* ບາງຄົນບໍ່ຮັກໄມ້ ບໍ່ຮັກສັດສາ ທ່ານເອີຍ
ຊັງປ່າດົງແດນຮົກ ເຄັ່ງຂຶມຂວາງຄຶ້ມ
ເປັນອຶມຄຶມເງົາເງື້ອມ ຄືຜີເສືອຊິຢູ່
ງູພິດພຶງເຫົ່າຫ້ອມ ກະບາພ້ອມພວກຢູ່ໃນ ບໍ່ຮູ້
* ເຫັນແລ້ວໃຈຢາກປ້ຳ ຢາກຕັດອອກມັນແປນ
ແຫງນຫາກຍັງຊິເຫັນຄັກ ເບິ່ງຫຍັງຊິໃສ່ແຈ້ງ
ເຫັນຕາເວັນເຫັນຟ້າ ນະພາສີໃສສ່ອງ
ມອງທີ່ໃດກໍໃຫຍ່ກວ້າງ ໄກໃກ້ກໍ່ບໍ່ຄາ
* ນີ້ແຫລະນາ ເພິ່ນເວົ້າ ສຳນຶກເກົ່າສະຕິເບົາ
ເອົາແຕ່ຕາມທຳລາຍ ແຕ່ບໍ່ເຫັນຜົນຮ້າຍ
ຂາດຂອດໄຂຂະຫຍາຍເບື້ອງ ເຍືອງເຖິງຖະແຫລ່ງຂ່າວ
ຂາດຄົນໄປປ່າວເອີ້ນ ເຊີນຟັງຜົນເຫດແຫ້ງ
ໄພແລ້ງລວກແຜ່ນດິນ ຫັ້ນນາ
* ນີຄືຈຸດບອດກັ້ງ ບັງຢູ່ກາງສະໝອງ
ບໍ່ສ່ອງໃສ ຫາກມືນຕາ ເກີດມີພ່ຳພ້ອມ
ພໍ່ກໍ່ ພາກະທຳຮ້າຍ ສາຍດົງແດນປ່າ
ແມ່ກໍ່ ມາໄບ່ເບື້ອງ ເຄື່ອງຂ້ອງຮົກແຕ່ດົງ(ບາງຄົນເດີ)
* ໂຮງຮຽນບໍ່ສັ່ງຊີ້ ສະແດງເຫດສະແດງຜົນ
ຄົນຜູ້ ເປັນຄູສອນ ກໍບໍ່ຈາຈິງແຈ້ງ
ບໍ່ສະແດງນຳໜ້າ ພາສິດຖະໜອມປ່າ
ປູກຈຳປາແຕ່ລະຕົ້ນ ຫລາຍຄົນເຮັດຊະເມີ້ຍເກີ້ຍ
ເສີຍລ້ຽວຫລີກຂະບວນ ຊັ້ນໃດ
* ຂໍຊົມເຊີຍ
ບາງຜູ້ເຖົ້າ ບາງທ່ານຖະໜອມສ່ວນ
ປູ່ປູກມວນຕາວຕານ ໄຜ່ຜູກະສັງມີ້
ປູກມ່ວງນົມນາວກ້ຽງ ກຽງຂາມຂະໜຸນຂຽບ
ພ້າວພຸ່ມທັງໝາກຄ້ຽວ ກະທັນຫວ້າເວີຍົມ
* ສົມທີ່ຄວນຍົກຍ້ອງ ຍໍຍື່ນນຳສະເໜີ
ແຕ່ທີ່ຍັງຄາຂັດ ຄັບຢູ່ໃນມະໂນນັ້ນ
ປູ່ຄິດຕັນໃນສັ້ນ ຝັນເຫັນແຕ່ສວນປູ້ ເອງນາ
ສ່ວນສວນລວມປ່າໄມ້ ໃນດ່ານດົງປະເທດກວ້າງ
ລາວບໍ່ຫວງຮັກໄວ້ ຄືໄມ້ຢູ່ສວນ ດອກໃດ
ເນື້ອໃນ: ຂປລ