
ຂປລ.ປັດຈຸບັນ ໜ່ວຍງານຮັບ-ເບີກຈ່າຍເຄື່ອງບໍລິຈາກ ໄດ້ສືບຕໍ່ແຈກຢາຍເຄື່ອງຊ່ວຍເຫລືອ ໃຫ້ ແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມ ເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ຢູ່ເມືອງສະໜາມ ໄຊ ແຂວງ ອັດຕະປື ຢູ່ໃນແຕ່ລະຈຸດ ຕາມສູນພັກຊົ່ວຄາວທຸກແຫ່ງ ເພື່ອແກ້ໄຂບັນເທົາທຸກ ແລະ ຊ່ວຍເຫລືອໃຫ້ທັນເວລາ. ແຕ່ເຖິງຢ່າງໃດກໍຕາມ ໃນສະພາບຄວາມເປັນຈິງ ປະຊາຊົນຍັງຕ້ອງການ ອາຫານ ແລະ ເຄື່ອງໃຊ້ ຄົວເຮືອນຕ່າງໆ ຈຳນວນຫລາຍຢ່າງ.
ທ່ານ ນາງ ທອງພິນ ຄຸນຕາມີ ຮອງຫວໜ້າຄະນະຈັດຕັ້ງ ເມືອງສະໜາມໄຊ, ຄະນະຊີ້ນຳຮັບ ແລະ ເບີກຈ່າຍ ເຄື່ອງບໍລິຈາກ ໄດ້ລາຍງານໃນວັນທີ 9 ສິງຫາ 2018 ທີ່ຫ້ອງວ່າການປົກ ຄອງເມືອງ ສະໜາມໄຊວ່າ: ໃນໄລຍະຜ່ານມາ ພາຍຫລັງ ໄດ້ຮັບເຄື່ອງຈາກຫ້ອງວ່າການປົກຄອງ ແຂວງອັດຕະປື ແລະ ຈາກພາກສ່ວນຕ່າງໆ, ລວມທັງຜູ້ມີໃຈບຸນມາບໍລິຈາກກັບທີ່ແລ້ວ, ທາງໜ່ວຍງານພາກສະ ໜາມ ໄດ້ມີການແຈກຢາຍປະເພດເຄື່ອງນອນ ແລະ ເຄື່ອງນຸ່ງຫົ່ມ ໃຫ້ປະຊາຊົນຕາມຈຸດພັກຊົ່ວຄາວ ເຊິ່ງໃນເບື້ອງຕົ້ນແມ່ນມີທັງໝົດ 8 ຈຸດ, ແຕ່ລະຈຸດປະກອບມີ 20-30 ຄອບຄົວ. ແຕ່ມາຮອດ ປັດຈຸບັນແມ່ນໄດ້ແຍກອອກເປັນສູນ ແລະ ໄດ້ມີການແຈກຢາຍເຄື່ອງຊ່ວຍ ໃຫ້ແຕ່ລະຄອບຄົວໂດຍກົງ ເພື່ອໃຫ້ເຄື່ອງບັນເທົາທຸກເຖິງຄອບຄົວ ຜູ້ປະສົບໄພທີ່ແທ້ຈິງ ແຕ່ບາງເທື່ອຄອບຄົວໃຫຍ່ ມີຈຳນວນ ຄົນຫລາຍເຫັນວ່າບໍ່ພຽງພໍ.
ທ່ານ ນາງ ທອງພິນ ຄຸນຕາມີ ກ່າວຕື່ມວ່າ: ການແຈກຢາຍເຄື່ອງບໍລິຈາກຜ່ານມາ ສະເພາະຢູ່ ເຂດເທດສະບານ ແມ່ນນຳໃຊ້ລົດເປັນພາຫະນະຂົນສົ່ງ ແລະ ອີກສອງຈຸດຄື: ບ້ານປິ່ນດົງ ແລະ ບ້ານຕະມໍຢອດ ແມ່ນໃຊ້ເຮືອບິນກອງທັບອາກາດໄປແຈກຢາຍມື້ລະ 3-4 ຖ້ຽວ. ຢ່າງໃດກໍຕາມມາຮອດປັດຈຸບັນ ເຫັນວ່າປະຊາຊົນຍັງມີຄວາມຕ້ອງການ ເຄື່ອງໃຊ້ສອຍຕືມອີກຫລາຍຢ່າງ ເຊັ່ນ: ເຂົ້າ ສານ, ເຄື່ອງແຕ່ງຢູ່ ຄົວກິນ, ເຕົາດັງໄຟ, ຖ່ານດັງໄຟ, ຄຽງ 3 ຂາ, ຖັງ ຫລື ໂອ່ງໃສ່ນໍ້າ, ເຄື່ອງທຳຄວາມສະອາດ ແລະ ອື່ນໆ. ສຳລັບການລຳລຽງເຄື່ອງ ໄປຊ່ວຍເຫລືອບັນເທົາທຸກ ໃຫ້ປະ ຊາຊົນຜູ້ປະສົບໄພນໍ້າຖ້ວມ ໃນໄລຍະຜ່ານມາ ເຫັນວ່າພົບຄວາມ ຫຍຸ້ງຍາກຫລາຍ ດ້ານ ເພາະວ່າ ຖະ ໜົນ ຫົນທາງຂາດ, ດິນຟ້າອາກາດບໍ່ອຳ ນວຍໃຫ້ແກ່ການຂົນສົ່ງທາງອາກາດ. ແຕ່ເຖິງຢ່າງໃດກໍຕາມ ທາງຄະນະນຳ ແລະ ຄະນະຮັບຜິດຊອບ ກໍໄດ້ເອົາໃຈໃສ່ຢ່າງຕັ້ງ ໜ້າຊອກ ຫາທຸກວິທີທາງ ເພື່ອໃຫ້ພໍ່ ແມ່ປະຊາຊົນຜູ້ປະສົບໄພໃນແຕ່ລະຈຸດ ໄດ້ຮັບ ການຊ່ວຍເຫລືອຢ່າງທົ່ວເຖິງ.
ຂ່າວ, ສົມບູນ ແກ້ວໄຊຍະຈັກ
ເນື້ອໃນ: ຂປລ