
ຂປລ. ຂະແໜງສາທາລະນະສຸກ ເມືອງຜາອຸດົມ ແຂວງບໍ່ແກ້ວ ເປີດຂະບວນການ ລົງເຄື່ອນໄຫວສັກຢາ-ຢອດຢາວັກຊິນ ປ້ອງກັນພະຍາດລະບາດ ຕາມລະດູການໃຫ້ ກຸ່ມເປົ້າເກນອາຍຸ 15-45 ປີ ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 5 ປີຮອບທີ່ 8 ສົກປີ 2017 ພ້ອມກັນນັ້ນກໍເພື່ອສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂປລີໂອ ແລະ ພະຍາດໝາກແດງນ້ອຍ-ໝາກ ແດງໃຫ່ຍໃນທົ່ວເມືອງ. ຂະບວນ ການສັກຢາດັ່ງກ່າວ ໄດ້ແບ່ງອອກເປັນ 15 ເຂດບໍລິການ, ມີ 111 ຈຸດສັກຢາ, ມີທີມງານແພດລົງເຄື່ອນໄຫວ ສັກຢາໃຫ້ປະຊາຊົນ ບັນດາເຜົ່າ ຢູ່ຕາມຮາກ ຖານບ້ານຈຳນວນ 24 ທີມ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນ ວັນທີ 16 ມັງກອນນີ້, ໂດຍມີທ່ານ ພົງສະຫວັນ ປັນຍາສັກ ຮອງເຈົ້າເມືອງຜາອຸດົມ, ມີບັນດາຫົວໜ້າຫ້ອງການ ສາທາລະນະສຸກເມືອງ, ຄະກຳມະການ ສົ່ງເສີມສຸຂະພາບແມ່ ແລະ ເດັກຂັ້ນເມືອງ, ພ້ອມດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.