ຈີນ ກຽມນຳສະຖານີອາວະກາດທຽນກົງ-2 ກັບສູ່ໂລກ

ຂປລ. ອ້າງຕາມ ສຳນັກ ວິສາວະກອນ ອະວະກາດ ທ່ີມີ ຄົນບັງຄັບ ແຫ່ງຈີນ(china Manned Space Engineering Office ) ລາຍງານວ່າ ຈີນກຽມນ ຳສະຖານີ ອະວະກາດ ທຽນກົງ-2 ທ່ີປ່ອຍອອກ ຈາກສູນ ສົ່ງ ດາວທຽມ ຈິວສວນ ດ້ວຍຈະລວດ ຂົນສົ່ງຊັງເຈິງ 2 ເອຟ (Long March 2 F) ໃນວັນທີ 15 ກັນຍາ ເມື່ອປີ 2016 ໄດ້ກັບຄືນ ສູ່ໂລກ ພາຍຫລັງ ສຳເລັດ ກິດຈະການ ທົດລອງ ໃນອະວະກາດ ເປັນລຳທີ 2 ຂອງຈີນ ຖັດຈາກ ທຽນກົງ1 ທີ່ຖືກ ສົ່ງຂື້ນ ສູ່ອະວະກາດ ໃນປີ 2011 ຜ່ານມາ./.
ເນື້ອໃນ: ຂປລ