
ຂປລ.ໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບ ລາວ-ຍີ່ປຸ່ນ ຕັ້ງຢູ່ບ້ານ ທ່ານາ ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ເປັນໂຄງການທີ່ມີລັກສະນະ ການຮ່ວມມືຂອງສອງຊາດ ລາວ-ຍີ່ປຸ່ນ ຊຶ່ງສະແດງເຖິງສັນຍາລັກ, ເອກະລັກທາງສະຖາປັດ ເຊັ່ນ: ເຮືອນຊົງລາວ ແລະ ຊົງຍີ່ປຸ່ນ, ມີສ່ວນເປັນອົງປະກອບຕາມຮູບແບບຂອງໃຜລາວ. ໂຄງການນີ້ ຜູ້ຮັບເໝົາກໍ່ສ້າງໂດຍ ບໍລິສັດ BM ກໍ່ສ້າງຂົວທາງ ຊົນລະປະທານ ແລະ ເຄຫາ ຈໍາກັດ ເປັນ, ໃນມູນຄ່າທັງໝົດ 27 ຕື້ກວ່າກີບ ໂດຍການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ 58% ແລະ ທຶນສົມທົບຂອງແຂວງ ໄຊຍະບູລີ 42% ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2017 ຮອດປະຈຸບັນສໍາເລັດແລ້ວ 100% ແລະ ຄາດຈະເປີດນຳໃຊ້ໃນ ເດືອນກັນຍາ 2019 ນີ້..

ທ່ານ ຫງວນ ວັນ ບົ້ງ ຫົວໜ້າບໍລິສັດ BM ກໍ່ສ້າງຂົວທາງ, ຊົນລະປະທານ ແລະ ເຄຫາ ຈໍາກັດ ໃຫ້ຮູ້ວ່າ: ບັນດາໜ້າວຽກຂອງໂຄງການປະກອບ ມີ: ຝາກັ້ນດິນ, ວຽກໂທມແກ້ວ, ວຽກປະຕິມະກໍານໍ້າພຸ, ວຽກປະຕິມະກໍາຊ້າງ, ລານອາເນກປະສົງ ເບຕົງພີມລາຍ, ອ່າງເກັບນໍ້າ, ເຮືອນ ແລະ ສວນຮູບແບບຍີ່ປຸ່ນ, ເຮືອນ ແລະ ສວນຮູບແບບລາວ, ຫ້ອງນໍ້າສາທາລະນະ, ລານຈອດລົດໃນ ແລະ ນອກ, ຂັ້ນໄດຂຶ້ນ, ລະບົບນໍ້າໃນສວນ, ລະບົບໄຟຟ້າ, ການຕິດຕັ້ງອຸປະກອນ, ປູກຫຍ້າ, ຕົ້ນໄມ້ປະດັບ, ຕົ້ນ ໄມ້ໃຫຍ່, ດອກໄມ້ໃນສວນ, ຮ່ອງລະບາຍນໍ້າ, ທາງຍ່າງໃນສວນ, ຮົ້ວອ້ອມເຂດແດນ ແລະ ອື່ນໆ.
ທ່ານ ເພັດພິໄຊ ສູນວິໄລ ຫົວໜ້າຫ້ອງວ່າການແຂວງ ໄຊຍະບູລີ ໃນນາມເຈົ້າຂອງໂຄງການກ່າວວ່າ: ໂຄງການຮ່ວມມື ລາວ-ຍີ່ປຸ່ນ ແຫ່ງນີ້ ເປັນຈຸດໜຶ່ງຂອງແຜນພັດທະນາຕົວເມືອງ ໄຊຍະບູລີ ໃຫ້ເປັນຕົວເມືອງສີຂຽວ, ສະອາດ, ສວຍງາມ, ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ເປັນບ່ອນພັກຜ່ອນ ຂອງມວນຊົນທຸກຊັ້ນຄົນ. ຜ່ານມາໂຄງການໄດ້ຮັບການຕິດຕາມກວດກາ ທຸກຂັ້ນຕອນຂອງການກໍ່ສ້າງ ແລະ ມາດຕະຖານເຕັກນິກ ເຊິ່ງຜົນເຫັນວ່າ ໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບ ລາວ-ຍີ່ປຸ່ນ ແມ່ນຖືກຕາມແບບ ແລະ ສໍາເລັດຕາມແຜນການ.
ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ພາຍໃນເດືອນ ກັນຍາ ນີ້ແມ່ນຈະເປີດໃຫ້ປະຊາຊົນ, ພະນັກ ງານຫລັກແຫລ່ງ ພາຍໃນແຂວງ, ລວມທັງບັນດາແຂກ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ໄດ້ເຂົ້າທ່ຽວຊົມຄວາມງາມຂອງສວນສາທາລະນະ ແລະ ຄາດວ່າຈະໄດ້ມອບ-ຮັບ ລະຫວ່າງ ບໍລິສັດຜູ້ຮັບເໝົາກໍ່ສ້າງ, ຜູ້ໃຫ້ທຶນ ແລະ ແຂວງ ໄຊຍະບູລີ ໃນເດືອນ ຕຸລາ 2019 ນີ້.
ຂ່າວ: ໂພທິລັກ
ເນື້ອໃນ: ຂປລ