ຊີວະປະຫວັດຫຍໍ້ ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ
ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ເມສາ 2016 ໂດຍເຫັນດີເປັນເອກະພາບເລືອກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່
ຄະນະບໍລິຫານສູນກາງພັກ ປະຊາຊົນປະຕິວັດລາວ ເປັນ ປະທານປະເທດ ແຫ່ງ ສປປ ລາວ.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ
ເກີດໃນວັນທີ 15 ສິງຫາ 1937
ທີ່ບ້ານນາ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ.
ປັດຈຸບັນ ຢູ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.
ການເຄື່ອນໄຫວໂດຍຫຍໍ້:
ປີ 1954-1957: ເປັນນາຍໝູ່ຢູ່ກອງພັນ 605.
ປີ 1957-1961: ຮຽນວັດທະນະທຳຢູ່ຫວຽດນາມ.
ປີ 1961-1962: ເປັນນາຍໝວດຢູ່ກອງພົນທີ 1.
ປີ 1962-1968: ເປັນຮອງການເມືອງກອງພັນ 613.
ປີ 1969-1972: ເປັນຫົວໜ້າຈັດຕັ້ງເຂດຊຽງຂວາງ.
ປີ 1972-1973: ເປັນຮອງດ່ານຮົບພາກເໜືອ.
ປີ 1973-1978: ຢູ່ແຂວງຫລວງພະບາງ ເປັນເລຂາກຳລັງປະສົມ.
ປີ 1978-1980: ຮຽນທິດສະດີຊັ້ນສູງຢູ່ ສສ ຫວຽດນາມ.
ປີ 1980-1982: ເປັນຫົວໜ້າການເມືອງທະຫານເຂດກາງ.
ປີ 1982-1993: ເປັນເລຂາຄະນະພັກແຂວງສະຫວັນນະເຂດ, ປີ 1991 ກອງປະຊຸມໃຫຍ່ຂອງພັກສະໄໝທີ V ເລືອກເປັນກຳມະການສູນກາງພັກ.
ປີ 1993-1999: ກອງປະຊຸມໃຫຍ່ຂອງພັກສະໄໝທີ VI ເລືອກ ເປັນກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ.
ປີ 1999-2001: ເປັນກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການເງິນ.
ປີ 2001-2006: ເປັນກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.
ປີ 2006-2015: ເປັນກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.
ປີ 2016 ເຖິງປັດຈຸບັນ: ເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ ແລະ ເປັນປະທານປະເທດແຫ່ງ ສປປ ລາວ.