
ໂດຍຕອບສະໜອງຕາມຄຳເຊີນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນວັນທີ 11 ຕຸລາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ບັນດາຜູ້ນຳອາຊຽນ ກັບ ຜູ້ອຳນວຍການໃຫຍ່ ອົງການກອງທຶນການເງິນສາກົນ, ປະທານທະນາຄານໂລກ ແລະ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ພາຍໃຕ້ຫົວຂໍ້ “ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫລຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາ ໂດຍການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ໂຈໂກ້ ວິໂດໂດ້ ປະທານາທິບໍດີ ອິນໂດເນເຊຍ, ໃນນາມເຈົ້າພາບຈັດກອງປະຊຸມ ກອງທຶນການເງິນສາກົນ ແລະ ກຸ່ມທະ ນາຄານໂລກ ປະຈຳປີ 2018 ແລະ ທ່ານ ລີ ຊຽນລົງ ນາຍົກລັດຖະມົນຕີ ສິງກະໂປ ໃນນາມປະທານມູນວຽນອາຊຽນ,
ກອງປະຊຸມພົບປະຄັ້ງນີ້, ຈັດຂຶ້ນ ເພື່ອປຶກສາຫາລືບັນຫາສຳຄັນຕ່າງໆ ທີ່ຕິດພັນກັບການຮັກສາ ສະຖຽນລະພາບ ທາງດ້ານເສດຖະກິດ-ການເງິນ, ກໍຄື ການຊອກຫາຊ່ອງທາງ ແລະ ມາດຕະການຮ່ວມກັນ ໃນການຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດ ພາຍໃນອາຊຽນ ແລະ ການຮ່ວມມື ເພື່ອບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ. ໃນນັ້ນ, ບັນດາຜູ້ນຳອາຊຽນ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ບົດບາດຂອງອົງການ ການເງິນສາກົນ ແລະ ທະນາຄານໂລກ ກໍ່ຄື ອົງການສະຫະປະຊາຊາດ ໃນການຊ່ວຍເຫລືອບັນດາ ປະເທດສະມາຊິກ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍ ໃຫ້ແກ່ການເຕີບໂຕຂອງເສດຖະກິດ ແນໃສ່ຫລຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາພາຍໃນບັນດາປະເທດສະມາຊິກອາຊຽນ ກໍຄື ໃນພາກພື້ນ.
ໃນໂອກາດກອງປະຊຸມນີ້, ສປປ ລາວ ກໍໄດ້ຢໍ້າຄືນການຈັດຕັ້ງປະຕິບັດ ພັນທະຂອງຕົນ ໃນການເປັນສະມາຊິກ ຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນຢ່າງຕັ້ງໜ້າ, ຊຶ່ງລັດຖະບານ ສປປ ລາວ ໄດ້ຈັດຕັ້ງປະຕິບັດວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 8 ສໍາລັບສົກ 2016-2020. ດ້ານການພັດທະນາເສດຖະກິດ-ການເງິນ ກໍໄດ້ມີການວາງນະໂຍບາຍ ແລະ ກົນໄກໃນການຊຸກຍູ້ ເພື່ອຮັກສາສະຖຽນລະພາບ ຂອງເສດຖະກິດມະຫາພາກ, ປັບປຸງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ເພື່ອສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ, ໂດຍຜ່ານການຮ່ວມມື ແລະ ສະໜັບສະໜູນຈາກອົງການ ຈັດຕັ້ງສາກົນຕ່າງໆ, ໂດຍສະເພາະແມ່ນກອງທຶນການເງິນສາກົນ, ທະນາຄານໂລກ ແລະ ອົງການສະຫະປະຊາຊາດ.
ໃນຕອນຄໍ່າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ທ່ານ ໂຈໂກ້ ວິໂດໂດ້ ປະທານາທິບໍດີ ອິນໂດເນເຊຍ, ເພື່ອເປັນກຽດໃຫ້ແກ່ບັນດາຜູ້ ນຳອາຊຽນ ແລະ ຜູ້ເຂົ້າຮ່ວມກອງປະຊຸມພົບປະໃນຄັ້ງນີ້.
ເນື້ອໃນ: ຂປລ