
ຂປລ. ສາມມິດຟາມ ຫລື (Organic and Hydroponic Farm) ຊຶ່ງເປັນຟາມປູກຜັກ ສະຫລັດສາຍພັນ ຕ່າງປະເທດ ໂດຍສະເພາະ, ໂດຍເນັ້ນ ຄຸນນະພາບ ເປັນຫລັກ ແລະ ມີຈັນຍາບັນ. ທັງນີ້, ກໍເພື່ອຄວາມປອດໄພ ທາງດ້ານສຸພາບ ແລະ ໂພຊະນາການຂອງຜູ້ບໍລິໂພກ. ຜັກທຸກຊະນິດ ຈາກສາມມິດຟາມ ບໍ່ມີສານເຄມີ, ໃສ່ໃຈໃນຂະບວນ ການຜະລິດ ທຸກຂັ້ນຕອນ ພິທີພິຖັນ ໃນການບົວລະບັດ ຮັກສາທີ່ສຸດ, ເນື່ອງຈາກ ວິທີການປູກ ຂອງຟາມດັ່ງກ່າວ, ແມ່ນໃຊ້ລະບົບນ້ຳ ແລະ ປູກຕາມລາງບໍ່ໄດ້ໃຊ້ດິນ.
ສາມມິດຟາມ ເກີດຈາກການ ລົງທຶນຮ່ວມກັນ ຂອງນັກທຸລະກິດໜຸ່ມສາມຄົນ, ຊຶ່ງໃນເບື້ອງຕົ້ນໄດ້ລົງທຶນປະມານ 300 ລ້ານກວ່າກີບ ເພື່ອຊື້ວັດຖຸສຳລັບການປູກຕ່າງໆ ແລະ ແນວພັນພືດທີ່ເປັນເກດ A ນຳເຂົ້າຈາກຕ່າງປະເທດ (ສະຫະພາບເອີຮົບ) 100%, ໂດຍມີເປົ້າໝາຍເພື່ອໃຫ້ຜູ້ບໍລິໂພກໄດ້ກິນຜັກທີ່ມີຄຸນນະພາບ ແລະ ມີສຸຂະພາບທີ່ດີໄປພ້ອມໆກັນ.
ຫລັງເລີ່ມມີການຜະລິດ (ການປູກ) ພຽງ 2 ເດືອນກວ່າ, ປັດຈຸບັນ ສາມາດຈຳໜ່າຍຜັກອອກສູ່ສັງຄົມໄດ້ 500 ກິໂລຕໍ່ໜຶ່ງອາທິດ ຫລື 2 ໂຕນຕໍ່ເດືອນ ແລະ ສາມາດເກັບຂາຍໄດ້ທຸກມື້ ໃນລາຄາທີ່ແຕກຕ່າງກັນ ໂດຍອີງຕາມລາຄາ ຂາຍຍົກ-ຂາຍຍ່ອຍ ແລະ ລູກຄ້າປະຈຳ ທີ່ໄດ້ມີການເຊັນສັນຍາຊື້, ໃນລາຄາ 30-35.000 ກີບຕໍ່ກິໂລ. ໃນຂະນະທີ່ຢູ່ປະເທດເພື່ອນບ້ານ ຈະມີລາຄາສູງກວ່າປະມານ 70%, ແຕ່ຄວາມສົດຂອງຜັກ ຈະບໍ່ທຽບເທົ່າກັບ ຟາມສາມມິດ ທີ່ປູກຢູ່ພາຍໃນປະເທດໄດ້. ລູກຄ້າຂອງຟາມດັ່ງກ່າວ, ມີສອງປະເພດ ຄື: ປະເພດຄົວເຮືອນ ແລະ ຫົວໜ່ວຍທຸລະກິດ, ຊຶ່ງປະ ມານ 80% ຂອງຕະຫລາດແມ່ນຮ້ານອາຫານ, ພັດຕະຄານ ແລະ ໂຮງແຮມ, ໃນນັ້ນສ່ວນໃຫຍ່ແມ່ນຮ້ານອາຫານຕ່າງປະເທດ(ຍີ່ປຸ່ນ).
ສາມມິດຟາມ ຕັ້ງຢູ່ບ້ານດອນຂະຊາຍ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ປະ ກອບມີ ຜັກສະຫລັດ 7 ຊະນິດ (ສາຍພັນຕ່າງປະເທດທັງໝົດ) ເຊັ່ນ: ກຣິນໂອກ, ເຫຣດໂອກ, ຟິນເລ້, ບັດເຕີເຫດ, ກຣິນຄອດ, ລອກເກດ ແລະ ເຫຣດຄໍລໍ. ນອກຈາກນັ້ນ, ຍັງມີໜໍ່ໄມ້ຝຣັ່ງ, ໝາກເລັ່ນຣາຊິນີ ແລະ ຜັກເຊນາລີ ທີ່ປອດສານພິດຕື່ມອີກ. ຄວາມໝາຍສາມມິດຟາມ ຄື ເປັນມິດຕໍ່ສິ່ງແວດລ້ອມ, ເປັນມິດຕໍ່ຜູ້ບໍລິໂພກ ແລະ ມິດຕະພາບຂອງຜູ້ລົງທຶນ.
ຂ່າວ: ຊາຍຄົນເດີມຮູບ
ເນື້ອໃນ: ຂປລ