊົນ ແລະ ອື່ນໆ ຊຶ່ງໄດ້ເຮັດໃຫ້ເສຍບົດບາດ ອິດທິພົນຂອງພັກ ແລະ ລັດເຮົາ. ດັ່ງນັ້ນ ບັນຫາການຍົກສູງບົດບາດ ແລະ ຄວາມສາມາດ ການນຳພາຂອງພັກ ກໍຄືການເພີ່ມທະວີຄວາມສັກສິດ ໃນການຄຸ້ມຄອງຂອງລັດ ຈຶ່ງເປັນບັນຫາສຳຄັນເລັ່ງດ່ວນ ເປັນສິ່ງທ້າທາຍທີ່ມີລັກສະນະ ເປັນຕາຍສຳລັບພັກ ແລະ ລັດກຳອຳນາດ ນຳພາທົ່ວສັງຄົມ ຂອງບັນດາປະເທດສັງຄົມນິຍົມ ຂອງພວກເຮົາໃນປະຈຸບັນ. ເມື່ອໃດ ພັກຂອງພວກເຮົາຫາກຂາດຄວາມສາມາດ ໃນການນຳພາ ແລະ ລັດຂອງພວກເຮົາ ຂາດຄວາມສັກສິດໃນການຄຸ້ມຄອງສັງຄົມແລ້ວ ເມື່ອນັ້ນ ພັກຈະສູນເສຍອຳນາດ ແລະ ລະບອບການເມືອງສັງຄົມນິຍົມ ຂອງພວກເຮົາກໍຈະພັງທະລາຍລົງໃນທີ່ສຸດ. ເພາະສະນັ້ນ ໃນເວທີສຳມະນາສາກົນສັງຄົມນິຍົມຄັ້ງນີ້ ຈຶ່ງໄດ້ຍົກເອົາບັນຫາຍົກສູງບົດບາດ ຄວາມສາມາດນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໃນຍຸກສະໄໝໃໝ່ ເປັນຫົວເລື່ອງການສົນທະນາ ຊຶ່ງຖືວ່າເປັນຄວາມຄິດທີ່ສະດຸ້ງໄວ ຕໍ່ສະພາບການ ສອດຄ່ອງກັບສະພາບຕົວຈິງ ແລະ ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງ ການໃນການຍົກສູງຄວາມສາມາດ ກຳອຳນາດຂອງພັກ ແລະ ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງຂອງລັດ ຢູ່ແຕ່ລະປະເທດສັງຄົມນິຍົມ ພວກເຮົາໃນປະຈຸບັນ...”
ຕະຫລອດວາລະ ຂອງກອງປະຊຸມສຳມະນາຄັ້ງນີ້ ບັນດານັກຄົ້ນຄວ້າ, ນັກທິດສະດີ ທັງຈາກຫວຽດນາມ ຈີນ ແລະ ລາວ ໄດ້ຜັດປ່ຽນກັນຂຶ້ນສະເໜີ ບົດຄຳເຫັນ ກ່ຽວກັບສະພາບທັດສະນະ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ລວມທັງສະພາບ ການດຳເນີນການພັດທະນາ ປະເທດຊາດສັງຄົມນິຍົມ ຂໍ້ສະດວກ, ຄວາມຫຍຸ້ງຍາກ, ບັນຫາທິດສະດີ ແລະ ພຶດຕິກຳຕົວຈິງໃນການດຳເນີນ ການກໍ່ສ້າງສັງຄົມນິຍົມ ບໍ່ວ່າຈະແມ່ນວຽກງານຂົງເຂດ ພັກ-ພະນັກງານ, ການພັດທະນາ ໃນຂົງເຂດເສດຖະກິດ ແລະ ວັດທະນະທຳສັງຄົມ, ບັນຫາການເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງສາກົນໃນສະພານການໃໝ່ ທີ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະ ໜ້າສົນໃຈ. ບັນດານັກຄົ້ນຄວ້າ ວິທະຍາສາດ-ສັງຄົມ ທັງ 3 ປະເທດ ໄດ້ເປັນເອກະພາບຕີລາຄາສູງ ຕໍ່ຜົນສຳເລັດກອງປະຊຸມ ສຳມະນາສາກົນ ວິທະຍາສາດສັງຄົມນິຍົມ ໃນຄັ້ງນີ້ ລວມທັງບັນດາບົດຄົ້ນຄວ້າ ແລະ ການນຳສະເໜີຄຳຄິດຄຳເຫັນ ຂອງແຕ່ລະປະເທດ ຊຶ່ງມັນແມ່ນໝາກຜົນຂອງການຄົ້ນຄວ້າ ຢ່າງມີວິທະຍາສາດຂອງບັນດານັກຄົ້ນຄວ້າ ທັງລາວ ຈີນ ແລະ ຫວຽດນາມ ທີ່ຈະກາຍເປັນເອກະສານທາງດ້ານທິດ ສະດີທີ່ເຕັມໄປດ້ວຍຄຸນຄ່າ ເປັນບ່ອນອີງໃນການກຳນົດ ທິດທາງນະໂຍບາຍ ການດຳເນີນພາລະກິດສ້າງສັງຄົມນິຍົມ ໂດຍການໝູນໃຊ້ ທິດສະດີມາກ-ເລນິນ ເຂົ້າກັບສະພາບການ ຂອງໂລກໃນໄລຍະໃໝ່. ນອກຈາກໝາກຜົນການຄົ້ນຄວ້າ ທາງດ້ານວິທະຍາສາດແລ້ວ ເວທີການສຳມະນາສາກົນ ສັງຄົມນິຍົມ ກໍຍັງແມ່ນການຍົກສູງບົດບາດ ການພົວພັນຮ່ວມມື ທາງວິຊາການ ແລະ ການແລກປ່ຽນຄວາມຮູ້ ປະສົບປະການ ກໍຄືບົດຮຽນຂອງບັນດານັກຄົ້ນຄວ້າ ວິທະຍາສາດການເມືອງ, ນັກທິດສະດີ ແລະ ການເພີ່ມທະວີຄວາມເຂົ້າໃຈ ຄວາມຮັບຮູ້ ການໝູນໃຊ້ ທິດສະດີມາກ-ເລນິນ ແລະ ພຶດຕິກຳຕົວຈິງ ເຂົ້າໃນການສ້າງລະບອບສັງຄົມນິຍົມ ຂອງແຕ່ລະປະເທດຢ່າງເລິກເຊິ່ງອີກດ້ວຍ.
ອີງຕາມຮອບວຽນ, ກອງປະຊຸມສຳມະນາສາກົນສັງຄົມນິຍົມຄັ້ງທີ 4 ຈະໄດ້ຈັດຂຶ້ນ ໃນລະຫວ່າງທ້າຍປີ 2015 ນີ້ ໂດຍການເປັນເຈົ້າພາບຂອງ ສປ ຈີນ.
ເນື້ອໃນ: ຂປລ