
ຂປລ.ຕາມຂ່າວ ຕ່າງປະເທດ,ເມື່ອບໍ່ດົນມານີ້,ຊູແອດ ສັ່ງຢຸດໃຫ້ບໍລິການ ລົດໄຟ ຫລາຍເສັ້ນ ໃນຈຸດເຊື່ອມຕໍ່ ທາງພາກໃຕ້ ແລະ ຕາເວັນຕົກຂອງປະເທດ ເນື່ອງຈາກ ສະພາບອາກາດ ຮ້ອນຮຸນແຮງ ເຮັດໃຫ້ລາງລົດໄຟເປ້ເພ ມີສະພາບໂຄ້ງງໍ. ນອກນີ້ ຍັງຢຸດໃຫ້ບໍລິການ ລົດໄຟບາງເສັ້ນ ທີ່ມີສາເຫດ ຈາກລະບົບໄຟຟ້າ ຂັດຂ້ອງ ເນື່ອງຈາກ ພາຍຸຝົນຕົກ ໃນບາງພື້ນທີ່ ສົ່ງຜົນໃຫ້ລັດຖະບານ ຊູແອດ ຕ້ອງມີການລົງທຶນຄັ້ງໃຫຍ່ ໃນການປັບປຸງ ລະບົບພື້ນຖານ ໂຄງລາງ ປະມານ 7 ແສນລ້ານ ໂຄຣນາ ຊູແອດ.
ເນື້ອໃນ: ຂປລ