
ຂປລ.ຕາມຂ່າວ ຕ່າງປະເທດ,ວັນທີ 12 ກໍລະກົດປີນີ້, ເກີດໄຟໄໝ້ປ່າ ໃນລັດແຄລິຟໍເນຍຂອງ ສ.ອາເມລິກາ ເຮັດໃຫ້ພື້ນທີ່ປ່າໄມ້ ໄດ້ຮັບຄວາມ ເສຍຫາຍ ເກືອບ 200.000 ເຮັກຕາ. ຂະນະນີ້ ເຈົ້າໜ້າທີ່ກູ້ໄພ ສາມາດ ຄວບຄຸມໄຟປ່າ ທີ່ພວມລຸກລາມ ໃຫ້ນະຄອນລອດແອງເຈລີສ ປະມານ 50% ທ່າມກາງ ສະພາບອາກາດ ທີ່ແຫ້ງແລ້ງ ແລະ ມີກະແສລົມພັດແຮງ./.
ເນື້ອໃນ: ຂປລ