* ການຍູ້ແຮງພັດທະນາ ແຕ່ລະບໍລິເວນ ເຂດແຄວ້ນ ແລະ ຫັນເປັນຕົວເມືອງ ໂດຍຮັບປະກັນ ການປະສານສົມທົບ ຂອງຂົງເຂດ ແລະ ເຂດແຄວ້ນໃຫ້ກົມກຽວ ແມ່ນຈິດໃຈ ສຳຄັນໜຶ່ງ ໃນການສ້າງ ເສດຖະກິດ ແຫ່ງຊາດ ຂະຫຍາຍຕົວ ໄປຕາມທິດ ພັດທະນາ ແບບຍືນຍົງ ທີ່ໄດ້ເວົ້າແຈ້ງ ຢູ່ໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.
ມະຕິກອງປະຊຸມໃຫຍ່ ຄັ້ງທີ X ໄດ້ກຳນົດແຈ້ງ ກ່ຽວກັບການສ້າງ ເສດຖະກິດແຫ່ງຊາດ ຂະຫຍາຍຕົວ ໄປຕາມທິດ ພັດທະນາແບບຍືນຍົງ, ດ້ວຍການຍູ້ແຮງ ການພັດທະນາ ບໍລິເວນເຂດແຄວ້ນ ແລະ ຫັນເປັນຕົວເມືອງ, ຮັບປະກັນການ ປະສານສົມ ທົບຂອງຂົງເຂດ ແລະ ເຂດແຄວ້ນ ໃຫ້ມີຄວາມກົມກຽວ ດ້ານການພັດທະນາ ລະຫວ່າງຕົວເມືອງ ກັບຊົນນະບົດ, ດ້ວຍການຈັດລຽງ ບຸລິມະສິດ ຢ່າງມີຈຸດສຸມ ໂດຍອີງໃສ່ທ່າແຮງ ໄດ້ປຽບຂອງ ແຕ່ລະເຂດແຄວ້ນ; ເອົາໃຈໃສ່ ພັດທະນາ ຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍ ເປັນຕົ້ນເຂດຫ່າງ ໄກສອກຫລີກ, ເຂດພື້ນຖານ ການປະຕິວັດເກົ່າ, ຕິດພັນກັບ ການສ້າງບ້ານ ພັດທະນາໃຫ້ ກາຍເປັນຕົວເມືອງນ້ອຍ ແລະ ເປັນໃຈກາງເສດຖະກິດ- ວັດທະນະທຳ ດ້ວຍການຈັດຕັ້ງ ປະຕິບັດນະໂຍບາຍ ຕ່າງໆທີ່ສອດ ຄ່ອງ ແລະ ເໝາະສົມ.
ບົດຮຽນທີ່ ຖອດຖອນໄດ້ ໃນການປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄລຍະຜ່ານມາ ໄດ້ຊີ້ອອກແຈ້ງວ່າ ການຫັນລົງ ຮາກຖານການເມືອງ ແລະ ພັດທະນາ ຊົນນະບົດ ຮອບດ້ານຢ່າງ ແຂງແຮງຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາດ ຕະການ ຍຸດທະສາດ ຍາວນານ, ແນໃສ່ປັບປຸງ ລະບົບການເມືອງ ຢູ່ຂັ້ນຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ, ສຸມໃສ່ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ດ້ວຍການຊຸກຍູ້ ສົ່ງເສີມການຜະລິດ ເປັນສິນຄ້າ ຕິດພັນກັບການ ຈັດສັນອາຊີບ ແລະ ພູມລຳ ເນົາຄົງທີ່, ໂດຍສະເພາະ ຢູ່ເຂດຊົນນະບົດ, ພູດອຍ ຫ່າງໄກສອກຫລີກ. ຕ້ອງປຸກລະດົມ ຂະບວນການ ແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ ຕາມທິດ 3 ສ້າງ, ກໍ່ໃຫ້ເກີດຕົວແບບ ໃນການຜະລິດ ເປັນສິນຄ້າ ໃຫ້ນັບມື້ກັບຫລາຍ ໃຫ້ກາຍເປັນຂະ ບວນການຂອງມະຫາຊົນ.
ໃນໄລຍະຜ່ານມາ, ພັກ-ລັດຖະບານ ໄດ້ຖືສໍາຄັນ ໃນການຊີ້ນໍາ, ການຈັດຕັ້ງ ປະຕິບັດ ວຽກງານການ ພັດທະນາ ແຕ່ລະບໍລິເວນ ເຂດແຄວ້ນ ແລະ ຫັນເປັນຕົວເມືອງ, ໂດຍຮັບປະກັນ ການປະສານສົມທົບ ຂອງຂົງເຂດ ແລະ ເຂດແຄວ້ນ ໃຫ້ກົມກຽວ ເຊິ່ງໄດ້ມີ ການກໍານົດ ຈຸດສຸມບຸລິມະ ສິດຕາມທິດນໍາ ທີ່ວ່າ “ເຮັດຢ່າງຮອບດ້ານ ແລະ ມີຈຸດສຸມ”.
ເນື້ອໃນ: ຂປລ