
ຂປລ.ອ້າງຕາມແຫລ່ງຂ່າວ ຈາກສູນຂໍ້ມູນກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຈີນ ລາຍງານວ່າ: ປີນີ້, ຈີນໄດ້ຕ້ອນຮັບນັກທ່ອງທ່ຽວ ລວມມີ 415 ລ້ານຄົນ, ເພີ່ມຂື້ນ 7,6% ເມື່ອທຽບໃສ່ປີກາຍນີ້, ສ້າງລາຍໄດ້ເຖິງ 513.900 ລ້ານຢວນ, ເພີ່ມຂື້ນ 8,2% ໃນໄລຍະບຸນປີໃໝ່(ບຸນປະຈຳຊາດ). ຍ້ອນໃນໄລຍະນີ້, ຊາວຈີນ ນິຍົມພາ ພໍ່ແມ່, ຄອບຄົວ ແລະ ລູກຫລານ ໄປ ທ່ອງທ່ຽວ ຢູ່ສະຖານທ່ີຕ່າງໆ ສົ່ງຜົນໃຫ້ການທ່ອງທ່ຽວຈີນ ຂະຫຍາຍຕົວຢ່າງຕໍ່ເນື່ອງ./.
ເນື້ອໃນ: ຂປລ