ຂປລ. ໃນຕອນເຊົ້າຂອງວັນທີ 10 ຕຸລາ 2019 ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫລຸບຖອກຖອນບົດຮຽນ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ໂດຍການເປັນປະທານ ຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີ ທ່ານ ທອງຈັນ ໂຂງພູມມາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ 11 ເມືອງ, ຫົວໜ້າພະແນກ ແລະ ໜ່ວຍປະຕິບັດງານຂອງແຂວງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫລຸບຖອດຖອນບົດຮຽນ ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ໂດຍມີບາງຕອນສຳຄັນວ່າ: ພາຍຫລັງທີ່ໄດ້ຮັບຄໍາສັ່ງ, ຄໍາແນະນໍາ, ບົດແນະນໍາ ແລະ ແຈ້ງການຂອງສູນກາງພັກແລ້ວ ຄະນະປະຈໍາພັກແຂວງ ໄຊຍະບູລີ ກໍ່ໄດ້ພ້ອມກັນຄົ້ນຄົ້ວເຊື່ອມຊືມ ແລະ ຜັນຂະຫຍາຍເປັນຄໍາແນະນໍາຂອງຄະນະປະຈໍາພັກແຂວງ ແລະ ຈັດຕັ້ງເຜີຍແຜ່ສ້າງຄວາມຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງ, ເພື່ອເປັນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ໂດຍໄດ້ເຮັດເປັນ 5 ບາດກ້າວ ຄື: ບາດ ກ້າວກະກຽມ ແລະ ການກໍານົດແຜນການລົງຈັດຕັ້ງປະຕິບັດ, ກະກຽມດ້ານເອກະສານ, ບຸກຄະລາກອນ ແລະ ງົບປະມານ, ບາດກ້າວການລົງນໍາພາ ຕົວຈິງຢູ່ຂັ້ນເມືອງ ເພື່ອກຽມຄວາມພ້ອມໃນການດໍາເນີນກອງປະຊຸມໃຫຍ່ຂອງເມືອງ, ບາດກ້າວການດໍາເນີນກອງປະຊຸມທ້າຍສະໄໝ ແລະ ບັ້ນດໍາເນີນຊີວິດການເມືອງ, ບາດກ້າວດໍາເນີນກອງປະຊຸມໃຫຍ່ ຂອງເມືອງຢ່າງເປັນທາງການ ແລະ ບາດກ້າວສະຫລຸບຖອດຖອນບົດຮຽນ ລະຫວ່າງ ຄະນະຊີ້ນໍາຂັ້ນແຂວງ ແລະ ເມືອງ, ຮອດປັດຈຸບັນ ແຂວງ ໄຊຍະບູລີ ແມ່ນສໍາເລັດການດໍາເນີນກອງປະຊຸມອົງຄະນະພັກເມືອງແລ້ວ 2 ເມືອງ ຄື: ເມືອງພຽງ ແລະ ເມືອງ ຊຽງຮ່ອນ, ຜ່ານການດໍາເນີນກອງປະຊຸມ 2 ເມືອງ ຜ່ານມາເຫັນວ່າ ໄປຕາມທິດຊີ້ນໍຂອງຂັ້ນເທິງ, ເປັນຕົ້ນແມ່ນການດໍາເນີນຊີວິດການເມືອງ, ການສໍາຫລວດຄະນະພັກ, ຊອກໃຫ້ເຫັນໄດ້ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂຂອງແຕ່ລະ ສະຫາຍໃນຄະນະພັກ. ພ້ອມນີ້ ຍັງໄດ້ພ້ອມກັນສຸມສະຕິປັນຍາ ແລະ ເປັນເອກະພາບກັນ ຂຽນບົດບົດສໍາຫລວດການນໍາພາລວມຂອງຄະນະພັກ, ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ໄດ້ວາງທິດທາງແຜນ ການແຕ່ນີ້ຮອດປີ 2024 ແລະ ໄດ້ຄັດເລືອກເອົາບຸກຄະລາກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີປະສົບການ, ຜ່ານການລົງກໍ່ສ້າງຮາກຖານ, ເລືອກໄດ້ເພດ, ເຜົ່າ, ມີທັງຮຸ່ນໜຸ່ມນ້ອຍ ແລະ ຈາກຮາກຖານບ້ານ ເພື່ອປະກອບເຂົ້າໃນຄະນະບໍລິຫານງານຊຸດ ໃໝ່ຂອງແຕ່ລະເມືອງ.
ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດ-ຄໍາເຫັນ ຕໍ່ການດໍາເນີນກອງປະຊຸມ 2 ເມືອງຜ່ານມາ ເພື່ອຈະເປັນບົດຮຽນໃນການດໍາເນີນກອງປະຊຸມ ຂອງເມືອງຕໍ່ໆໄປ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ນັກຂ່າວ: ອຸ່ນເຮືອນ ໂພທິລັກ
ເນື້ອໃນ: ຂປລ