
ຂປລ. ທ້າຍອາທິດຜ່ານມາ ຢູ່ສະໂມສອນໂຮງຮຽນມັດທະຍົມສົມບູນ (ມສ) ມິດຕະພາບ ລາວ-ຫວຽດນາມ ໄດ້ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 24 ປີ.
ໃນໂອກາດດັ່ງກ່າວ, ທ່ານ ພອນປະເສີດ ເສດຖາທິຣາດ ຮອງຜູ້ອໍານວຍການ ຜູ້ອໍານວຍການໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ໄດ້ກ່າວເຖິງປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 24 ປີ (7 ຕຸລາ 1994 -7 ຕຸລາ 2018), ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນຕໍ່ກັບສັງຄົມລາວ ເວົ້າລວມ, ເວົ້າສະເພາະ ແມ່ນຕໍ່ຂະແໜງການສຶກສາ ກໍຄື ພະນັກງານຄູອາຈານ ແລະ ນ້ອງນັກຮຽນທຸກຖ້ວນໜ້າ. ກ່ອນອື່ນໝົດ ຕ້ອງໄດ້ເອົາໃຈໃສ່ ຕໍ່ການພັດທະນາ ການສຶກສາ ເພື່ອໃຫ້ການສຶກສາມີຄຸນນະພາບທີ່ດີ. ໃນນັ້ນ, ປັດໄຈຕົ້ນຕໍ ກໍ່ແມ່ນຄູ-ອາຈານ ຍ້ອນວ່າ ຄູເປັນຜູ້ສິດສອນສົ່ງຄວາມຮູ້, ສ້າງໃຫ້ນັກຮຽນມີສະຕິປັນຍາ ກາຍເປັນຄົນຮູ້ຜູ້ດີ ແລະ ເປັນໜໍ່ແໜງຂອງປະເທດຊາດ ເພື່ອສືບຕໍ່ພາລະກິດ ປະຕິວັດໃນອະນາຄົດ. ຄູຈຶ່ງຂະໜານນາມວ່າ: “ຄູ ແມ່ນວິສະວະກອນແຫ່ງດວງວິນຍານ”, “ຄູ ແມ່ນພໍ່ແມ່ຜູ້ທີ 2 ຂອງເດັກ”. ສໍາລັບຊາດລາວແລ້ວ, ພັກ ແລະ ລັດຖະບານ ກໍ່ໄດ້ກໍານົດເອົາວັນທີ 7 ຕຸລາ ຂອງທຸກໆປີ ໃຫ້ເປັນວັນຄູແຫ່ງຊາດລາວ, ເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູ ຮູ້ບົດບາດຂອງຄູ ແລະ ພ້ອມກັນເຊີດຊູກຽດສັກສີຂອງຄູ ໃຫ້ດີເດັ່ນຢູ່ໃນສັງຄົມ ແລະ ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນເອງ.
ໂອກາດດຽວກັນ, ທ່ານ ດອນ ແກ້ວມີໄຊ ໄດ້ສະຫລຸບຜົນການຈັດຕັ້ງປະຕິບັດ ການຮຽນການສອນໃນສົກຮຽນ 2017-2018 ຜ່ານມາ ໃຫ້ຮູ້ວ່າ: ຜົນການສອບເສັງເລື່ອນຂັ້ນ ມ1, ມ2, ມ3, ມ5 ແລະ ມ6 ໄດ້ 100%, ສອບເສັງຈົບຊັ້ນ ມ4 ໄດ້ 99,23% ແລະ ສອບເສັງຈົບຊັ້ນ ມ7 ໄດ້ 100%. ນອກຈາກນັ້ນ, ສອບເສັງນັກຮຽນເກັ່ງຂັ້ນເມືອງ ຂັ້ນ ມ4 ມີນັກຮຽນເຂົ້າຮ່ວມສອບເສັງ ມີ 18 ຄົນ, ຍິງ 13 ຄົນ ສາມາດສອບເສັງຜ່ານເຂົ້າສູ່ ການສອບເສັງຂັ້ນນະຄອນຫລວງ ມີ 3 ຄົນ, ຍິງ 1 ຄົນ.
ສໍາລັບການສອບເສັງນັກຮຽນເກັ່ງຂັ້ ນນະຄອນຫລວງ ຂັ້ນ ມ4 ໄດ້ລາງວັນຊົມເຊີຍ ວິຊາ ພາສາລາວ-ວັນນະຄະດີ, ໄດ້ລາງວັນຊົມເຊີຍ ມ7 ວິຊາ ພາສາລາວ-ວັນນະຄະດີ, ເຄມີສາດ, ຄະນິດສາດ ແລະ ນັກຮຽນສອບເສັງຈົບ ມ7 ໄດ້ໄປຮຽນຕໍ່ລະດັບປະລິນຍາຕີ ຢູ່ ສສ ຫວຽດນາມ 14 ຄົນ. ໃນນັ້ນ, ທຶນລັດຖະບານ 10 ທຶນ, ທຶນນະຄອນໂຮ່ຈິມິງ 2 ທຶນ ແລະ ທຶນມະຫາວິທະຍາໄລໂຕນດຶກຖັ່ງ ນະຄອນໂຮ່ຈິມິງ 2 ທຶນ (ທຶນ 100% ແລະ ທຶນ 50%).
ຂ່າວ-ພາບ ສຸກສະຫວັດ
ເນື້ອໃນ: ຂປລ