
* ທີເຄຊາວລາວ ເປັນຄ້າຍເພງລູກທົ່ງ ທີ່ຜະລິດເພງ ຄຸນນະພາບ ເຂົ້າຫູຜູ້ຟັງມາແລ້ວ ຫລາຍເພງບໍ່ວ່າ ຈະເປັນເພງ ນ້ອງບໍ່ແມ່ນນາງຟ້າ, ອ້າຍບໍ່ແມ່ນພະອິນ, ເຮັດໄດ້ໃຫ້ເປັນເຂີຍ ແລະ ອີກຫລາຍໆເພງ ເຊິ່ງແຕ່ລະເພງ ສ່ອງແສງເຖິງບັນ ຫາສັງຄົມ ແລະ ໃຫ້ຂໍ້ຄິດດີໆກັບຜູ້ຟັງ ແລະ ຫລ້າສຸດ ກໍໄດ້ນໍາສະໜີ ຜົນງານເພງ “ສິນຫ້າ” ຂອງນັກຮ້ອງ ນ້ອງໃໝ່ ຊື່ວ່າ ເຄຫາ ສິນທະນູ ຜ່ານລະບົບ ອອນລາຍຕ່າງໆ ກໍໄດ້ຮັບກະແສ ຕອບຮັບ ທີ່ດີຈາກສັງຄົມ.
ເມຄາ ສິນທະນູ ເປີດເຜີຍວ່າ: ຕົນໄດ້ເລີ່ມ ເຂົ້າວົງການນີ້ ໂດຍການ ເຂົ້າຮ່ວມ ປະກວດ ຮ້ອງເພງ ໃນໂຄງການ ລັດຟ້າພາ ສ້າງຝັນ ຢູ່ສວນອາຫານ ລັດຟ້າທີ່ໄດ້ຈັດຮ່ວມກັບ ຄ້າຍເພງ ທີເຄຊາວລາວ. ໃນເວລາປະກວດ, ຄ້າຍເພງ ທີເຄຊາວລາວ ເຫັນແວວ ເລີຍຊວນໃຫ້ມາຢູ່ນໍາ. ຈາກນັ້ນ ກໍໄດ້ມີຜົນ ງານທຳອິດຊື່ວ່າ “ສິນຫ້າ” ແຕ່ງໂດຍອາຈານ ບຸນຖົມ ພັນທະມາລີ ເຊິ່ງເນື້ອໃນ ເວົ້າເຖິງ ຄວາມຮັກ ທີ່ຕ້ອງຫ້າມໃຈ ເມື່ອຝ່າຍໜຶ່ງ ເຂົາມີຄູ່ຄອງແລ້ວ ເຖິງຈະຮັກຊໍ່າ ໃດຕ້ອງຕັດໃຈເພາະມັນຜິດສິນຂໍ້ 3 ເຊິ່ງເພງນີ້ ນໍາສະເໜີ ໃນວັນທີ 19 ພຶດສະພາ 2019 ທາງລະບົບ ອອນລາຍ ແລະ ກໍເຫັນວ່າສັງຄົມ ສົນໃຈຫລາຍ ພຽງແຕ່ ສາມມື້ເທົ່ານັ້ນ ກໍມີຄົນ ຊົມເກືອບ 2 ໝື່ນກວ່າ ຄົນແລ້ວ.
ເມຄາ ເວົ້າຕື່ມວ່າ: ໃນນາມ ສິລະປິນຮຸ່ນໃໝ່, ຕົນຈະ ເຝິກຝົນຕົນເອງ ໃຫ້ເປັນນັກຮ້ອງ ທີ່ມີຄຸນນະພາບ ເພື່ອໃຫ້ສັງຄົມ ຍອມຮັບ, ຈະເປັນນັກຮ້ອງ ທີ່ມີຄຸນສົມບັດປະພຶດດີ ເປັນແບບຢ່າງ ທີ່ດີຂອງ ສັງຄົມ ແລະ ຈະປະຕິບັດ ລະບຽບ ຂອງຄ້າຍເພງ ເຂົ້າຮ່ວມງານຕ່າງໆ ເພື່ອພັດທະນາຕົນເອງ ຫລາຍໆດ້ານ ໃນວົງການເພງ ບ້ານເຮົາ ສຸດທ້າຍນີ້ ຂໍຝາກຜົນງານ ເພງທຳອິດ ຂອງຄືເພງ “ສິນຫ້າ” ໄວ້ກັບມິດ ຮັກເເຟນ ເພງທຸກຄົນ.
ເນື້ອໃນ: ຂປລ