*ທ້າວ ແຟ້ງ ວົງພັກດີ ນັກກິລາປັນຈັກສີລັດລາວ ສາມາດສ້າງຜົນງານ ໄດ້ຢ່າງໂດດເດັ່ນ ໂດຍຍາດໄດ້ 1 ຫລຽນເງິນໃຫ້ແກ່ ສປປ ລາວ ໃນວັນທີ 23 ກໍລະກົດນີ້ເຊິ່ງເປັນຫລຽນທຳອິດຂອງທັບນັກກິລາລາວໃນກິ ລານັກຮຽນອາຊຽນຄັ້ງ 11 ຢູ່ປະເທດອິນໂດເນເຊຍ.
ທ້າວ ແຟ້ງ ວົງພັກດີ ນັກກິລາປັນຈັກສີລັດລາວ ສາມາດຜ່ານເຂົ້າຮອບຊີງຫລຽນຄໍາກັບເຈົ້າພາບ ໃນວັນທີ 23 ກໍລະກົດນີ້ ແລະ ຫລັງແຂ່ງຂັນ 1 ຊົ່ວໂມງ ປາກົດວ່າບໍ່ສາມາດຕ້ານຄວາມແຂ່ງແກ່ນຂອງນັກກິລາເຈົ້າພາບ ຈຶ່ງໄດ້ພຽງແຕ່ຫລຽນເງິນ,ຂະນະທີ່ຫລຽນທອງຮ່ວມເປັນຂອງນັກກິລາຟີລິບປິນ ແລະ ມາເລເຊຍ ແລະ ສະຫລຸບຫລຽນ,ທັບນັກກິລາລາວໄດ້ແລ້ວ 1 ຫລຽນເງິນ ແລະ 7 ຫລຽນທອງ.
ມະຫະກຳກິລານັກຮຽນອາຊຽນຄັ້ງທີ 11 ຢູ່ປະເທດອິນໂດເນເຊຍ,ສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງັຂນ 51 ຄົນ,ຍິງ 16 ຄົນ ໃນ 5 ປະເພດກິລາ ຄືແລ່ນ-ລານ,ລອຍນ້ຳ,ກະຕໍ້,ດອກປີກໄກ່ ແລະ ປັນຈັກສີລັດ.ຂະນະທີ່ຜົນງານໄລຍະຜ່ານມາ,ຄັ້ງທຳອິດຢູ່ ສສ ຫວຽດນາມໄດ້ 3 ຫລຽນເງິນ,5 ຫລຽນທອງ, ຄັ້ງທີ 2 ຢູ່ປະເທດບຣູໄນ ໄດ້ 1 ຫລຽນເງິນ ແລະ 2 ຫລຽນທອງ,ຄັ້ງທີ 3 ຢູ່ປະເທດໄທ ໄດ້ 1 ຫລຽນເງິນ ແລະ 7 ຫລຽນທອງ,ຄັ້ງທີ 4 ຢູ່ປະເທດສິງກະໂປ ໄດ້ 2 ຫລຽນທອງ ແລະ ຄັ້ງທີ 5 ຢູ່ປະເທດມາເລເຊຍ ໄດ້ 3 ຫລຽນທອງ.
ເນື້ອໃນ: ຂປລ