ຊີວິດ ​ແລະ​ການ​​ເຄື່ອນ​ໄຫວປະຕິວັດ​ຂອງ​ປະທານ ​ໄກສອນ ພົມວິຫານ


(ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວ ຄົບຮອບ 95 ປີ 13/12/1920-13/12/2015)


* ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເຄື່ອນໄຫວປະຕິວັດ ຕັ້ງແຕ່ເຍົາໄວ, ໄດ້ຜ່ານການຝຶກຝົນທົດສອບໃນຂະບວນການຕົວຈິງ ແລະ ຮັບຜິດຊອບວຽກງານສຳຄັນ ແຕ່ນ້ອຍຫາໃຫຍ່ກ້າວຂຶ້ນເປັນຜູ້ນຳສູງສຸດ ຂອງພັກ ແລະ ລັດເຮົາ.

ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13/12/1920 ທີ່ບ້ານນາເຊັງ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ, ເພິ່ນກຳເນີດໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນ ຊາວນາ ທີ່ຢຶດໝັ້ນໃນຫລັກທຳຄຳ ສອນຂອງ ພຸດທະສາສະໜາ ແລະ ຮີດຄອງປະເພນີລາວ.

ປະທານ ໄກສອນ ເປັນລູກຊາຍ ກົກຂອງຄອບຄົວ, ມີນ້ອງສາວສອງ ຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ.

ຊີວິດເມື່ອເຍົາໄວຂອງປະທານ ໄກສອນ ໄດ້ຮັບຄວາມອົບອຸ່ນ, ຄວາມຮັກແພງ, ຄວາມເອົາໃຈໃສ່ ຂອງພໍ່ແມ່, ເພິ່ນໄດ້ຮັບການລ້ຽງດູ ແລະ ການອົບຮົມສັ່ງສອນຈາກພໍ່, ແມ່ ໃຫ້ເປັນເດັກດີ ມີວິໄນ ແລະ ໄຝ່ຫາການສຶກສາ, ເມື່ອອາຍຸ 7 ປີ ເພິ່ນໄດ້ເຂົ້າຮຽນຊັ້ນ ປະຖົມພາສາ ລາວ, ຕໍ່ມາເປັນພາສາຝຣັ່ງ, ເພິ່ນໄດ້ຕັ້ງໃຈຮຽນ, ດຸໝັ່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະ ຮຽນໄດ້ຄະແນນດີ. ພາຍຫລັງຮຽນຈົບ ຊັ້ນປະຖົມພາສາຝຣັ່ງ ທີ່ສະຫວັນນະເຂດ ເພີ່ນໄດ້ໄປຮຽນຕໍ່ທີ່ວິທະຍາໄລ ໂປຣເຕັກໂຕຣາ (ອາລັກຂາ) ທີ່ ຮ່າໂນ້ຍ ປະເທດຫວຽດນາມ.

ໃນຊຸມປີ 1936-1939 ຢູ່ນະຄອນຮ່າໂນ້ຍ ໄດ້ມີຂະບວນການຕໍ່ສູ້ເລັ່ງທວງເອົາສິດເສລີພາບ ແລະ ປະຊາທິປະໄຕ; ປະທານ ໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມຂະບວນການດັ່ງກ່າວ. ເພິ່ນມັກຮຽນ ແລະ ມັກຊອກຮຽນ ຮູ້ສິ່ງໃໝ່ ໂດຍສະເພາະ ແມ່ນເພິ່ນມັກ ອ່ານໜັງສື “ ເລິຕຣາວາຍ ” (ແຮງງານ) ເຊິ່ງເປັນກະບອກສຽງຂອງພັກກອມມູນິດອິນດູຈີນ, ພ້ອມກັນນັ້ນ ເພິ່ນຍັງໄດ້ຮຽນມວຍ ຫວຽດນາມ, ມວຍຈີນ, ມວຍຢູໂດ  ເພື່ອປ້ອງກັນຕົວ.

ປີ 1943 ເພິ່ນໄດ້ຮຽນຈົບອຸດົມສຶກສາພາສາຝຣັ່ງ, ຫລັງຈາກນັ້ນ ເພິ່ນກໍໄດ້ເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ ໃນຂະແໜງກົດໝາຍທີ່ຮ່າໂນ້ຍ, ເພິ່ນເປັນຜູ້ໜຶ່ງໃນຈຳນວນ ຄົນທີ່ຮຽນເກັ່ງ ແລະ ມີພອນສະຫວັນທາງດ້ານນີ້.

ປີ 1944 ເພິ່ນໄດ້ເຂົ້າຮ່ວມເປັນ ສະມາຊິກສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທຳອິດຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພິ່ນໄດ້ປະກອບສ່ວນ ຢ່າງຫ້າວຫັນ ໃນຂະບວນການຫວຽດມິນ, ຕໍ່ມາໄດ້ ເຂົ້າຮ່ວມ ໃນຂະບວນການຢຶດອຳ ນາດການປົກຄອງຈາກກຳມື ຂອງ ພວກຍີ່ປຸ່ນ ຢູ່ສະຫວັນນະເຂດ ໃນວັນທີ 23 ສິງຫາ 1945. ເດືອນ 3-12 ປີ 1964 ປະທານ ໄກສອນ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ ລາວ-ຫວຽດນາມ.

ປີ 1947-1948 ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຊີວິດຂອງນັກປະຕິວັດໜຸ່ມ, ເພິ່ນໄດ້ເຮັດວຽກຢູ່ໃນອົງການໂຄສະນາຂອງເຂດ 12 ພາກເໜືອຫວຽດນາມ, ໄດ້ຄົ້ນຄ້ວາ ເອກະສານ, ບົດຄວາມເຫັນ, ບົດຂຽນຕ່າງໆຂອງ ບັນດາ ຜູ້ນຳການປະ ຕິວັດຫວຽດ ນາມ ເປັນຕົ້ນ ແມ່ນຂອງປະທານ ໂຮ່ຈີ່ມິນ, ທ່ານເຈືອງຈິງ, ທ່ານຟາມວັນດົງ, ທ່ານ ຫວໍຫງວຽນຢາຍ, ໄດ້ອ່ານປຶ້ມກ່ຽວກັບ ລັດທິມາກ-ເລນິນ ແລະ ບົດນິພົນທິດສະດີປະຕິວັດອື່ນໆ ເຊິ່ງໄດ້ກາຍເປັນພື້ນຖານທາງດ້ານແນວຄິດ ເປັນອາວຸດອັນແຫລມຄົມທາງ ດ້ານປັນ ຍາຄວາມຮູ້ ເພື່ອກ້າວສູ່ ຄວາມເປັນຜູ້ນຳ ຂະບວນການຕໍ່ສູ້ຂອງ ປະຊາຊົນເຮົາ ໃນເວລາຕໍ່ມາ.

ວັນທີ 27 ກຸມພາ 1948 ສູນກາງ ພັກກອມມູນິດອິນດູຈີນ ໄດ້ຕົກລົງສ້າງຕັ້ງກອງຕະລຸມບອນເຂດລາວ ເໜືອ ແລະ ປະທານ ໄກສອນ ພົມວິຫານ ໄດ້ຖືກມອບໝາຍໃຫ້ເປັນ ຫົວໜ້າກອງຕະລຸມບອນ, ເຮັດໜ້າທີ່ກໍ່ສ້າງຮາກຖານການ ເມືອງ,ຈັດຕັ້ງກອງກຳ ລັງປະກອບອາວຸດ, ສ້າງຖານທີ່ໝັ້ນທຳອິດ ຂອງການປະຕິວັດ ຢູ່ເຂດຕາເວັນອອກສ່ຽງເໜືອຂອງລາວ ໂດຍເອົາບໍລິເວນ ລາວຮຸ່ງ, ພຽງສາ, ມອງນ້ຳ, ຜາຫລວງ, ເມືອງຊຽງຄໍ້, ແຂວງຫົວພັນ ເປັນໃຈກາງເຄື່ອນໄຫວປະ ຕິວັດ ສ້າງຮາກຖານປະຊາຊົນ, ສ້າງອຳນາດການ ປົກຄອງໃໝ່, ທັງສູ້ຮົບ ທັງຂົນຂວາຍທະຫານສັດຕູ ທັງຈັດຕັ້ງທະຫານລາດ ກອງຫລອນ ແລະ ດ້ານການກວດລ້າງຂອງສັດຕູ. ຍ້ອນໄດ້ຜ່ານການຝຶກຝົນທົດສອບ ຢ່າງລະອິດລະອ້ຽວໃນຂະບວນການປະຕິວັດ, ໃນວັນທີ 6 ມັງກອນ 1949  ປະທານ ໄກສອນ ໄດ້ສະ ໝັກເຂົ້າເປັນສະມາຊິກພັກ ກອມມູນິດ ອິນດູຈີນ ແລະ ໃນວັນທີ 28 ກໍລະກົດ 1949 ໄດ້ຖືກຮັບເປັນສະມາຊິກ ສົມບູນຂອງພັກ, ຕັ້ງແຕ່ນັ້ນມາ ປະທານ ໄກສອນ ໄດ້ກ້າວເດີນບົນເສັ້ນທາງ ອັນສະຫວ່າງສະໄຫວຂອງ ການປະຕິວັດຕາມລັດທິມາກ-ເລນິນດ້ວຍ ຄວາມເຊື່ອໝັ້ນອັນໜັກແໜ້ນ ແລະ ດ້ວຍມານະຈິດ ອັນແນ່ວແນ່ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍ ທົດສອບໃດໆ ແລະ ບໍ່ທໍ້ຖອຍຍອມ ຈຳນົນຕໍ່ ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ.

ວັນທີ 20 ມັງກອນ 1949 ປະທານ ໄກສອນ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນ ແລະ ເພິ່ນໄດ້ຖືກແຕ່ງຕັ້ງເປັນຜູ້ບັນຊາການກອງທັບລາວອິດສະຫລະ ເຊິ່ງເປັນກຳລັງ ປະກອບອາວຸດປະຕິວັດ ທີ່ຢູ່ພາຍໃຕ້ການນຳພາໂດຍກົງ ແລະ ຮອບດ້ານຂອງ ພັກ.

ເດືອນສິງຫາ 1950 ໃນກອງ ປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນກຳມະການ ໃນຄະນະກຳມະການສູນກາງແນວລາວອິດສະຫລະ ແລະ ເປັນລັດຖະມົນຕີວ່າການ ກະຊວງປ້ອງກັນຊາດຂອງລັດຖະ ບານລາວຕໍ່ຕ້ານ.

ເດືອນກຸມພາ 1951 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ກອມມູນິດອິນດູຈີນ ທີ່ຫວຽດນາມ, ປະທານ ໄກສອນ ໄດ້ຮັບເລືອກຕັ້ງ ໃຫ້ໄປຮ່ວມ ແລະ ກອງປະຊຸມໄດ້ ມີມະຕິຈັດຕັ້ງພັກຕ່າງຫາກໃຫ້ແກ່ ຫວຽດນາມ. ລາວ ແລະ ຂະແມ, ປະທານ ໄກສອນ ໄດ້ຮັບມອບ ໝາຍຈາກກອງປະຊຸມໃຫ້ມາສ້າງ ຕັ້ງພັກປະຊາຊົນລາວ.

ໃນຊຸມປີ 1952-1954 ໃນຖານະເປັນລັດຖະມົນຕີວ່າການກະຊວງປ້ອງກັນຊາດ ແລະ ເປັນຜູ້ບັນຊາການກອງທັບ, ປະທານ ໄກສອນ ໄດ້ສຸມກຳລັງກາຍ, ກຳລັງໃຈໃສ່ບັນດາວຽກງານທີ່ສຳຄັນຄື: ກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ປຸກລະດົມຂະບວນ ການສົງຄາມ ກອງຫລອນ ດ້ານການກວາດລ້າງ, ປັບປຸງ ແລະ ຂະຫຍາຍຖານ ທີ່ໝັ້ນການປະຕິວັດ, ຊີ້ນຳບັນດາ ບັ້ນຮົບໂຈມຕີຕ່າງໆ ລວມທັງຂຶ້ນ ບຸກໂຈມຕີແນວປ້ອງກັນນ້ຳອູຂອງສັດຕູ, ປະກອບສ່ວນເຂົ້າ ໃນໄຊຊະນະດຽນບຽນຟູຂອງຫວຽດ ນາມ, ກະກຽມໃຫ້ແກ່ການ ສ້າງຕັ້ງພັກ ປະຕິວັດລາວ.

ວັນທີ 22 ມີນາ ປີ 1955 ປະທານ ໄກສອນ ໄດ້ພ້ອມກັບບັນດາສະຫາຍສະມາຊິກພັກ ກອມມູນິດອິນດູຈີນ ທີ່ເປັນຄົນລາວສ້າງຕັ້ງພັກປະຊາຊົນລາວ ແລະ ເພິ່ນໄດ້ຮັບເລືອກຕັ້ງ ໃຫ້ເປັນເລຂາທິການຄະນະຊີ້ນຳສູນກາງ ພັກປະຊາຊົນລາວ ທັງເປັນເລຂາທິການ ຄະນະພັກ ທະຫານສູນກາງ ແລະ ເປັນຜູ້ບັນຊາການສູງສຸດບັນດາ ກຳລັງປະກອບອາວຸດ.


ປີ 1955-1957 ປະທານ ໄກສອນ ໄດ້ຊີ້ນຳການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມ ຫົວພັນ-ຜົ້ງສາລີ, ຊີ້ນຳການຕໍ່ສູ້ຂອງປະຊາຊົນ ໃນ 10 ແຂວງຂອງລາຊະອານາຈັກ ແລະ ຊີ້ນຳ ການຕໍ່ສູ້ການເມືອງ ໃນການເຈລະຈາກັບລາຊະອານາຈັກ.

ປີ 1956 ໄດ້ຈັດຕັ້ງກອງປະຊຸມໃຫຍ່ ສ້າງຕັ້ງແນວລາວຮັກຊາດ, ໃນກອງປະຊຸມໃຫຍ່ນີ້ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນຮອງປະທານ ຄະນະກຳມະການ ສູນກາງແນວລາວຮັກຊາດ.

ປິ 1957 ປະທານ ໄກສອນ ໄດ້ຊີ້ນຳການປະຕິວັດການຮວມລາວ ແລະ ປະທານ ກໍໄດ້ເຂົ້າຮ່ວມການຮວມລາວຄັ້ງທີໜຶ່ງ.

ປີ 1959-1962 ປະທານ ໄກສອນ ພ້ອມປະທານ ຄຳໄຕ ສີພັນດອນ ໄດ້ອອກຈາກວຽງຈັນໄປເຂດທີ່ໝັ້ນຊຳເໜືອ ເພື່ອຊີ້ນຳການຫັນທິດການຕໍ່ສູ້, ຊີ້ນຳກອງພັນທີສອງປະເທດລາວ ຕີຜ່າວົງປິດລ້ອມຂອງສັດຕູ, ຊີ້ນຳການໂຕນຄຸກຂອງ ປະທານ ສຸພານຸວົງ ແລະ ຜູ້ນຳອື່ນໆ, ຊີ້ນຳການ ປົດປ່ອຍຊຳເໜືອ ແລະ ການລຸກຮືຂຶ້ນຂອງປະຊາຊົນໃນແຫ່ງຕ່າງໆ, ຊີ້ນຳການປະຕິວັດແນວໂຮມລະຫວ່າງກຳລັງປະຕິວັດ ກັບກຳລັງເປັນກາງ, ຊີ້ນຳການປົດປ່ອຍເຂດຍຸດທະສາດທົ່ງໄຫຫີນ-ຊຽງຂວາງ ແລະ ຊີ້ນຳບັ້ນຮົບຫຼວງນ້ຳທາ.

ປີ 1963 ເປັນປີທີ່ຫຍຸ້ງຍາກສັບສົນ, ສັດຕູທຳລາຍແນວໂຮມສຳພັນທະມິດລະຫວ່າງແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດໄວ້ໄດ້.

ປີ 1964 ປະທານ ໄກສອນ ໄດ້ຊີ້ນຳການສ້າງເຂດປົດປ່ອຍ ໃຫ້ກາຍເປັນຖານທີ່ໝັ້ນປະຕິວັດອັນໝັ້ນຄົງ ຕາມລັກສະນະຂອງລັດໜຶ່ງ ທີ່ເປັນເຈົ້າຕົນເອງ ເພື່ອສ້າງເປັນບ່ອນອີງໃນການຕໍ່ສູ້ອັນຍາວນານ, ຊີ້ນຳ ບັ້ນເຄື່ອນໄຫວຂົນຂວາຍກອງປຸ້ນດ້ວຍທິດນຳສາມດ້ານ ຄື: ເອົາການເມືອງເປັນພື້ນຖານ, ການທະຫານໜູນໜີບ, ເສດຖະກິດເປັນໄມ້ງັດ ພ້ອມກັນນັ້ນ ກໍປຸກລະດົມມະຫາຊົນຍິງຍົນສັດຕູ.
    ປີ 1968-1970 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບປົດປ່ອຍນ້ຳບາກ, ບັ້ນຮົບປົດປ່ອຍຜາຖີ່, ຊີ້ນຳການໂຈມຕີກູ້ເອົາບໍລິເວນທົ່ງໄຫຫີນຊຽງຂວາງ ແລະ ຊີ້ນຳ ການທັບມ້າງ ແຜນການຍຸດທະສາດປິນຂັ້ນໄດສົງຄາມ ພິເສດຂອງສັດຕູ.

ປີ 1971-1973 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບທັບມ້າງຍຸດທະສາດ ປິນຂັນໄດສົງຄາມພິເສດລະດັບສູງຂອງສັດຕູ ແລະ ຊີ້ນຳການສ້າງ ສັນຕິພາບ ປະຕິບັດຄວາມຖືກຕ້ອງປອງດອງເທື່ອທີ 3 ຢູ່ປະເທດເຮົາ.

ປີ 1974-1975 ປະທານ ໄກສອນ ໄດ້ຊີ້ນຳການເສີມຂະຫຍາຍກຳລັງແຮງສັງລວມ ທ່າສະໜາມຂອງສາມເຂດ(ເຂດປົດປ່ອຍ, ເຂດຝ່າຍກົງກັນຂ້າມ, ເຂດເປັນກາງ) ສົມທົບ ລະຫວ່າງ ການຕໍ່ສູ້ການເມືອງ, ການທະຫານໜູນໜີບ ແລະ ດ້ານກົດໝາຍ ເພື່ອບັງຄັບ ໃຫ້ຝ່າຍກົງກັນຂ້າມຕ້ອງປະຕິບັດ ສັນຍາວຽງຈັນ, ສ້າງທ່າ, ສ້າງກຳລັງໃໝ່ ເພື່ອສຳເລັດ ການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ.

ເດືອນ 5-12/1975 ປະທານ ໄກສອນ ໄດ້ຊີ້ນຳການປຸກລະດົມທົ່ວປວງຊົນລຸກຮືຂຶ້ນຢຶດອຳນາດການປົກຄອງ ໃນທົ່ວປະເທດ ດ້ວຍ 3 ບາດຄ້ອນຍຸດທະສາດ, ສົມທົບກັບ ການຕໍ່ສູ້ດ້ານກົດໝາຍ ເພື່ອຍາດເອົາໄຊຊະນະຂັ້ນພື້ນຖານໃນໄລຍະສັ້ນ.

ວັນທີ 1-2/12/1975 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ປະກາດ ລົບລ້າງລະບອບປະຊາທິປະໄຕ ແລະ ສະຖາປະນາ ສປປ ລາວ, ປະທານ ໄກສອນໄດ້ຮັບເລືອກຕັ້ງເປັນປະທານສະພາລັດຖະມົນຕີ ແຫ່ງ ສປປ ລາວ.

ປີ 1976 ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍໂດຍສົມບູນ ປະທານ ໄກສອນ ໄດ້ຊິ້ນຳການປະຕິວັດສາມປະການຄື: ການປະຕິວັດການພົວພັນການຜະລິດ, ການປະຕິວັດ ວິທະຍາສາດ- ເຕັກນິກ ແລະ ການປະຕິວັດດ້ານແນວຄິດ ແລະ ວັດທະນະທຳ, ຊີ້ນຳການຟື້ນຟູ ເສດຖະກິດແຫ່ງຊາດ.

ປີ 1979 ໃນກອງປະຊຸມສູນກາງພັກ ຄັ້ງທີ 7 ສະໄໝທີ II ປະທານ ໄກສອນ ໄດ້ສະເໜີຕໍ່ພັກ ກ່ຽວກັບແນວທາງ ຫັນເສດຖະກິດທຳມະຊາດ ແລະ ເຄິ່ງເສດຖະກິດ ທຳມະຊາດໄດ້ສູ່ເສດຖະກິດສິນຄ້າ ໂດຍຜ່ານການນຳໃຊ້ຮູບການ “ ທຶນນິຍົມແຫ່ງລັດ” ເລີ່ມ ຕົ້ນມີແນວຄິດ ລິເລີ່ມ ແລະ ຊອກຫາແນວທາງປ່ຽນແປງໃໝ່.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I-V ຂອງພັກ, ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຈົນຕະຫຼອດຊີວິດຂອງເພິ່ນ ແລະ ໃນເດືອນສິງຫາ ປີ 1991 ເພິ່ນໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ.

II/ ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ

(1)   ປະທານ ໄກສອນ ພົມວິຫານ ແມ່ນລູກຮັກຫຼານແພງ ຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິຍັດທີ່ຍິ່ງໃຫ່ຍຂອງຊາດ, ວິລະບູລຸດ, ຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ສະດຸ້ງໄວ.

(2)  ເພິ່ນທັງເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດ, ນັກອອກແບບຍຸດໂທບາຍ ແລະ ວິທີປະຕິວັດ ທີ່ສະຫຼາດຄ່ອງແຄ້ວ.

(3)  ປະທານ ໄກສອນ ພົມວິຫານ ເປັນສັນຍາລັກ ແລະ ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ໃນຊາດ. ຍາມໃດເພິ່ນກໍເອົາໃຈໃສ່ສ້າງ ແລະ ເພີ່ມທະວີ ຄວາມສາມັກຄີປອງດອງລະຫວ່າງເຜົ່າ ຄວາມເປັນປຶກແຜ່ນພາຍໃນຊາດ ແລະ ຄວາມເປັນເອກະພາບ ພາຍໃນພັກ.

(4)  ທ່ານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດແບບງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ.

(5)  ປະທານ ໄກສອນ ພົມວິຫານ ແມ່ນນັກເຄື່ອນໄຫວສາກົນຜູ້ດີເດັ່ນ, ເພິ່ນທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີ ພາກພື້ນ ແລະ ສາກົນ ນັບມື້ສູງຂຶ້ນ.

III/.ຕັ້ງໜ້າຮ່ຳຮຽນ ແລະ ສືບທອດມໍລະດົກອັນລ້ຳຄ່າ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້.

1/. ກ່ອນອື່ນໝົດຕ້ອງຮ່ຳຮຽນເອົາແບບຢ່າງຄຸນສົມບັດ, ທາດແທ້ປະຕິວັດ, ຄວາມຈົງຮັກພັກດີ ຄວາມເດັດດ່ຽວໜຽວແໜ້ນ ຂອງປະທານ ໄກສອນ ພົມວິຫານ.

2/. ເດັດດ່ຽວຢຶດໝັ້ນໃນເສັ້ນທາງ ແລະ ຈຸດໝາຍຂອງການປະຕິວັດ ນັ້ນຄື: ຈຸດໝາຍສັງຄົມນິຍົມ, ປະຕິບັດສອງໜ້າທີ່ຍຸດທະສາດ. ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິ ທຳ ແລະ ສີວິໄລ.

3/.ເພີ່ມທະວີວຽກງານສ້າງ ແລະ ປັບປຸງພັກໃຫ້ໜັກແໜ້ນ ທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ ໂດຍຢຶດໝັ້ນຫັຼກການລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕ ໄປພ້ອມກັບການເພີ່ມ ທະວີລະບຽບວິໄນພາຍໃນພັກຢ່າງເຂັ້ມງວດ; ເຊີດຊູຄວາມ ເປັນແບບຢ່າງນຳໜ້າຂອງພະນັກງານສະມາຊິກພັກ ໃນທຸກການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ, ສືບຕໍ່ປັບປຸງແບບແຜນການ ນຳພາຂອງພັກ ຕາມທິດເສີມຂະຫຍາຍແບບແຜນການນຳພາຕາມແນວທາງມະຫາຊົນ ອັນເປັນມູນເຊື້ອທີ່ດີງາມຂອງ ພັກເຮົາ.

4/. ຕັ້ງໜ້າບູລະນະ ລັດປະຊາທິປະໄຕ ຂອງພວກເຮົາຕາມທິດ ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ສ້າງລັດເຮົາ ໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນຳພາຂອງພັກ, ສຸມເຫື່ອແຮງ ແລະ ສະຕິປັນຍາໃສ່ ການພັດທະນາປະເທດຊາດ, ພາປະເທດຊາດກ້າວຂຶ້ນ ຫລຸດພົ້ນຈາກ ຄວາມດ້ອຍພັດທະນາ.

5/.ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທັງຊາດບົນພື້ນຖານການສ້າງພັນທະພາບກຳມະກອນ, ກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດ ໃຫ້ແໜ້ນແກ່ນພາຍໃຕ້ການນຳພາຂອງພັກ.

6/. ຕັ້ງໜ້າປະຕິບັດແນວທາງ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.

7/.ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ, ຜັນຂະຫຍາຍບົດຮຽນການເຄື່ອນໄຫວວຽກງານຕ່າງປະເທດ ໃນໄລຍະຜ່ານມາ ໂດຍສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງຕາມທິດ ການທູດປ້ອງກັນເຫດ, ເຊິ່ງໃນສະພາບການສາກົນທີ່ມີການຜັນແປຢ່າງໄວວາ ແລະ ສະຫລັບຊັບຊ້ອນຄື ໃນປະຈຸບັນນີ້. ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ຮ່ວມອຸດົມການ ເປັນຕົ້ນແມ່ນຄວາມ ສາມັກຄີພິເສດກັບ ສສ ຫວຽດນາມ ແລະ ການພົວພັນຮ່ວມມືຮອບດ້ານກັບ ສປ ຈີນ.



--------------------------------------------------------------------


ຮໍ່າຮຽນແລະສືບທອດຄຸນສົມບັດສິນທຳປະຕິວັດຂອງປະທານໄກສອນພົມວິຫານ


      *ປະທານ ​ໄກສອນ ພົມວິຫານ ​ແມ່ນ​ລູກ​ຮັກ​ຫລານ​ແພງ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ, ​ແມ່ນ​ຜູ້​ຮັກ​ຊາດ, ນັກ​ປະຕິວັດ​ຍິ່ງ​ໃຫຍ່ຂອງ​ຊາດ, ວິລະ​ບູລຸດ, ຜູ້ນຳ​ຂອງ​ພັກ-ລັດ ທີ່​ປີ​ຊາ​ສາມາດ, ສະຫລາດ​ສ່ອງ​ໃສ ​ແລະ ສະດຸ້ງ​ໄວ.​ເປັນ​ນັກ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ, ​ເປັນ​ນັກ​ປຸກລະດົມ​ຂົນຂວາຍ ​ແລະ ​ເປັນ​ນັກ​ໂຄສະນາ​ປາຖະກະຖາ ທີ່​ດີ​ເລີດ, ​ເປັນ​ນັກ​ຍຸດ​ທະ​ສາດ, ນັກ​ອອກ​ແບບ​ຍຸດ​ໂທ​ບາຍ ​ແລະ ວິທີ​ປະຕິວັດ ທີ່​ສະຫລາດ​ຄ່ອງ​ແຄ້ວ.

      ປະທານ ​ໄກສອນ ພົມວິຫານ ​ເປັນ​ສັນຍາ​ລັກ ​​ແລະ ​ເປັນ​ແກ່ນສານ​ຂອງ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ ​ແລະ ​ໃນ​ຊາດ ຍາມ​ໃດ​ເພິ່ນກໍ​ເອົາ​ໃຈ​ໃສ່​ສ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ປອງ​ດອງ​ລະຫວ່າງ​ເຜົ່າ ຄວາມ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ ​ແລະ ຄວາມ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ.

      ປະທານ​ ​ໄກສອນ ພົມວິຫານ ​ເປັນ​ຜູ້​ທີ່​ມີ​ຄຸນ​ສົມບັດ​ສິນ​ທຳ​ປະຕິວັດ​ສູງ​ສົ່ງ, ມີ​ທັດສະນະ​ມະຫາຊົນ​ກວ້າງ​ຂວາງ, ​ເປັນ​ຜູ້​ທີ່​ດຸ​ໝັ່ນ, ດຳ​ລົງ​ຊີວິດ​ແບ​ບງ່າຍດາຍ, ປະ​ຢັດ ​ແລະ ບໍລິສຸດ​ປອດ​ໃສ. ​ແມ່ນ​ນັກ​ເຄື່ອນ​ໄຫວ​ສາກົນ​ຜູ້ດີ​ເດັ່ນ ​ເພິ່ນ​ເປັນທັງ​ຜູ້​ວາງ​ແນວທາງ ​ແລະ ​ເປັນ​ແບບຢ່າງ​ປະ​ຕິບັດ​ແນວທາງ​ຕ່າງປະ​ເທດ​ຢ່າງ​ຖືກຕ້ອງ ​ເຮັດ​ໃຫ້ ສປປ ລາວ ມີ​ບົດບາດ​ໃນ​ເວທີ​ສາກົນ​ນັບ​ມື້​ສູງ​ຂຶ້ນ.

     ໃນ​ໂອກາດ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ ຂອງ​ປະທານ ​ໄກສອນ ພົມວິຫານ ຄົບຮອບ 95 ປີ 13/12/1920-13/12/2015 ທົ່ວ​ພັກ ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ​ເຮົາ​ຕ້ອງ​ໄດ້ຕັ້ງໜ້າ​ຮໍ່າ​ຮຽນ ​ແລະ ສືບ​ທອດ​ມໍລະດົກ​ອັນ​ລໍ້າ​ຄ່າ ຂອງ​ປະທານ ​ໄກສອນ ພົມວິຫານ ທີ່​ໄດ້​ສ້າງ​ໄວ້.

      ກ່ອນ​ອື່ນ​ໝົດ ສືບ​ຕໍ່​ກໍ່ສ້າງ​ບາດກ້າວ​ບຸກທະລຸ ທາງ​ດ້ານ​ຈິນຕະນາການ ຢ່າງ​ແຂງ​ແຮງ ດ້ວຍ​ການ​ສັງ​ລວມ​ເອົາ​ທັດສະນະ​ແນວ​ຄິດ, ຄຸນ​ທາດ​ການ​ເມືອງ ​ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ​ປະທານ ​ໄກສອນ ພົມວິຫານ ​ເປັນ​ແບບຢ່າງ​ດ້ານ​ການ​ຝຶກ​ຝົນ​ຫລໍ່​ຫລອມ ​ໃຫ້​ສະມາຊິກ​ພັກ, ພະນັກງານ ​ໃຫ້​ກາຍ​ເປັນ​ພື້ນຖານ​ແນວ​ຄິດ-ທິດ​ສະ​ດີ​ຂອງ​ພັກ.

         ເດັດດ່ຽວ​ຢຶດໝັ້ນ​ໃນ​ເສັ້ນທາງ ​ແລະ ຈຸດໝາຍ​ຂອງ​ການ​ປະຕິວັດ​ນັ້ນ​ຄື: ຈຸດໝາຍ​ສັງຄົມ​ນິຍົມ, ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ຍຸຕິ​ທຳ ​ແລະ ສີ​ວິ​ໄລ. ຢຶດໝັ້ນ ​ການ​ສ້າງ​ພັກ-ພະນັກງານ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ກຳ​ອຳນາດ, ລັກສະນະ​ເປັນ​ແບບ​ຢ່າງ​ນຳ​ໜ້າ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ພັກ​ໃຫ້​ສາມາດ​ເຮັດ​ສຳ​ເລັດ​ພາລະກິດ​ປະຫວັດສາດ.

       ​ເພີ່ມທະວີ​ຄວາມ​ສັກສິດ​ແຫ່ງ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງຄົມ​ຕາມ​ທິດ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ​ດ້ວຍ​ກົດໝາຍ ​ແລະ ປະຊາຊົນ​ເປັນ​ເຈົ້າ​ເຂົ້າ​ຮ່ວມ, ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ, ສາມັກ​ຄີ​ປອງ​ດອງ ​ແລະ ມີ​ການ​ພັດທະນາ​ດ້ວຍ​ຄວາມ​ໜັກ​ແໜ້ນ​ຕໍ່​ເນື່ອງ.

      ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ແນວ​ທາງ​ການ​ຕ່າງປະ​ເທດ ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ຮ່ວມ​ມື​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ໂດຍ​ສ​ະ​ເພາະ​ກັບປະ​ເທດ​ເພື່ອ​ນມິດຍຸດ​ທະ​ສາດ, ບັນດາ​ປະ​ເທດ​ໃກ້​ຄຽງ ກໍ​ຄື​ບັນດາ​ປະ​ເທດ ​ໃນ​ປະຊາຊົນ​ອາ​ຊຽນ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ປະ​ເທດ​ເພື່ອນ​ມິດ​ໃນ​ໂລກ, ອັນ​ນີ້ ​ແມ່ນ​ຄວາມ​ຈຳ​ເປັນ ​ແລະ ຂາດ​ບໍ່​ໄດ້ ​ເພື່ອ​ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມ ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.


Lao