ຂປລ. ໃນວັນທີ 12 ກັນຍາ 2019 ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ເຜີຍແຜ່ມະຕິ ກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ X ເພື່ອໃຫ້ເຂົ້າສູ່ລົງເລິກ ໃນຊີວິດຕົວຈິງ ໃຫ້ກຽດປາຖະກະຖາ ໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຄອສພ ເຂົ້າ ຮ່ວມ.
ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງບົດລາຍງານ ແລະ ຄົ້ນຄວ້າ, ປຶກສາຫາລືເນື້ອໃນສຳຄັນ ໃນ ບາງຂົງເຂດວຽກງານ ໂດຍສະເພາະ ການແກ້ໄຂຄວາມຫຍຸງຍາກ ທາງດ້ານເສດຖະກິດ ມະຫາພາກ ຕິດ ພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະ ໄໝ ທີ X ໂດຍເນັ້ນໜັກໃຫ້ເຫັນບັນຫາ ແລະ ບັນດາສາເຫດຕົ້ນຕໍ ຂອງສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ປະເທດເຮົາພວມປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນແມ່ນ ໃນການຄຸ້ມຄອງ ລາຍຮັບ-ລາຍຈ່າຍ, ການຈັດເກັບລາຍຮັບເຂົ້າງົບປະມານ ແຫ່ງລັດບໍ່ບັນລຸຕາມຄາດໝາຍ, ບັນຫາໜີ້ສິນຄຸມເຄືອ, ລວມທັງທິດທາງ ແລະ ມາດຕະການຈຸດສຸມ ໃນການແກ້ໄຂສະເພາະໃນຕໍ່ໜ້າ ແລະ ອື່ນໆ ພ້ອມນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຍັງຍົກໃຫ້ເຫັນເຖິງ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ປັດຈຸບັນ ເຫັນວ່າພື້ນຖານເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ໄດ້ຮັບ ການພັດທະນາຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນໂຄງລ່າງ ພື້ນຖານດ້ານຄົມມະນາຄົມ ໄດ້ຮັບການພັດທະນາ ຮອດເຂດຫ່າງໄກສອກຫລີກ, ລະບົບສາທາລະນຸປະໂພກ, ການບໍລິການໄດ້ຮັບ ການຍົກລະດັບເປັນ ກ້າວໆ ແລະ ອື່ນໆ.
ໃນໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ມະຕິຂອງກົມການເມືອງ ເລກທີ 072/ກມສພ, ລົງວັນທີ 14/05/2019 ຈາກ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າ ຄອສພ ແລະ ຂໍ້ກຳນົດເລກທີ 01/ຄລສພ, ລົງວັນທີ 15/05/2019 ແລະ ຄຳສັງເລກທີ 03/ຄລສພ, ລົງວັນທີ 15/05/2019 ຈາກ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ອີກດ້ວຍ.
ເນື້ອໃນ: ຂປລ