
* ຜູ້ອ່ານຫລາຍທ່ານ ອາດຈະຍັງ ບໍ່ຮູ້ວ່າ ນ້ຳລາຍ ກໍສາມາດ ນຳເຊື້ອພະຍາດ ຫລາຍຊະນິດ ມາສູ່ຄົນເຮົາ ແລະ ບາງພະຍາດ ກໍຮ້າຍແຮງ ຈົນເຮັດໃຫ້ ເສຍຊີວິດໄດ້, ດັ່ງນັ້ນ ເຮົາຄວນ ລະມັດລະວັງ ທີ່ສຸດ ໃນການ ນຳໃຊ້ເຄື່ອງ ຕ່າງໆ ຮ່ວມກັບ ຄົນອື່ນເຊັ່ນ: ໃຊ້ບ່ວງ ຫລື ດື່ມນໍ້າຈອກ ດຽວກັນ ສະນັ້ນເຮົາ ຄວນລະວັງ ໃຫ້ດີ ເພາະເຮົາ ບໍ່ສາມາດ ຮູ້ໄດ້ວ່າເຂົາ ຫລື ເຮົາອາດ ມີເຊື້ອພະຍາດ ທີ່ເປັນ ອັນຕະລາຍ. ດັ່ງນັ້ນ ຄວ ປ້ອງກັນ ໄວ້ດີກວ່າ.
ມື້ນີ້ຂໍລຳ ເພື່ອສຸຂະພາບ ຈຶ່ງໄດ້ ນຳເອົາຂໍ້ມູນ ກ່ຽວກັບ ເຊື້ອພະຍາດ ຕ່າງໆ ທີ່ຕິດຕໍ່ ກັນຜ່ານທາງ ນໍ້າລາຍ ມາສະເໜີ ເຊັ່ນ: ພະຍາດ ໄຂ້ຫວັດ ເປັນພະຍາດທີ່ຕິດ ຕໍ່ໄດ້ງ່າຍ ພຽງແຕ່ ຢູ່ໃກ້ກັບຄົນ ເປັນຫວັດ ຫລື ດື່ມນໍ້າຈອກ ດຽວກັນ, ໃຊ້ທໍ່ດູດຮ່ວມ ກັນເຮົາ ກໍສາມາດ ຮັບເຊື້ອໄຂ້ຫວັດ ເຂົ້າສູ່ຮ່າງກາຍໄດ້. ພະຍາດຄໍອັກເສບ: ຫາກເຮົາ ໃຊ້ທໍ່ດູດ ຫລື ດື່ມນໍ້າຈອກ ດຽວກັນ ກັບຄົນ ທີ່ມີເຊື້ອ ກໍຈະໄດ້ຮັບ ເຊື້ອເຂົ້າ ສູ່ຮ່າງກາຍ ເຮັດໃຫ້ມີ ໄຂ້ຂຶ້ນສູງ, ເຈັບຫົວ, ໜາວ, ເບື່ອອາຫານ ແລະ ເຈັບຄໍ. ພະຍາດ ໄວຣັດຕັບອັກ ເສບ: ເຊິ່ງມີຫລາຍ ສາຍພັນ ມີທັງໄວຣັດຕັບອັກເສບ ເອ, ບີ, ຊີ ໄປຈົນຮອດໄວຣັດຕັບ ອັກເສບຈີ ແຕ່ໄວຣັດຕັບທີ່ຕິດຕໍ່ກັນ ໄດ້ທາງອາຫານ ແລະ ເຄື່ອງດື່ມ ແມ່ນໄວຣັດ ຕັບອັກເສບເອ, ບີ ເຊິ່ງຖ້າເປັນ ພະຍາດນີ້ ຈະມີອາການ ເປັນໄຂ້, ໂຕຮ້ອນ, ເບື່ອອາຫານ, ເຈັບຫົວ, ປວດຮາກ, ເຈັບທ້ອງ, ນໍ້າຍ່ຽວມີ ສີເຫລືອງເຂັ້ມ ແລະ ຕົນໂຕເຫລືອງ. ພະຍາດຄໍຕີບ: ຈະມີອາການໄຂ້ ເລັກໜ້ອຍ, ເຈັບຄໍ, ເບື່ອອາຫານ, ມີອາການໄອ ສຽງດັງ, ກືນຍາກ. ພະຍາດນີ້ ສາມາດແຜ່ສູ່ ຄົນອື່ນ ດ້ວຍການໄອ, ຈາມ, ການ ໃຊ້ເຄື່ອງ ໃຊ້ຮ່ວມກັນ ຫລື ສຳຜັດ ກັບຂີ້ກະເທິ ຂອງຄົນ ທີ່ເປັນພະຍາດນີ້. ພະຍາດເຍື່ອຫຸ້ມ ສະໝອງ ອັກເສບ: ພະຍາດນີ້ ຫາກຮຸນແຮງ ຈະເຖິງຂັ້ນຫູໜວກ, ຕາບອດ, ເປັນ ອຳມະພາດ ແລະ ເສຍຊີວິດໄດ້ ເຊິ່ງຖ້າຫາກເຮົາ ໄປສຳຜັດ ແລະ ໃຊ້ເຄື່ອງໃຊ້ ຮ່ວມກັນກັບຄົນ ເປັນພະຍາດ ເຊັ່ນ: ທໍ່ດູດ, ຈອກນໍ້າ, ບ່ວງ. ພະຍາດນີ້ ເກີດຈາກ ການຕິດ ເຊື້ອແບັກທີເລຍ, ໄວຣັດ ແລະ ເຊື້ອລາ ເມື່ອຕິດເຊື້ອ ຈະມີໄຂ້ສູງ, ເຈັບຫົວ, ເຈັບຄໍ, ປວດຮາກ.
ເນື້ອໃນ: ຂປລ