

ຂປລ. ໃນຕອນເຊົ້າວັນທີ 9 ສິງຫາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ໃຫ້ກຽດພົບປະໂອ້ລົມຕໍ່ການນຳ, ພະນັກງານຫລັກແຫລ່ງ ແລະ ພະນັກງານອາວຸ ໂສບຳນານ ແຂວງວຽງຈັນ ຢູ່ທີ່ຫ້ອງວ່າການປົກຄອງແຂວງ, ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະນຳ ແລະ ພະນັກງານຫລັກແຫລ່ງ ຂອງແຂວງວຽງຈັນ ໃຫ້ການຕ້ອນຮັບ.
ກ່ອນການພົບປະໂອ້ລົມ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2019 ຈາກທ່ານເຈົ້າແຂວງໆວຽງຈັນ, ຊຶ່ງໄດ້ຕີລາຄາວ່າທົ່ວແຂວງ ຍັງສືບຕໍ່ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊຶ່ງເປັນພື້ນ ຖານໃຫ້ແກ່ເສດຖະກິດ ແລະ ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ດີຂຶ້ນຢ່າງ ຕໍ່ເນື່ອງ. ສຳລັບ 6 ເດືອນຕົ້ນປີ 2019 ເສດຖະກິດຂະຫຍາຍໃນລະດັບ 6,7%, ສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ທັງໝົດ 111,39 ຕື້ກີບ, ເທົ່າກັບ 54,44% ຂອງແຜນການປີ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,77%. ການຜະລິດເຂົ້ານາປີ ສາມາດຕົກກ້າ ແລະ ປັກດໍາສໍາເລັດ 11.288 ເຮັກຕາ, ເທົ່າກັບ 78% ຂອງແຜນການປີ, ສາຍເຫດທີ່ບໍ່ໄດ້ຕາມແຜນການ ຍ້ອນສະພາບຝົນບໍ່ຕົກຕາມລະດູການ, ເມືອງທີ່ຖືກຜົນກະທົບໜັກກວ່າໝູ່ ແມ່ນເມືອງຊະນະຄາມ ເຮັດໃຫ້ບໍ່ມີ ນໍ້າພຽງພໍ ແກ່ການຜະລິດເຂົ້າ, ເນື້ອທີ່ປັກດໍາເສຍຫາຍ 3.600 ເຮັກຕາ ແລະ ປັກດໍາຄືນໃໝ່ແລ້ວ 200 ເຮັກຕາ. ການປູກພືດເປັນສິນຄ້າ ໄດ້ດໍາເນີນໄປຢ່າງ ເປັນຂະບວນ, ການລ້ຽງສັດເປັນສິນຄ້າ ສາມາດຕອບສະ ໜອງສະບຽງອາຫານ ແລະ ເປັນສິນຄ້າໃຫ້ແກ່ສັງຄົມໄດ້ດີສົມຄວນ, ການປະຕິບັດຄາດໝາຍ ທາງດ້ານສັງຄົມ ມີຄວາມຄືບໜ້າ ມີບາງດ້ານປະຕິບັດໄດ້ລື່ນແຜນການ, ໄດ້ເອົາໃຈໃສ່ວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ປັດຈຸບັນທົ່ວແຂວງ ມີບ້ານທຸກຍາກ 9 ບ້ານ, ກວມເອົາ 2,15% ຂອງຈໍານວນບ້ານໃນທົ່ວແຂວງ.
ຫລັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາ ທ່ານລັດຖະມົນຕີ ກະຊວງກ່ຽວຂ້ອງ ມີຄຳເຫັນ ແລະ ຊີ້ແຈງຕໍ່ບາງບັນຫາທີ່ພົ້ນເດັ່ນ ແລະ ທາງແຂວງ ມີຄວາມສົນໃຈ ເປັນຕົ້ນ ການສົ່ງເສີມການຜະລິດເປັນສິນຄ້າ ທີ່ທ້ອງຖິ່ນມີທ່າແຮງ, ບັນຫາການແຜ່ລະບາດ ຂອງພະຍາດອະຫິວາໝູອາຟຣິກາ ແລະ ສັດຕູພືດ; ການປ້ອງກັນ ແລະ ແກ້ໄຂການລະບາດ ຂອງພະຍາດໄຂ້ເລືອດອອກ; ການຊົດເຊີຍຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງ ໃຫ້ແກ່ປະຊາຊົນ ແລະ ບັນຫາອື່ນໆ.
ການພົບປະໂອ້ລົມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ແຂວງວຽງຈັນ ສາມາດປະຕິບັດ ໄດ້ໃນໄລຍະ ຜ່ານມາ, ພ້ອມທັງຍົກໃຫ້ເຫັນທ່າແຮງ ໃນການພັດທະ ນາຂອງແຂວງວຽງຈັນ ທີ່ມີຫລາຍດ້ານ (ທີ່ຕັ້ງພູມສັນຖານ, ເສັ້ນທາງດ່ວນ, ທາງລົດໄຟ, ຊັບພະຍາກອນ ທຳມະຊາດ ແລະ ທຳມະຊາດທີ່ສວຍງາມ) ແລະ ບັນຫາພົ້ນເດັ່ນ ຂໍ້ຄົງຄ້າງບາງດ້ານ ທີ່ຍັງຕ້ອງໄດ້ພ້ອມກັນ ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ຕົກໄປເປັນກ້າວໆ. ສິ່ງສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະ ນໍາທຸກຂັ້ນພາຍໃນແຂວງ ຕ້ອງເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ຄວາມສາມາດເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ຕ້ອງວາງແຜນການພັດທະນາ ໃຫ້ແທດເໝາະກັບຕົວຈິງ ແລະ ທ່າແຮງຂອງຕົນ, ຕ້ອງເປັນແຜນທີ່ສາມາດ ຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບແຜນງົບປະມານ, ຄົ້ນຄວ້າສ້າງເງື່ອນໄຂ ແລະ ຊຸກຍູ້ໃຫ້ປະຊາຊົນ ມີສ່ວນຮ່ວມໃນການພັດທະນາ; ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ, ຊັບພະຍາກອນ ທຳມະຊາດ ໃຫ້ຄົງຄວາມອຸດົມສົມບູນ, ນຳໃຊ້ຢ່າງສົມເຫດສົມຜົນ, ຍືນຍົງ ແລະ ມີປະໂຫຍດສູງສຸດ; ເອົາໃຈໃສ່ປະຕິບັດແຜນຈັດເກັບລາຍຮັບໃຫ້ດີ ແລະ ຄຸ້ມຄອງ ລາຍຈ່າຍງົບປະມານຢ່າງເຄັ່ງຄັດ ບົນຈິດໃຈປະຢັດມັດທະຍັດ, ມີຄວາມໂປ່ງໃສ ແລະ ກວດສອບໄດ້; ການພິຈາລະນາ ໂຄງການລົງທຶນຂອງລັດ ຕ້ອງສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງການພັດທະນາ, ລົງທຶນແລ້ວໃຫ້ສາມາດປະກອບສ່ວນ ເຂົ້າໃນການຊຸກຍູ້ ເສດຖະກິດ-ສັງຄົມຢ່າງແທ້ຈິງ ເປັນຕົ້ນ ການພັດທະນາ ຊົນນະບົດ, ການສຶກສາກໍ່ຄືການພັດທະນາ ຊັບພະຍາກອນມະນຸຸດ, ສາທາລະນະສຸກ ໂດຍສະເພາະ ການປິ່ນປົວສຸຂະພາບ ແລະ ໂພຊະນາການ, ລວມທັງການກໍ່ສ້າງ ຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ພ້ອມນີ້ ໃຫ້ມີການຄຸ້ມຄອງ ຕິດຕາມກວດກາການ ຈັດຕັ້ງປະຕິບັດ ຢ່າງເປັນປະຈຳ; ໃຫ້ເອົາໃຈໃສ່ຄຸ້ມຄອງ ໂຄງການລົງທຶນສຳປະທານ ໃຫ້ດີ ໂດຍມີການເລືອກເຟັ້ນນັກລົງທຶນ ທີ່ມີຄວາມສາມາດທາງດ້ານທຶນຮອນ, ເຕັກນິກ, ປະສົບການ ແລະ ປະຫວັດການພັດທະນາທີ່ດີ ລວມທັງການສ້າງສັນຍາຕ່າງໆ ຕ້ອງໃຫ້ມີຄວາມຮັດກຸມ, ບໍ່ໃຫ້ມີຊ່ອງຫວ່າງ; ໃນຂະນະດຽວກັນ ກໍ່ໃຫ້ເຂັ້ມງວດໃນການຕິດຕາມ ກວດກາໂຄງການທີ່ໄດ້ອະນຸມັດໄປແລ້ວ ເພື່ອຮັບປະກັນບໍ່ໃຫ້ມີ ລັກສະນະຈັບຈ່ອງ ຖ່ວງດຶງການພັດທະນາ; ເພີ່ມທະວີການດຶງດູດ ແລະ ຊຸກຍູ້ສົ່ງເສີມການລົງທຶນ ຂອງເອກະຊົນ ທັງພາຍໃນຕ່າງປະເທດ ແລະ ພາຍໃນໃຫ້ຫລາຍຂຶ້ນຕາມນະໂຍບາຍ 3 ເປີດ (ເປີດປະຕູ, ເປີດສິ່ງ ກີດຂວາງ, ເປີດໃຈ) ດ້ວຍການເອົາໃຈໃສ່ ອຳນວຍຄວາມສະດວກ ແລະ ແກ້ໄຂສິ່ງອຸດຕັນ ຂໍ້ຫຍຸ້ງຍາກຕ່າງໆ ດ້ວຍຄວາມເປັນເຈົ້າການສູງ; ເອົາໃຈໃສ່ຄົ້ນຄວ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າ, ການຜະລິດກະສິກຳສະອາດ ໃຫ້ຫລາຍຂຶ້ນ ເພື່ອສະໜອງ ໃຫ້ແກ່ຄວາມຕ້ອງການ ຂອງຕະຫລາດ ຊຶ່ງມີທ່າແຮງເພີ່ມຂຶ້ນຈາກ ເສັ້ນທາງລົດໄຟ ແລະ ທາງດ່ວນ ສ້າງສຳເລັດແລ້ວ; ຄຸ້ມຄອງ ການປູກພືດ ບໍ່ໃຫ້ໃສ່ສານເຄມີ, ຢາຂ້າຫຍ້າ ເພື່ອຮັບປະກັນບໍ່ໃຫ້ມີສານເຄມີຕົກຄ້າງ ແລະ ໄຫລລົງສູ່ແມ່ນ້ຳ; ເອົາໃຈໃສ່ຕິດຕາມ ເຝົ້າລະວັງການ ລະບາດຂອງ ພະຍາດອະຫິວາໝູອາຟຣິກາ ແລະ ສັດຕູພືດ; ເອົາໃຈໃສ່ການຕິດຕາມ ເຝົ້າລະວັງ ແລະ ແກ້ໄຂ ການລະບາດ ຂອງໄຂ້ຍຸງລາຍ, ເອົາໃຈໃສ່ທຳລາຍ ແຫລ່ງໜອນນ້ຳຍຸງລາຍ, ຊຶ່ງການປ້ອງກັນແຕ່ຫົວທີ ແມ່ນພາລະກິດຂອງໝົດທຸກຄົນ; ໃຫ້ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ຢາເສບຕິດ, ການຄ້າຂາຍເຖື່ອນ…ລວມທັງການສວຍໃຊ້ສື່ອອນລາຍ ຂອງກຸ່ມຄົນບໍ່ຫວັງດີ ເພື່ອທັບຖົມໂຈມຕີແບ່ງແຍກ ຄວາມສາມັກຄີພາຍໃນ ພັກ, ລັດ ແລະ ປະເທດຊາດ ຂອງພວກເຮົາ.
ພ້ອມນີ້, ໄດ້ຊີ້ນຳໃຫ້ແຂວງ ເອົາໃຈໃສ່ປະຕິບັດລະບອບ ແບບແຜນວິທີເຮັດວຽກ ແບບລວມສູນປະຊາທິປະໄຕ, ສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫລາຍ, ຂັ້ນລຸ່ມປະຕິບັດ ຕາມຂັ້ນເທິງ ບົນພື້ນຖານການປຶກສາຫາລືເຊິ່ງກັນ ແລະ ກັນ, ປັບປຸງຄວາມເຂັ້ມແຂງ ແລະ ຄວາມເປັນເອກະພາບພາຍໃນ ເພື່ອຮັບປະກັນໃຫ້ການພັດທະນາ ຂອງແຂວງວຽງຈັນ ບໍ່ຢຸດຈຶ້ງແຕ່ຕ້ອງພັດທະນາຂຶ້ນເລື້ອຍໆ.
ພາບ ແລະ ຂ່າວ: ຫສນຍ
ເນື້ອໃນ: ຂປລ