
* ກອງປະຊຸມນາຍົກ- ຮອງນາຍົກລັດຖະມົນຕີ ຈັດຂຶ້ນໃນທ້າຍເດືອນ ສິງຫາຜ່ານມາ, ພາຍຫລັງໄດ້ຮັບຟັງ ການລາຍງານຂອງຄະນະ ສະເພາະກິດຂັ້ນສູງ ກ່ຽວກັບການຈັດຕັ້ງ ປະຕິບັດຄຳສັ່ງເລກທີ 15/ນຍ ໃນຂອບເຂດທົ່ວປະເທດ ແລະ ໄດ້ຕີລາຄາ ສູງຜົນສຳເລັດ ເບື້ອງຕົ້ນໃນການ ຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ພ້ອມທັງຕົກລົງ ຫລາຍບັນຫາ ທີ່ກ່ຽວຂ້ອງແລ້ວ, ໃນນັ້ນຍັງໄດ້ຕົກລົງ ກ່ຽວກັບເຄື່ອງ ປ່າຂອງດົງ ຄືດັ່ງນີ້:
ສຳລັບເຄື່ອງປ່າ ຂອງດົງທຸກຊະນິດ ທີ່ເປັນອາຫານ ເກີດຕາມລະດູການ ແລະ ຊົມໃຊ້ໃນ ຊີວິດປະຈຳວັນ ຂອງປະຊາຊົນ ແມ່ນສາມາດຂຸດຄົ້ນ ຕາມລະດູການ ແລະ ສາມາດສົ່ງອອກໄດ້ ເປັນຕົ້ນແມ່ນ ເຫັດທີ່ເປັນ ອາຫານ, ດ້ວງ, ແມ້, ນ້ຳເຜິ້ງ, ໝາກກໍ່, ດອກແຂມ, ໃບຊາ, ໜໍ່ໄມ້ (ຍົກເວັ້ນຊະນິດເຫັດ ທີ່ເປັນຢາ ຕາມທີ່ໄດ້ກຳນົດໄວ້ ໃນດຳລັດ 155/ນຍ, ລົງວັນທີ 30/9/2003).
ສຳລັບເຄື່ອງປ່າ ຂອງດົງທີ່ອະນຸຍາດ ໃຫ້ສົ່ງອອກໄດ້ແມ່ນ ຊະນິດທີ່ບໍ່ ສາມາດປຸງແຕ່ງ ໃນພາຍໃນໄດ້ ແລະ ບໍ່ນອນໃນບັນຊີໝວດ 1 ແລະ ໝວດ 2 ຂອງດຳລັດ 155/ນຍ, ລົງວັນທີ 30/09/2003. ແຕ່ຕ້ອງມີແຜນການ ແລະ ໄດ້ຮັບອະນຸຍາດໃຫ້ ຂຸດຄົ້ນ ແລະ ສົ່ງອອກເປັນແຕ່ລະປີ.
ສຳລັບເຄື່ອງປ່າ ຂອງດົງທີ່ສາມາດປຸງແຕ່ງ ຢູ່ພາຍໃນໄດ້ແມ່ນ ສົ່ງເສີມໃຫ້ມີການປຸງແຕ່ງ ແລະ ຫ້າມສົ່ງອອກເປັນ ວັດຖຸດິບເຊັ່ນ: ໝາກ ຕາວ, ຫວາຍ, ເຄືອແຫມ ແລະ ຊະນິດເຄື່ອງປ່າຂອງດົງ ທີ່ເປັນອາຫານ ແລະ ພືດເປັນຢາຕາມ ທີ່ໄດ້ກຳນົດ ໄວ້ໃນດຳລັດ 155/ນຍ, ລົງວັນທີ 30/09/2003 ລວມທັງດອກເຜິ້ງ ແມ່ນບໍ່ອະນຸຍາດ ໃຫ້ສົ່ງອອກ.
ເນື້ອໃນ: ຂປລ