ຂປລ. ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງມະຕິ ກ່ຽວກັບ
ການຄຸ້ມຄອງລາຄາສິນຄ້າ ແລະ ມາດຕະການ ແກ້ໄຂຈຳນວນໜຶ່ງ ເພື່ອຫລຸດຜ່ອນ ຜົນກະທົບຕໍ່ການຜະລິດ
ແລະ ການດຳລົງຊີວິດ ຂອງປະຊາຊົນ ເຊິ່ງໄດ້ຖືກຍົກມາພິຈາລະນາ, ແກ້ໄຂ
ແລະ ປັບປຸງໃນກອງປະຊຸມ ສະໄໝສາມັນ ເທື່ອທີ
3 ຂອງສະພາແຫ່ງຊາດ ເທື່ອທີ VIII ໃນວັນທີ 18 ພຶດສະພາ 2017 ນີ້ ໂດຍການເປັນປະທານ ຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານ ສະພາແຫ່ງຊາດ.
ທ່ານ ນາງ ສວນສະຫວັນ ວິຍາເກດ ກຳມະການຄະນະ
ປະຈຳສະພາແຫ່ງຊາດ ເລຂາທິການສະ ພາແຫ່ງຊາດ ໄດ້ສະເໜີຮ່າງເນື້ອໃນມະຕິ ກ່ຽວກັບການຄຸ້ມຄອງລາຄາສິນຄ້າ
ແລະ ມາດຕະການແກ້ໄຂຈຳນວນໜຶ່ງ ເພື່ອຫລຸດຜ່ອນ ຜົນກະທົບຕໍ່ການຜະລິດ ແລະ ການດຳລົງຊີວິດ ຂອງປະຊາຊົນ
ເຊິ່ງໄດ້ສ້າງຕັ້ງຂຶ້ນ ບົນພື້ນຖານຂໍ້ມູນລາຍງານ ຂອງລັດຖະບານ
ໂດຍສະເພາະແມ່ນ ຈາກບົດລາຍງານຂອງກະ ຊວງອຸດສາຫະກຳ ແລະ ການຄ້າ ແລະ ການລົງຕິດຕາມຕົວຈິງ ແຕ່ລະໄລຍະ
ຂອງກຳມະທິການກ່ຽວ ຂ້ອງ, ຈາກຫາງສຽງຂອງສັງຄົມ
ເຫັນວ່າເນື້ອໃນ ຂອງຮ່າງມະຕິສະບັບນີ້ ຍັງມີລັກສະນະບໍ່ຄົບຖ້ວນ, ຮັດ ກຸມ, ບໍ່ທັນສອດຄ່ອງກັບ ສະພາບຄວາມເປັນຈິງ,
ຍັງບໍ່ສາມາດນຳໄປ ຜັນຂະຫຍາຍ ຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ
ເຊັ່ນ: ບັນດານິຕິກຳຕ່າງໆ ກ່ຽວກັບການຄຸ້ມຄອງ ລາຄາສິນຄ້າ, ການບໍລິການຍັງບໍ່ທັນຄົບຖ້ວນ,
ບໍ່ທັນຮັດກຸມ, ການຈັດຕັ້ງປະຕິບັດຍັງບໍ່ທັນເຂັ້ມງວດ, ບໍ່ມີປະສິດທິພາບເທົ່າທີ່ຄວນ. ລາຄາສິນຄ້າ ສະບຽງອາຫານບາງປະເພດ ມີການເໜັງຕິງຕາມລະດູການ
ຍັງມີລາຄາແພງກ່ວາ ປະເທດໃກ້ຄຽງ, ການວາງນະໂຍບາຍ ກໍຄືຄວາມສາມາດໃນການດັດສົມ
ລາຄາສິນຄ້າທີ່ເປັນຂອງລັດ ຍັງບໍ່ທັນພຽງພໍ, ຊັກຊ້າ, ແກ່ຍາວ ເຮັດໃຫ້ມີຜົນກະທົບ ໂດຍກົງຕໍ່ການຜະລິດ, ການດຳລົງຊີວິດຂອງ
ຖັນແຖວພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ
ຜູ້ທີ່ມີລາຍໄດ້ໜ້ອຍ.
ພ້ອມດຽວກັນນີ້, ກອງປະຊຸມໄດ້ສະເໜີ
ໃຫ້ລັດຖະບານ ເອົາໃຈໃສ່ຊີ້ນຳ ການຈັດຕັ້ງປະຕິບັດ ບາງມາດຕາການ ເພີ່ມຕື່ມ ເປັນຕົ້ນ ຄົ້ນຄ້ວາຍົກລະດັບ
ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການຂຶ້ນເປັນກົດໝາຍ, ພ້ອມອອກນິຕິກຳ ເພີ່ມຕື່ມເພື່ອຄຸ້ມຄອງ, ກວດກາການນຳເຂົ້າ ແລະ ການຈຳໜ່າຍສິນຄ້າ ປະເພດສະບຽງອາຫານ ໃຫ້ມີຄວາມຮັດກຸມ; ຄົ້ນຄ້ວາອອກມາດຕະການ
ຫລຸດຜ່ອນຕົ້ນທຶນການຜະລິດ, ສຶກສາລະອຽດ ຕໍ່ໂຄງປະກອບລາຄາ ແຕ່ລະປະເພດສິນຄ້າ
ທີ່ເປັນສິນຄ້າປາຍແຫລມ, ເປັນທ່າແຮງຂອງປະເທດເຮົາ ເພື່ອໃຫ້ທ່າແຮງ
ໃນການຜະລິດ ຂະຫຍາຍຕົວໄວ ສາມາດແຂ່ງຂັນໄດ້ ເປັນຕົ້ນ ແມ່ນສິນຄ້າກະສິກຳ ປອດສານພິດ,
ການຜະລິດທີ່ເປັນເອກະລັກ, ມູນເຊື້ອຂອງແຕ່ລະທ້ອງຖິ່ນ,
ສົ່ງເສີມການຊື້ການຂາຍ ໃຫ້ເປັນຮູບປະທຳ ເພື່ອຫລຸດຜ່ອນການຊື້ຂາຍ ຜ່ານຫລາຍຂອດ
ແລະ ເຮັດໃຫ້ຕົ້ນທຶນສິນຄ້າ ນຳເຂົ້າຫລຸດລົງ; ພ້ອມທັງ ປະຕິບັດມາດຕະການ ຢ່າງເຂັ້ມງວດ ຕໍ່ຜູ້ນຳເຂົ້າ
ແລະ ຕໍ່ຜູ້ຄ້າຂາຍທີ່ບໍ່ຖືກຕ້ອງ, ຄ້າຂາຍເຖື່ອນ ແລະ ຄ້າຂາຍນອກລະບົບ,
ສິນຄ້າສະບຽງອາຫານ, ຢາປົວພະຍາດ, ສິນຄ້າທີ່ບໍ່ມີສະຫລາກ ແລະ ຜູ້ສວຍໂອກາດ ຂຶ້ນລາຄາສິນຄ້າໂດຍລຳພັງ. ບໍ່ໃຫ້ນຳເຂົ້າຊີ້ນ,
ເຄື່ອງໃນສັດ, ປາ, ໄຂ່,
ສິ້ນສ່ວນສັດປີກ, ອາຫານທະເລ, ຢາປົວພະຍາດ, ເຄື່ອງສຳອາງ, ອາຫານເສີມສຳເລັດຮູບ
ແລະ ອຸປະກອນການແພດ ເພື່ອເປົ້າໝາຍທາງການຄ້າ ໂດຍບໍ່ໄດ້ຜ່ານບໍລິສັດ ຂາເຂົ້າ-ຂາອອກ ທີ່ໄດ້ຮັບອະນຸຍາດ
ຖືກຕ້ອງຕາມກົດໝາຍ.
ຂ່າວ: ສົມຫວັງ, ພາບ:
ເກດສະໜາ
ເນື້ອໃນ: ຂປລ