
ຂປລ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດງານວາງສະແດງຜະລິດຕະພັນລາວ 2019 ຂຶ້ນໃນລະຫວ່າງວັນທີ 20-28 ກໍລະກົດ 2019 ຢູ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ, ພິທີເປີດ ງານວາງສະແດງ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະ ມົນຕີ, ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ ກ່າວວ່າ: ການຈັດງານວາງສະແດງໃນຄັ້ງນີ້, ແນໃສ່ຍົກລະດັບ ການຜະລິດ, ການຈຳໜ່າຍ ພາຍໃນໃຫ້ນັບມື້ ນັບຂະຫຍາຍຕົວ, ມີຄຸນະພາບ, ໄດ້ມາດຕະຖານ ແລະ ກ້າວຂຶ້ນສູ່ລະ ດັບສາກົນ, ທັງເປັນການ ສ້າງຄວາມພາກພູມໃຈ ຕໍ່ສິນຄ້າ-ຜະລິດຕະພັນ ທີ່ຜະລິດໃນລາວ ທັງເປັນ ກິດຈະກຳໜຶ່ງ ຂອງພາກທຸລະກິດ ເພື່ອສະໜັບສະໜູນ ປີທ່ອງທ່ຽວ ລາວ-ຈີນ ໃນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນ ເຂົ້າມາລາວ ໃຫ້ນັບມື້ນັບຫລາຍຂຶ້ນ.
ງານວາງສະແດງໃນຄັ້ງນີ້, ມີຜູ້ປະກອບການທັງພາກລັດ ແລະ ເອກະຊົນ ຈາກ 117 ບໍລິ ສັດ ທີ່ມາຈາກ 17 ແຂວງ ໃນຂອບເຂດທົ່ວປະເທດ ນຳເອົາສິນຄ້າມາວາງສະແດງ ມີທັງໝົດ 171 ຫ້ອງ, ໃນນັ້ນປະກອບມີ ຜະລິດຕະພັນຫັດຖະກຳ, ເຄື່ອງປະດັບ, ເຂົ້າ, ຊາ, ກາເຟ, ຜະລິດຕະພັນອາຫານ, ເຄື່ອງດື່ມ, ຜະລິດຕະພັນໄມ້ແປຮູບ, ເຟີນີເຈີໄມ້, ເຄື່ອງຕົບແຕ່ງທີ່ຜະລິດຈາກໄມ້, ຜະລິດຕະພັນຮູບເງົາຂອງລາວ, ການບໍລິການການຄ້າ, ການທະນາຄານ, ຂົນສົ່ງ, ອະສັງຫາ, ພ້ອມນັ້ນ, ຍັງມີສິນຄ້າທີ່ໂດດເດັ່ນຂອງບັນດາແຂວງ ເປັນຕົ້ນ ຊາຜົ້ງສາລີ, ຜ້າຝ້າຍບໍ່ແກ້ວ, ຫັດຖະກຳອຸດົມໄຊ, ສິ້ນຊຳເໜືອ, ຫັດຖະກຳຫລວງພະບາງ, ເຂົ້າໄກ່ນ້ອຍຊຽງຂວາງ, ຫວາຍແຂວງວຽງຈັນ, ໝໍ້ແປງບໍລິຄຳໄຊ, ເສັ້ນລ້ອນໄຊສົມບູນ, ກາເຟປາກຊ່ອງ, ໄມ້ກະສະຫລັກອັດຕະປື ແລະ ສິນຄ້າເອກະລັກອື່ນໆ ຂອງແຕ່ລະແຂວງ. ນອກນັ້ນ, ຍັງໄດ້ເຊື້ອເຊີນເອົາຜູ້ປະກອບການຈີນ ນຳເອົາສິນຄ້າມາວາງສະແດງ ເຊັ່ນ: ເຫລົ້າເໝົາຖາຍ ແລະ ຍັງມີຫົວໜ່ວຍທຸລະກິດຈາກປະເທດໄທ ຈຳນວນໜຶ່ງເຂົ້າຮ່ວມ.
ຄຽງຄູ່ກັບງານວາງສະແດງໃນຄັ້ງນີ້, ຍັງມີງານຟີມິນິຄອນເສີດ ເຊິ່ງໄດ້ເຊື້ອເຊີນເອົານັກຮ້ອງ, ນັກສະແດງລາວ ຈາກຄ້າຍເພັງຕ່າງໆ ທີ່ມີຊື່ສຽງ ມາສ້າງຄວາມມ່ວນຊື່ນຕະຫລອດທັງງານ. ພາຍໃນງານ ຍັງໄດ້ຈັດສຳມະນາໃນຫົວຂໍ້ຕ່າງໆ ເຊັ່ນ: ສຳມະນາເລື່ອງສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ, ການກະກຽມຄວາມພ້ອມ ເຂົ້າຮ່ວມວາງສະແດງສິນຄ້າຢູ່ຕ່າງປະເທດ ສຳລັບວິສາຫະກິດຂະໜາດນ້ອຍ, ກາງຂອງລາວ, ກອງປະຊຸມພົບປະທຸລະກິດ ແລະ ນຳສະເໜີ ກ່ຽວກັບຜະ ລິດຕະພັນ, ການບໍລິການທີ່ທັນສະໄໝ ແລະ ເງື່ອນໄຂ ການເຂົ້າຫາແຫລ່ງທຶນຂອງທະນາຄານພັດ ທະນາລາວ.
ຂ່າວ: ທະນູທອງ ພາບ: ເກດສະໜາ
ເນື້ອໃນ: ຂປລ