
ຂປລ. ທ້າຍອາທິດຜ່ານມາ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການຮ່ວມມືສາກົນ ສ.ເກົາຫລີ (ກອຍກາ) ໄດ້ເຊັນຂໍ້ຕົກລົງ ການສະໜອງທຶນ ມູນຄ່າ 1.2 ລ້ານໂດລາສະຫະລັດ ເປັນໄລຍະເວລາ 6 ເດືອນທ້າຍປີ 2019 ພາຍໃຕ້ແຜນງານ ຟື້ນຟູຫລັງໄພພິບັດແບບ ປະສົມປະສານຢູ່ ເມືອງສະໜາມໄຊ ແຂວງ ອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ ທີ່ສາເຫດມາຈາກອຸປະຕິເຫດ ສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກພັງ. ການຊ່ວຍເຫລືອຄັ້ງນີ້, ເພື່ອຢາກໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ ໄດ້ຮັບການຟື້ນຟູໄວຂຶ້ນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ.
ການລົງນາມຄັ້ງນີ້, ໂດຍທ່ານ ຊັງຊູ ໂອ ຜູ້ຕາງໜ້າຈາກອົງການກອຍກາ ແລະ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມ ສົງເຄາະກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຊິນ ຊ່ອງ ຊຸນ ເອກອັກຄະ ລັດຖະທູດ ສ.ເກົາຫລີ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໃນປີ 2018 ຜ່ານມາ ສປປ ລາວ ໄດ້ເກີດເຫດການໄພພິບັດນ້ຳຖ້ວມ ສົ່ງຜົນກະທົບໂດຍກົງຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນ ໃນຂອບເຂດທົ່ວປະເທດ, ເຊິ່ງໄດ້ສ້າງຄວາມເສຍຫາຍ ແລະ ສູນເສຍຕໍ່ທີ່ຢູ່ອາໄສຂອງປະຊາຊົນ, ຕໍ່ພື້ນຖານໂຄງລ່າງດ້ານກະສິກຳ, ການຄົມມະນາຄົມຂົນສົ່ງ, ໂຮງຮຽນ, ສຸກສາລາ, ລະບົບນ້ຳປະປາ, ໄຟຟ້າ ແລະ ສິ່ງແວດລ້ອມ. ໃນນີ້ເຫດການທີ່ພົ້ນເດັ່ນ ແລະ ທັງເປັນຄັ້ງປະຫວັດສາດຂອງ ສປປ ລາວ ແມ່ນ ຜົນກະທົບຂອງ ໄພພິບັດນ້ຳຖ້ວມ ຈາກເຫດການສັນເຂື່ອນ ໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງ ເຮັດໃຫ້ປະຊາຊົນເສຍຊີວິດ ແລະ ສູນຫາຍ 71 ຄົນ, ເຮັດໃຫ້ປະຊາຊົນ ຫລາຍພັນຄົນ ຕ້ອງຂາດທີ່ຢູ່ອາໄສ, ສ້າງຄວາມສູນເສຍມະຫາສານ ຕໍ່ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ.
ທ່ານ ຄຳແພງ ໄຊສົມແພງ ກ່າວຕື່ມວ່າ: ປັດຈຸບັນ, ພັກ ແລະ ລັດຖະບານ ແມ່ນກຳລັງສຸມໃສ່ ສືບຕໍ່ ໃຫ້ການຊ່ວຍເຫລືອ ບັນເທົາທຸກເພີ່ມເຕີມ ແລະ ເລັ່ງໃສ່ ປະຕິບັດການ ຟື້ນຟູຄືນໃໝ່ ບັນດາສິ່ງທ້າທາຍຈາກໄພພິບັດ ໂດຍສະເພາະແມ່ນການຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ໂຄງລ່າງພື້ນຖານຕ່າງໆ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື, ເຊິ່ງລັດຖະບານກຳລັງ ດຳເນີນສືບຕໍ່ໃຫ້ ການຊ່ວຍເຫລືອບັນເທົາທຸກ ແລະ ເລັ່ງໃສ່ການຟື້ນຟູຮີບດ່ວນ ເປັນຕົ້ນ ການສ້າງທີ່ຢູ່ ອາໄສຊົ່ວຄາວ ແລະ ຖາວອນ, ຈັດສັນທີ່ດິນເພື່ອໃຊ້ເຂົ້າໃນການ ທຳມາຫາກິນຂອງປະຊາຊົນ, ການສ້ອມແປງ ແລະ ສ້າງເສັ້ນທາງ, ການຈັດຫາວຽກເຮັດງານທຳ, ການຊ່ວຍເຫລືອ ດ້ານການແພດ, ການສຶກສາ ແລະ ອື່ນໆ. ການຊ່ວຍເຫລືອຄັ້ງນີ້, ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດຢູ່ເມືອງສະໜາມໄຊ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ເປັນຕົ້ນດ້ານວຽກງານສາທາລະນະສຸກ, ການສົ່ງເສີມວຽກງານ ກະສິກຳ, ການສຶກສາ, ການຝຶກວິຊາຊີບ, ການປົກປ້ອງ ແລະ ຊ່ວຍເຫລືອເດັກ. ນອກຈາກນີ້, ລັດຖະບານຍັງໄດ້ມີການວາງແຜນ ຮ່ວມມືກັບອົງການກອຍກາ ເພື່ອສືບຕໍ່ວາງ ແຜນໃນການ ຈັດຕັ້ງປະຕິບັດໃນໄລຍະຕໍ່ໄປ, ເຊິ່ງຕາມຄາດໝາຍແມ່ນຈົນເຖິງປີ 2023.
ຂ່າວ: ມະນີທອນ, ພາບ: ເກດສະໜາ
ເນື້ອໃນ: ຂປລ