

ຂປລ. ສາທາລະນະສຸກ ແຂວງຄຳມ່ວນ ໄດ້ຈັດພິທີສະເຫລີມ ສະຫລອງວັນແພດລາວ (18 ມິຖຸນາ) ໃນວັນທີ 22 ມິຖຸນາ 2018 ແນໃສ່ ເຮັດໃຫ້ພະນັກງານແພດໝໍ ໂດຍສະເພາະນັກຮຽນນັກສຶກສາ ໄດ້ຮັບຮູ້ເຖິງປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນດັ່ງກ່າວ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີ ຂອງແພດໝໍ ພະຍາບານ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄື ສະໄໝປົກປັກຮັກສາ ແລະ ພັດທະນາປະເທດຊາດ ທີ່ໄດ້ປະກອບສ່ວນເຂົ້າ ໃນການຮັກສາສຸຂະພາບ, ທັງເປັນການປູກຈິດສຳນຶກ ໃຫ້ແກ່ພະນັກງານແພດໝໍພະຍາບານ ຮຸ່ນສືບທອດໄດ້ເຫັນຄວາມສຳຄັນ, ຮໍ່າຮຽນເອົາແບບຢ່າງອັນດີງາມ, ເປັນເຈົ້າການໃນການສົ່ງເສີມ, ຮັກສາສຸຂະພາບ ແລະ ນໍາມາໜູນໃຊ້ ເຂົ້່າໃນຊີວິດປະຈຳວັນຂອງຕົນ.
ທ່ານ ສົມຈິດ ອຳພິລາວົງ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງຄຳມ່ວນ ໄດ້ກ່າວວ່າ: ວັນແພດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອໃຫ້ປວງຊົນລາວທັງຊາດ, ຄົນເຈັບ, ຄອບຄົວ ແລະ ຍາດພີ່ນ້ອງຂອງຄົນເຈັບ ໄດ້ສະແດງຄວາມຮູ້ບຸນຄຸນ, ກະຕັນຍູກະຕະເວທີຕໍ່ແພດ ທີ່ໄດ້ທຳການກວດ, ບົ່ງມະຕິພະຍາດ, ປິ່ນປົວບົວລະບັດຮັກ ສາສຸຂະພາບ ແລະ ບໍລິການດ້ານອື່ນໆ ທີ່ພົວພັນເຖິງສຸຂະພາບຂອງຄົນເຈັບ, ເຊິ່ງວັນດັ່ງກ່າວ ເປັນຂີດໝາຍ ແຫ່ງການເຕີບໃຫຍ່ຂະຫຍາຍ ຕົວ ຂອງເຫລົ່າຮົບເສນາຮັກ ແລະ ອີງໃສ່ນະໂຍບາຍຂອງພັກ, ສູນກາງແນວລາວຮັກຊາດ ຈິ່ງມີມະຕິຕົກລົງ ກຳນົດເອົາວັນທີ 18 ມິຖຸນາ ປີ 1965 ເປັນວັນສ້າງຕັ້ງ ພະແນກສາທາລະນະສຸກ ສູນກາງແນວລາວຮັກຊາດ ແລະ ປະຕິບັດ ຕາມກົດໝາຍວ່າດ້ວຍ ການປິ່ນປົວສະບັບປຸງໜວດທີ 10 ມາດຕາທີ 76 ໄດ້ກຳນົດເອົາວັນທີ 18 ມິຖຸນາຂອງທຸກໆ ປີເປັນວັນສ້າງຕັ້ງແພດລາວ.
ຂ່າວ: ມະນີວັນ
ເນື້ອໃນ: ຂປລ