ຂປລ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ່ 10 ທີ່ຈັດຂຶ້ນ ລະຫວ່າງວັນທີ 8-9 ຕຸລາ 2018 ທີ່ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ, ໂດຍມີບັນດາຜູ້ນໍາ 5 ປະເທດ ຂົງເຂດແມ່ນໍ້າຂອງມີ ກໍາປູເຈຍ, ສປປ ລາວ, ໄທ, ມຽນມາ ແລະ ສສ.ຫວຽດນາມ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ບັນດາຜູ້ນໍາຂອງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ຖະແຫລງການຮ່ວມ ເຫັນດີເປັນເອກະພາບກັນ ຮັບຮອງເອົາຍຸດທະສາດໂຕກຽວ 2018 ເພື່ອສືບຕໍ່ເສີມຂະຫຍາຍ ການຮ່ວມມື ລະຫວ່າງ ບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ຂຶ້ນສູ່ລະດັບຄູ່ຮ່ວມຍຸດທະສາດ ແລະ ຮັບປະກັນຜົນປະໂຫຍດ ລວມແຫ່ງສັນຕິພາບ, ການພັດທະນາ ເສດຖະກິດ-ສັງຄົມ ແລະ ຍົກສູງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ ໃຫ້ນັບມື້ນັບດີຂຶ້ນ, ທັງເປັນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະເທດແມ່ນໍ້າຂອງ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໃນລະຫວ່າງການເຂົ້າຮ່ວມ ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ທ່ານນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ເຈົ້າຈັກກະພັດຍີ່ປຸ່ນ, ເຂົ້າຮ່ວມ ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສປປ ລາວ-ຍີ່ປຸ່ນ, ຮ່ວມພົບປະກັບຄະນະຮັບຜິດຊອບ ແລະ ນັກກິລາບານເຕະທີມຊາດ ຂອງບັນດາປະເທດແມ່ນໍ້າຂອງ, ເຂົ້າຮ່ວມເປັນສັກຂີພິຍານ ພິທີເຊັນສັນຍາ ແລະ ແລກປ່ຽນເອກະສານວ່າດ້ວຍ ການຊ່ວຍເຫລືອດ້ານ UXO ເຊັນໂດຍລັດຖະມົນຕີ ຕ່າງປະເທດຂອງ ລາວ ແລະ ຍີ່ປຸ່ນ, ເຂົ້າຮ່ວມພົບປະກັບສະມາຄົມ ມິດຕະພາບຝ່າຍລັດຖະສະພາ ຍີ່ປຸ່ນ-ແມ່ນໍ້າຂອງ ແລະ ເຂົ້າຮ່ວມເວທີສົນທະນາ ການລົງທຶນຢູ່ພາກພື້ນແມ່ນໍ້າຂອງ, ຊຶ່ງຈັດຂຶ້ນໂດຍອົງການສົ່ງ ເສີມການຄ້າຍີ່ປຸ່ນ ເພື່ອເພີ່ມທະວີການຮ່ວມມື ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງ ບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ, ພ້ອມທັງຕ້ອນຮັບການຢ້ຽມຂໍ່ານັບ ຂອງປະທານອົງການການຄ້າສາກົນແຫ່ງ ຍີ່ປຸ່ນ, ປະທານກຸ່ມໂຮງໝໍ ກິຕາຮາຣາ, ບໍລິສັດ Hitachi ແລະ ບໍລິສັດ TEPCO ແລະ ເຂົ້າຮ່ວມກິດຈະກໍາອື່ນໆ.
ເນື້ອໃນ: ຂປລ